ສະຫະລັດ – ຈີນ ສະຫງົບເສິກການຄ້າ! ທຣໍາ ຍົກເລີກແບນ ຫົວເຫວີ່ຍ

47

ສະຫະລັດ ແລະ ຈີນ ຜ່ອນຄາຍຄວາມຕຶງຄຽດໃນເສິກການຄ້າ ດ້ວຍການຫຼຸດຜ່ອນທ່າທີເຂົ້າຫາກັນ ລະຫວ່າງການປະຊຸມສຸດຍອດ ຈີ20 ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນເສົາ ໂດຍທັງສອງຝ່າຍຕົກລົງກັນຈະເລິ່ມເຈລະຈາການຄ້າໃໝ່ ແລະ ສະຫະລັດຈະລະງັບການຂຶ້ນພາສີຮອບໃໝ່ສໍາລັບສິນຄ້ານໍາເຂົ້າຈາກຈີນ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ 29 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດເຜີຍຕໍ່ບັນດານັກຂ່າວ ທີ່ເມືອງໂອຊາກ້າ ລະຫວ່າງການປະຊຸມສຸດຍອດກຸ່ມ ຈີ20 ເມື່ອວັນເສົາ ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງບັນລຸຂໍ້ຕົກລົງ “ສະຫງົບເສິກພາສີ” ກັບປະທານປະເທດສີ ຈິ້ນຜິງ ຂອງຈີນ ວ່າ ສະຫະລັດຈະຍັງບໍ່ຖອດຖອນບໍລິສັດລາຍໃຫຍ່ດ້ານການສື່ສານໂທລະຄົມມະນາຄົມຂອງຈີນ “ຫົວເຫວີ່ຍ” ອອກຈາກບັນຊີດໍາທາງການຄ້າ ແຕ່ຕົນຈະອະນຸຍາດໃຫ້ບໍລິສັດຕ່າງໆຂອງສະຫະລັດ ສາມາດຊື້ຂາຍຊິ້ນສ່ວນອຸປະກອນໃຫ້ກັບຫົວເຫວີ່ຍໄດ້ອີກຄັ້ງ.

ในภาพอาจจะมี 1 คน, ชุดสูท

ສະຖານະການຂອງບໍລິສັດຫົວເຫວີ່ຍໄດ້ກາຍເປັນສູນກາງຄວາມຂັດແຍ່ງໃນເສິກການຄ້າທີ່ກໍາລັງດໍາເນີນຢູ່ ລະຫວ່າງ ສະຫະລັດ ກັບ ຈີນ. ດ້ານ ທຣໍາ ໄດ້ບອກອີກວ່າ ຕົນ ແລະ ທ່ານສີ ຕົກລົງໃຫ້ເລິ່ມການເຈລະຈາການຄ້າລະຫວ່າງ 2 ປະເທດໃໝ່ອີກຄັ້ງ ສ່ວນອະນາຄົດຂອງບໍລິສັດຫົວເຫວີ່ຍຈະຍັງບໍ່ຖືກຕັດສິນຈົນກວ່າຈະສິ້ນສຸດການເຈລະຈາການຄ້າ ເຊິ່ງການເຈລະຈາໃຊ້ເວລາ 80 ນາທີ ໃນຕອນເຊົ້າວັນເສົາ ເຜີຍອີກວ່າ ຕົນ ແລະ ທ່ານສີ ບໍ່ໄດ້ມີການຫາລືກັນໃນປະເດັນຂອງ ທ່ານນາງເມີ່ງ ຫວ່ານໂຈ ປະທານເຈົ້າໜ້າທີ່ຝ່າຍການເງິນ ແລະ ເປັນລູກສາວຂອງທ່ານເຫຣີນ ເຈິ້ງເຟີຍ ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດຫົວເຫວີ່ຍ ເຊິ່ງປັດຈຸບັນຖືກຈັບ ແລະ ຄວບຄຸມຕົວຢູ່ປະເທດການາດາ ຕາມຄໍາຮ້ອງຂໍຂອງສະຫະລັດ.

ในภาพอาจจะมี 2 คน, ชุดสูท

ຂໍ້ຕົກລົງສະຫງົບເສິກຊົ່ວຄາວຖືເປັນການຜ່ອນຄາຍຄວາມຕຶງຄຽດທາງການຄ້າ ດົນເກືອບ 1 ປີລະຫວ່າງສະຫະລັດ ກັບ ຈີນ ເຊິ່ງທັງສອງເປັນປະເທດເສດຖະກິດຂະໜາດໃຫຍ່ສຸດອັນດັບ 1 ແລະ 2 ຂອງໂລກ ທີ່ຕ່າງຝ່າຍຕ່າງປະກາດຂຶ້ນອັດຕາພາສິນຄ້ານໍາເຂົ້າຕອບໂຕ້ກັນ ສົ່ງຜົນກະທົບເປັນຕ່ອງໂສ້ໄປທົ່ວໂລກ ລວມທັງຕະຫຼາດປັ່ນປ່ວນ ແລະ ກະທົບເຖິງອັດຕາຂະຫຍາຍຕົວຂອງເສດຖະກິດໂລກໂດຍລວມ ທຣໍາ ກ່າວພາຍຫຼັງການຫາລືກັບ ທ່ານສີ ອີກວ່າ ຕົນຈະບໍ່ຍົກເລີກອັດຕາພາສີສິນຄ້ານໍາເຂົ້າຈາກຈີນທີ່ໄດ້ປະກາດໄປແລ້ວ ແຕ່ຈະລະງັບການຂຶ້ນພາສີສິນຄ້າຈາກຈີນຄັ້ງໃໝ່ ລວມມູນຄ່າ ປະມານ 300.000 ລ້ານໂດລາ (2,6 ລ້ານຕື້ກີບ) ໄວ້ກ່ອນ.