ພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ຕາງໜ້າອົງການປົກຄອງແຂວງ ແລະ ໂຄງການສູນມູນນິທິອະນຸຮັກສັດ ສີວິໄລທ່ອງທ່ຽວ ຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກສັນຍາ ວ່າດ້ວຍການຄຸ້ມຄອງໂຄງການມູນນິທິອະນຸຮັກສັດ ແລະ ສິ່ງແວດລ້ອມລາວ ຂຶ້ນໃນວັນທີ 26 ມິຖຸນາ 2019 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ.
ເປັນພຽງພາບປະກອບຂ່າວເທົ່ານັ້ນ
ຈຸດປະສົງຂອງໂຄງການເພື່ອດຳເນີນກິດຈະການແບບອະນຸຮັກສັດບ້ານ – ສັດປ່າ ແລະ ສິ່ງແວດລ້ອມໃນຮູບແບບການມີສ່ວນຮ່ວມກັບປະຊາຊົນໃນທ້ອງຖິ່ນ ໂດຍສັດປະເພດຕ່າງໆຕ້ອງໄດ້ຮັບການຮັກສາສຸຂະພາບໃຫ້ໄດ້ຮັບການດູແລທີ່ດີ ເປັນຕົ້ນການໃຫ້ອາຫານ, ການປິ່ນປົວສັດເວລາເຈັບເປັນ, ມີການສັກຢາປ້ອງກັນພະຍາດສັດ, ຊ່ວຍເຫຼືອສັດເຖົ້າແກ່, ສັດພິການ ແລະ ສັດພົບໄພພິບັດຕ່າງໆ ເພື່ອໃຫ້ມີຄວາມຍືນຍົງ ແລະ ຕິດພັນກັບການທ່ອງທ່ຽວແບບອະນຸຮັກທຳມະຊາດ ແລະ ສິ່ງແວດລ້ອມ, ທັງກາຍເປັນສູນແລກປ່ຽນດ້ານການປິ່ນປົວສັດ, ຮັກສາສຸຂະພາບສັດ. ພ້ອມນີ້, ບໍລິເວນຂອງສູນຍັງໄດ້ອະນຸຮັກສິ່ງແວດລ້ອມໃຫ້ຢູ່ໃນສະພາບທີ່ດີ ເພື່ອການທ່ອງທ່ຽວໂດຍການມີສ່ວນຮ່ວມຂອງປະຊາຊົນໃນທ້ອງຖິ່ນ ເຊັ່ນ: ການອະນຸຮັກຕົ້ນໄມ້ທຳມະຊາດ, ຕົ້ນໄມ້ເປັນຢາປົວພະຍາດ, ດອກໄມ້ທຳມະຊາດ, ດອກໄມ້ປະດັບ ພ້ອມທັງປູກໄມ້ເສີມບາງຈຸດທີ່ຈຳເປັນເພື່ອປ້ອງກັນການເຊາະເຈື່ອນຈາກນໍ້າຝົນ ແລະ ສາຍນໍ້າຮຸ່ງ.
ເປັນພຽງພາບປະກອບຂ່າວເທົ່ານັ້ນ
ນອກນີ້, ຍັງສ້າງກິດຈະການບໍລິການທ່ອງທ່ຽວແບບອະນຸຮັກຊ້າງທີ່ນຳມາປິ່ນປົວຢູ່ໃນສູນ, ມີບໍລິການຮ້ານອາຫານ ແລະ ຂີ່ເຮືອລ່ອງນໍ້າຮຸ່ງຊົມທຳມະຊາດໃນຂົງເຂດການດຳເນີນກິດຈະການ ໂດຍຕັ້ງຢູ່ຂອບເຂດບ້ານນາຕໍໃຫຍ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ ດິນດັ່ງກ່າວແມ່ນກຳມະສິດຂອງ ນາງ ສີວິໄລ ວົງສັກ ເຈົ້າຂອງກິດຈະການ ເຊິ່ງມີເນື້ອທີ່ທັັງໝົດ 8 ເຮັກຕາກວ່າ.
ໄລຍະດຳເນີນໂຄງການໄດ້ແບ່ງອອກເປັນສອງໄລຍະ ຄື: ໄລຍະທີ I ເລີ່ມແຕ່ວັນທີ 1 ມັງກອນ 2018 ຫາເດືອນທັນວາ 2019 ແມ່ນການດໍາເນີນເອກະສານ ແລະ ບຸກເບີກເນື້ອທີ່; ໄລຍະທີ II ເລີ່ມແຕ່ວັນທີ 1 ມັງກອນ 2020 ຫາວັນທີ 31 ທັນວາ 2023 ແມ່ນການພັດທະນາສະຖານທີ່ກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ການພັດທະນາລະບົບຂໍ້ມູນ – ຂ່າວສານ, ການຕະຫຼາດ ແລະ ເປີດໃຫ້ບໍລິການ. ມູນຄ່າການລົງທຶນທັງໝົດ 12,51 ຕື້ກີບ. ໃນນີ້, ທຶນຄົງທີ່ 8,76 ຕື້ກີບ, ທຶນໝູນວຽນ 3,75 ຕື້ກີບ, ທຶນຈົດທະບຽນ 2,51 ຕື້ກີບ.
ເປັນພຽງພາບປະກອບຂ່າວເທົ່ານັ້ນ
ໂຄງການມູນນິທິອະນຸຮັກສັດ ແລະ ສິ່ງແວດລ້ອມລາວ ບໍ່ພຽງແຕ່ເປັນການອະນຸຮັກສັດ, ປິ່ນປົວສັດ, ອະນຸຮັກສິ່ງແວດລ້ອມ ແລະ ເພື່ອເປັນບ່ອນທ່ອງທ່ຽວເທົ່ານັ້ນ ແຕ່ຍັງເປັນການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນໃນທ້ອງຖິ່ນມີລາຍໄດ້ ເຊັ່ນ: ການປູກຫຍ້າລ້ຽງຊ້າງ, ເປັນແມ່ບ້ານ, ຄົນສວນ, ພະນັກງານລ້ຽງສັດ, ແປພາສາ, ແມ່ຄົວ ແລະ ອື່ນໆ.
ຈາກນັ້ນ, ທັງສອງຝ່າຍໄດ້ຮ່ວມກັນເຊັນບົດບັນທຶກ ຝ່າຍແຂວງໄຊຍະບູລີ ໂດຍແມ່ນ ທ່ານ ຊົງທໍ່ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ໂຄງການສູນມູນນິທິອະນຸຮັກສັດ ແລະ ສິ່ງແວດລ້ອມລາວ ໂດຍ ທ່ານ ນາງ ສີວິໄລ ວົງສັກ ອຳນວຍການ ບໍລິສັດ ສີວິໄລ ທ່ອງທ່ຽວ ຈໍາກັດ ໂດຍເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ເຈົ້າເມືອງໄຊຍະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ເປັນພຽງພາບປະກອບຂ່າວເທົ່ານັ້ນ
( ຂ່າວ: ບຸນທີ )