ລັດຖະບານຫວຽດນາມຢືນຢັນເຮັດການຄ້າ “ເສລີ-ຍຸຕິທໍາ” ກັບອາເມຣິກາ

74

ຫວຽດນາມຢືນຢັນການເຮັດການຄ້າທີ່ເສລີ ແລະ ເປັນທໍາກັບປະເທດຄູ່ຄ້າທຸກແຫ່ງລວມເຖິງສະຫະລັດ ແລະ ຈະເພິ່ມການນໍາເຂົ້າກ໊າຊທໍາມະຊາດແຫຼວຈາກອີກຝ່າຍ ຫຼັງປະທານາທິບໍດີໂດນັລ ທຣໍາ ເຕືອນວ່າ ລັດຖະບານຮາໂນ່ຍ “ອາດເປັນລາຍຕໍ່ໄປ” ທີ່ຕ້ອງພົບກັບກໍາແພງພາສີ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນເສົາ ທີ 29 ມິຖຸນາ ວ່າ ກະຊວງການຕ່າງປະເທດຂອງຫວຽດນາມອອກຖະແຫຼງການ ເມື່ອວັນສຸກ ວ່າ ລັດຖະບານຮາໂນ່ຍ ມີນະໂຍບາຍຊັດເຈນໃນການຢຶດໝັ້ນຕໍ່ກົນໄກການຄ້າທີ່ “ເສລີ ແລະ ເປັນທໍາ” ຕໍ່ທຸກຝ່າຍ ທີ່ຄ້າຂາຍຮ່ວມກັນ ໂດຍຫວຽດນາມເນັ້ນການສະແຫວງຫາແນວທາງທີ່ມີປະສິດທິພາບໃນການພັດທະນາຄວາມສໍາພັນດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ກັບສະຫະລັດເທິງພື້ນຖານຂອງການຄ້າທີ່ເປັນເສລີ ແລະ ຍຸຕິທໍາ ໂດຍຄໍານຶງເຖິງຜົນປະໂຫຍດຂອງປະຊາຊົນທັງສອງປະເທດເປັນສິ່ງສໍາຄັນ.

ในภาพอาจจะมี 1 คน, ตาราง, เด็ก และสถานที่กลางแจ้ง

ຂະນະດຽວກັນ ເນື້ອໃນຂອງການຖະແຫຼງການສະບັບນີ້ ຍັງລະບຸເຖິງແຜນເພິ່ມການນໍາເຂົ້າສິນຄ້າຈາກສະຫະລັດທີ່ກົງຕາມຄວາມຕ້ອງການຂອງຜູ້ບໍລິໂພກໃນຫວຽດນາມ ເພື່ອເພິ່ມຄວາມສົມດຸນໃຫ້ກັບການຄ້າລະດັບທະວີພາຄີ ແລະ ຄວາມພະຍາຍາມຂອງລັດຖະບານຮາໂນ່ຍ ໃນການກວາດລ້າງສິນຄ້າທີ່ຜະລິດໃນຕ່າງປະເທດ ແຕ່ຕິດປ້າຍ “ຜະລິດໃນຫວຽດນາມ” ແລ້ວສົ່ງອອກໄປຈໍາໜ່າຍໃນປະເທດອາເມຣິກາ ເພື່ອຫຼີກລ່ຽງມາດຕະການກໍາແພງພາສີຂອງລັດຖະບານວໍຊິງຕັນ.

ປັດຈຸບັນ ສະຫະລັດເປັນຕະຫຼາດສົ່ງອອກສິນຄ້າສໍາຄັນຂອງຫວຽດນາມຫຼາຍປະເພດ ເຊິ່ງສົ່ງຜົນໃຫ້ຫວຽດນາມມີມູນຄ່າການຄ້າເກີນດຸນສະຫະລັດມາດົນຫຼາຍປີ ດ້ານປະທານາທິບໍດີໂດນັລ ທຣໍາ ໄດ້ກ່າວເມື່ອບໍ່ດົນມານີ້ ວ່າ ນະໂຍບາຍການຄ້າຂອງຫວຽດນາມນັ້ນ “ມີຜົນກະທົບກັບ” ສະຫະລັດ ແລະ ປະກາດຄວາມຕ້ອງການຢ່າງເປີດເຜີຍມາດົນແລ້ວ ວ່າ ຕ້ອງການໃຫ້ຫວຽດນາມຊື້ສິນຄ້າຈາກສະຫະລັດຫຼາຍຂຶ້ນ ໂດຍສະເພາະອາວຸດເພື່ອຫຼຸດສ່ວນຕ່າງຂອງການຂາດດຸນການຄ້າ ຫຼື ບໍ່ເຊັ່ນນັ້ນອາດມີການຕັ້ງກໍາແພງພາສີ.

ในภาพอาจจะมี สถานที่กลางแจ้ง

ຢ່າງໃດກໍ່ຕາມ ມີລາຍງານລະຫວ່າງການພົບຫາລືນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ທ່ານຫວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມຍັງກ່າວກັບ ທຣໍາ ພຽງວ່າ ລັດຖະບານຮາໂນ່ຍ ຈະເພິ່ມການນໍາເຂົ້າກ໊າຊທໍາມະຊາດແຫຼວ (LNG: liquefied natural gas) ຈາກສະຫະລັດ.

ທັງນີ້ ມູນຄ່າການຄ້າລະຫວ່າງສະຫະລັດ ກັບ ຫວຽດນາມ ເມື່ອປີຜ່ານມາ ເກືອບ 40 ຕື້ໂດລາ (ປະມານ 349.000 ຕື້ກີບ) ແລະ ມູນຄ່າການສົ່ງອອກສິນຄ້າຂອງຫວຽດນາມໄປສະຫະລັດ ໃນໄລຍະໄຕມາດທໍາອິດຂອງປີນີ້ ເພິ່ມຂຶ້ນຫຼາຍເຖິງ 40% ເມື່ອທຽບກັບໄລຍະເວລາດຽວກັນຂອງປີຜ່ານມາ ສ່ວນມູນຄ່າການຄ້າລະຫວ່າງຫວຽດນາມ ກັບ ຈີນ ເມື່ອປີຜ່ານມາ ເກືອບ 4,2 ແສນລ້ານໂດລາ (ປະມານ 3,6 ລ້ານຕື້ກີບ).