ຊາອຸດິ ອາຣະເບຍ ຊື້ອາວຸດກັບອາເມຣິກາ ຂະນະທີ່ສະພາຄອງເກຣສບໍ່ເຫັນດີ

52

ປະທານາທິບໍດີໂດນັລ ທຣໍາ ພຶງພໍໃຈທີ່ຊາອຸດິ ອາຣະເບຍ ສັ່ງຊື້ອາວຸດຂອງສະຫະລັດ ແລະ ຫຼີກລ່ຽງການກ່າວໂດຍກົງເຖິງການເສຍຊີວິດຂອງ ຈາມາລ ຄາຊັອກກີ ນັກຂ່າວຝ່າຍກົງຂ້າມລັດຖະບານຊາອຸ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ສະຫະລັດ ເມື່ອວັນເສົາ ທີ 29 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ພົບຫາລືກັນລະດັບທະວີພາຄີກັບເຈົ້າຊາຍໂມຮໍາເໝັດ ບິນ ຊັລມານ ແຫ່ງຊາອຸດິ ອາຣະເບຍ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ່ຜ່ານມາ ໂດຍ ທຣໍາ ກ່າວໃນໄລຍະໜຶ່ງ ວ່າ ລັດຖະບານວໍຊິງຕັນ ມີຄວມພຶງພໍໃຈຢ່າງຍິ່ງຕໍ່ການທີ່ລັດຖະບານຣິຢາດ ອຸດໜຸນສິນຄ້າດ້ານອາວຸດຍຸທະໂທປະກອນຂອງສະຫະລັດ ແລະ ຍ້ອງຍໍເຈົ້າຊາຍໂມຮໍາເໝັດ ເປັນ “ເພື່ອນຄົນໜຶ່ງ” ເຊິ່ງເຮັດວຽກຮ່ວມກັບລັດຖະບານຂອງຕົນມາຕະຫຼອດ ໃນການໃຫ້ສະຫະລັດເຂົ້າໄປຊ່ວຍເຫຼືອດ້ານນະໂຍບາຍປະຕິຮູບສັງຄົມ ແລະ ເສດຖະກິດໃຫ້ແກ່ຊາອຸດິ ອາຣະເບຍ.

ในภาพอาจจะมี 2 คน

ຢ່າງໃດກໍ່ຕາມ ໃນຄວາມເປັນຈິງແຜນການຂາຍອາວຸດຂອງລັດຖະບານ ທຣໍາ ໃຫ້ແກ່ລັດຖະບານຣິຢາດ ໃນຕອນນີ້ ຜະເຊີນກັບອຸປະສັກຈາກສະພາຄອງເກຣສ ແມ້ແຕ່ຈາກພັກຣີພັບລິກັນດ້ວຍກັນກໍຕາມ ໂດຍເມື່ອທ້າຍເດືອນທີ່ແລ້ວ ວຸດທິສະພາມີມະຕິສຽງຂ້າງຫຼາຍ 53 ຕໍ່ 45 ສຽງ ບໍ່ຮັບຮອງແຜນການທີ່ສະເໜີໂດຍທໍານຽບຂາວ ເຊິ່ງເປັນຂໍ້ຕົກລົງຂາຍອາວຸດຊຸດໃຫຍ່ໃຫ້ແກ່ຊາອຸດິ ອາຣະເບຍ ແລະ ພັນທະມິດ ໃນຕາເວັນອອກກາງ ທີ່ລວມເຖິງສະຫະລັດ ອາຣັບ ເອມິເຣດ (UAE) ລວມມູນຄ່າສູງເຖິງ 8,1 ຕື້ໂດລາ (ປະມານ 70,6 ພັນຕື້ກີບ) ໂດຍໃຫ້ເຫດຜົນກ່ຽວກັບ “ສະຖານະການດ້ານສິດທິມະນຸດສະທໍາ” ທັງສອງປະເທດ ແລະ ການທີ່ທັງ ຊາອຸດິ ອາຣະເບຍ ແລະ ຢູເອອີ ຈະນໍາອາວຸດໄປໃຊ້ໃນສົງຄາມເຢເມນທີ່ມີຜູ້ເສຍຊີວິດແລ້ວ ເກືອບ 1 ແສນຄົນ ນັບຕັ້ງແຕ່ເດືອນມີນາ 2015.

ในภาพอาจจะมี 1 คน, ภาพระยะใกล้

ທັງນີ້ ການຫາລືເປີດໂອກາດໃຫ້ນັກຂ່າວໄດ້ຮ່ວມຮັບຟັງ ແລະ ບັນທຶກພາບພຽງໄລຍະໜຶ່ງເທົ່ານັ້ນ ເມື່ອສິ້ນສຸດການປະຊຸມ ທຣໍາ ປະຕິເສດໃຫ້ຂໍ້ມູນກ່ຽວກັບປະເດັນເລື່ອງການເສຍຊີວິດຂອງ ຈາມາລ ຄາຊັອກກີ ນັກຂ່າວ ແລະ ນັກວິຈານການເມືອງຝ່າຍກົງຂ້າມລັດຖະບານຊາອຸ ເຊິ່ງຖືກຄາດຕະກໍາພາຍໃນສະຖານທູດທີ່ເມືອງອິສຕັນບູລ ປະເທດຕັວກກີ ເມື່ອເດືອນຕຸລາ ປີຜ່ານມາ ໂດຍກ່າວພຽງວ່າ  ຕົນຮັບບໍ່ໄດ້ຢ່າງຍິ່ງທີ່ມີເຫດການລັກສະນະນີ້ເກີດຂຶ້ນ “ແຕ່ຍັງບໍ່ມີໃຜກ່າວໂທດໂດຍກົງໄປເຖິງເຈົ້າຊາຍແຫ່ງຊາອຸດິ ອາຣະເບຍ” ຢ່າງໃດກໍ່ຕາມ ຂໍ້ມູນຈາກສໍານັກຂ່າວກອງກາງ (ຊີໄອເອ) ຢືນຢັນວ່າ ເຈົ້າຊາຍໂມຮໍາເໝັດ “ພຣະອົງມີສ່ວນຮູ້ເຫັນ” ກັບການເສຍຊີວິດຂອງ ຄາຊັອກກີ ທີ່ຍັງມີຂໍ້ສົງໄສໃນຫຼາຍປະເດັນ.