ປູຕິນ ໃຫ້ສຳພາດວ່າ ແນວຄິດເສລີນິຍົມ “ຫຼ້າສະໄຫມ”

68

ປະທານາທິບໍດີຣັສເຊຍ ກ່າວວ່າ ອຸດົມການເສລີນິຍົມນັ້ນ “ຫຼ້າສະໄໝແລ້ວ” ເພາະບໍ່ສອດຄ່ອງກັບຄວາມປ່ຽນແປງຂອງໂລກ ແລະ ຄວາມຕ້ອງການຂອງປະຊາຊົນ ໂດຍຍົກຕົວຢ່າງສະຖານະການໃນເອີຣົບມາປຽບທຽບ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ 29 ມິຖຸນາ ວ່າ ປະທານາທິບໍດີວະລາດິເມຍ ປູຕິນ ຜູ້ນໍາຣັສເຊຍໃຫ້ສໍາພາດພິເສດກັບ ເດິ ໄຟແນນຊຽວ ທາມສ໌ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນສຸກ ມີສາລະສໍາຄັນໃນຕອນໜຶ່ງກ່ຽວກັບ “ອຸດົມການເສລີນິຍົມ” ເຊິ່ງ ປູຕິນ ກ່າວວ່າ ເປັນແນວຄິດທີ່ຫຼ້າສະໄໝໄປແລ້ວ ເນື່ອງຈາກເປັນການດໍາເນີນການຕາມແນວຄິດດັ່ງກ່າວທີ່ບໍ່ສອດຄ່ອງກັບສະຖານະການໃນໂລກຍຸກປັດຈຸບັນທີ່ປ່ຽນແປງຢ່າງວ່ອງໄວ ແລະ ຄວາມຕ້ອງການຂອງປະຊາຊົນໄດ້ອີກຕໍ່ໄປ.

ในภาพอาจจะมี 2 คน, คนที่ยิ้ม

ທັງນີ້ ຜູ້ນໍາຣັສເຊຍ ຍົກຕົວຢ່າງສະຖານະການຫຼາຍເລື່ອງໃນເອີຣົບ ວ່າ ເປັນຕົວຢ່າງ “ການສິ້ນສຸດ”  ຂອງແນວຄິດເສລີນິຍົມ ໂດຍສະເພາະປະເດັນການຮັບຜູ້ອະພະຍົບທີ່ເປັນຈຸດເລິ່ມຕົ້ນຂອງ “ຄວາມຫຼາກຫຼາຍ” ທາງສັງຄົມ ແລະ ວັດທະນະທໍາທີ່ແຊກຊຶມເຂົ້າສູ່ສັງຄົມ ແລະ ວັດທະນະທໍາທີ່ໜາແໜ້ນຢູ່ແລ້ວ ແລະ ຂັບເຄື່ອນຕາມກົນໄກຂອງມັນຈົນເກີດກະແສຕໍ່ຕ້ານຜູ້ອົບພະຍົບຕາມມາ. ທ່ານປູຕິນ ກ່າວດ້ວຍວ່າ ເລື່ອງນີ້ໜ້າຈະເປັນປັດໄຈທີ່ເຮັດໃຫ້ອຸດົມການຊາດນິຍົມ ແລະ ກະແສປະຊານິຍົມອ່ຽງຂວາກໍາລັງກັບມາໄດ້ຮັບຄວາມນິຍົມອີກຄັ້ງໃນເອີຣົບ. ຂະນະດຽວກັນ, ຜູ້ນໍາຣັສເຊຍນິຍາມນະໂຍບາຍເປີດຊາຍແດນ ຮັບຜູ້ອົບພະຍົບຫຼາຍກວ່າ 1 ລ້ານຄົນຂອງລັດຖະບານເຢຍລະມັນ ເມື່ອປີ 2015 ວ່າ ເປັນ “ບາບສີຂາວ” ແລະ ຍ້ອງຍໍຄວາມພະຍາຍາມຂອງປະທານາທິບໍດີໂດນັລ ທຣໍາ ໃນການພະຍາຍາມສະກັດກັ້ນຄາລາວານຜູ້ອົບພະຍົບຈາກອາເມຣິກາກາງ.

ในภาพอาจจะมี 2 คน, ชุดสูท

ຕໍ່ມາ ທ່ານໂດນັລ ທັສກ໌ ປະທານຄະນະມົນຕີເອີຣົບ ກ່າວວ່າ ຕົນ “ບໍ່ເຫັນດີຢ່າງຍິ່ງ” ກັບແນວຄິດຂອງຜູ້ນໍາຣັສເຊຍໃນຄັ້ງນີ້ ເຊິ່ງກ່າວຫາອຸດົມການເສລີນິຍົມນັ້ນຫຼ້າສະໄໝ ໝາຍຄວາມວ່າ ເສລີພາບຫຼັກນິຕິທໍາ ແລະ ການປົກປ້ອງສິດທິມະນຸດສະທໍາເປັນເລື່ອງຫຼ້າສະໄໝໄປດ້ວຍເຊັ່ນນັ້ນບໍ່ ສ່ວນປະທານາທິບໍດີເອັມມານູເອລ ມາຄຣົງ ຜູ້ນໍາຝຣັ່ງ ກ່າວວ່າ ສະຖານະການກະແສໂລກທີ່ຜັນຜວນຢ່າງວ່ອງໄວ ປະຊາທິປະໄຕແບບເສລີນິຍົມຍັງເປັນແນວຄິດ “ທີ່ຈໍາເປັນ” ແລະ ສາມາດໃຊ້ໄດ້ທັນຍຸກສະໄໝ.