ເອີຣົບ ມີຜູ້ເສຍຊີວິດ ແລະ ເກີດໄຟປ່າ ຈາກອິດທິພົນຄື້ນຄວາມຮ້ອນປົກຄຸມ

43

ຫຼາຍປະເທດຂອງທະວີບເອີຣົບຍັງຢູ່ພາຍໃຕ້ອິດທິພົນຂອງຄື້ນຄວາມຮ້ອນ ເຊິ່ງຍັງແຜ່ປົກຄຸມໄປທົ່ວ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ເກີດໄຟປ່າໃນສະເປນດ້ວຍ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນອາທິດ ທີ 30 ມິຖຸນາ  ວ່າ ລາຍງານໂດຍອົງການອຸຕຸນິຍົມວິທະຍາໂລກ (WMO: World Meteorological Organization) ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ເມືອງເຈນີວາ ປະເທດສະວິດເຊີແລນ ເຜີຍແຜ່ ເມື່ອວັນເສົາ ລະບຸວ່າ ປີ 2019 ມີແນວໂນ້ມເປັນອີກປີໜຶ່ງ ທີ່ໂລກຕ້ອງຜະເຊີນກັບສະພາບອາກາດຮ້ອນທີ່ສຸດ ແລະ ໄລຍະລະຫວ່າງປີ 2015 – 2019 ມີຄວາມເປັນໄປໄດ້ສູງທີ່ຈະເປັນໄລຍະເວລາອາກາດຮ້ອນທີ່ສຸດຕໍ່ເນື່ອງ 5 ປີ ໂດຍລາຍງານລະບຸດ້ວຍວ່າ ອິດທິພົນຂອງຄື້ນຄວາມຮ້ອນທີ່ກໍາລັງແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງທະວີບເອີຣົບໃນຕອນນີ້ ມີສາເຫດຊັດເຈນມາຈາກພາວະເຮືອນແກ້ວ.

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, มหาสมุทร, สถานที่กลางแจ้ง, น้ำ และธรรมชาติ

ຂະນະທີ່ສໍານັກງານອຸຕຸນິຍົມວິະຍາແຫ່ງຊາດຝຣັ່ງ (METEO FRANCE) ລາຍງານວ່າ ອຸນຫະພູມສະເລ່ຍທົ່ວປະເທດເລິ່ມຫຼຸດລົງແລ້ວ ຫຼັງເຄີຍສູງເຖິງ 45,9 ອົງສາ ເມື່ອວັນສຸກ ຜ່ານມາ ເປັນໄລຍະທີ່ຮ້ອນເປັນປະຫວັດການ ທໍາລາຍສະຖິຕິ 44,1 ອົງສາ ເມື່ອປີ 2003 ເຊິ່ງໃນປີນັ້ນ ມີຜູ້ເສຍຊີວິດຈາກສະພາບອາກາດຮ້ອນຫຼາຍ ປະມານ 15.000 ຄົນ ສະເພາະໃນຝຣັ່ງ. ຢ່າງໃດກໍ່ຕາມ, ເມເຕໂອ ຍັງເຕືອນວ່າ ພື້ນທີ່ຫຼາຍແຫ່ງໃນປະເທດຍັງມີຄວາມສ່ຽງທີ່ຈະຜະເຊີນກັບອຸນຫະພູມຮ້ອນສູງ ລະຫວ່າງ 40 – 45 ອົງສາ ໃນອາທິດນີ້ ແລະ ຢໍ້າເຕືອນປະຊາຊົນເລື່ອງການເຮັດກິດຈະກໍາກາງແຈ້ງ ຫຼັງມີລາຍງານຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ຈາກການຂີ່ລົດຖີບກາງແສງແດດ.

ในภาพอาจจะมี ท้องฟ้า, ภูเขา, ต้นไม้, ต้นพืช, สถานที่กลางแจ้ง และธรรมชาติ

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

ດ້ານສະພາບອາກາດໃນປະເທດສະເປນຮ້ອນກາຍ 43 ອົງສາ ຕໍ່ເນື່ອງຕັ້ງແຕ່ວັນສຸກ ສົ່ງຜົນໃຫ້ເກີດໄຟປ່າຂອບເຂດນ້ອຍ ຢ່າງໜ້ອຍ 2 ແຫ່ງ ໃນພາກເໜືອ ແລະ ພາກກາງຂອງປະເທດ. ທັງນີ້ ໃນສະເປນມີລາຍງານການພົບຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ຈາກອິດທິພົນຂອງຄື້ນຄວາມຮ້ອນເປັນຊາຍຊະລາ ອາຍຸ 93 ປີ ທີ່ເມືອງບາຢາໂດລິດ ທາງຕາເວັນຕົກສຽງເໜືອ ແລະ ໄວລຸ້ນ ອາຍຸ 17 ປີ ທີ່ເມືອງກໍໂດບາ ທາງພາກໃຕ້ຂອງປະເທດ.

ในภาพอาจจะมี ต้นไม้, ท้องฟ้า, ต้นพืช, สถานที่กลางแจ้ง และธรรมชาติ

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง