ເປັນທາງການ! ແມນຢູ ເປີດຕົວ ວານ ບິສຊາກ້າ ເຊັນຍາວ 5 ປີ

158

ແມນເຊັສເຕີ ຢູໄນເຕັດ ປະກາດຄວ້າຕົວ ອາຣອນ ວານ ບິສຊາກ້າ ແບັກຂວາດາວເດັ່ນຈາກ ຄຣິສຕັລ ພາເລຊ ມາຢູ່ຖິ່ນໂອລດ໌ ແທຣັຟຟອດ ຢ່າງເປັນທາງການແລ້ວ ເມື່ອວັນເສົາ ທີ 29 ມິຖຸນາ ຜ່ານມາ ດ້ວຍຄ່າຕົວ 50 ລ້ານປອນ (ປະມານ 554 ຕື້ກີບ).

ກອງຫຼັງທີມຊາດອັງກິດ ອາຍຸ 21 ປີ ເຊັນສັນຍາກັບແມນຢູ ເປັນໄລຍະ 5 ປີ ຈົນເຖິງປີ 2024 ພ້ອມເງື່ອນໄຂສາມາດຂະຫຍາຍໄດ້ອີກ 1 ປີ ແລະ ຈະໄດ້ຄ່າເມື່ອຍຈາກທີມໃໝ່ ອາທິດລະ 80 ພັນປອນ (ປະມານ 880 ລ້ານກີບ) ຫຼັງເຄີຍໄດ້ຮັບຈາກຄຣິສຕັລ ພາເລຊ ພຽງ 10 ພັນປອນ (ປະມານ 110 ລ້ານກີບ) ຕໍ່ອາທິດເທົ່ານັ້ນ.

ในภาพอาจจะมี 1 คน

ວານ ບິສຊາກ້າ ເປັນນັກເຕະໃໝ່ຄົນທີ 2 ຂອງແມນເຊັສເຕີ ຢູໄນເຕັດ ໃນຊໍາເມີນີ້ ຕໍ່ຈາກ ແດນຽວເຈມສ໌ ປີກດາວເດັ່ນທີມຊາດເວລສ໌ ທີ່ຍ້າຍມາຈາກສະວອນຊີ ຊິຕີ້ ດ້ວຍຄ່າຕົວ 18 ລ້ານປອນ (ປະມານ 199 ຕື້ກີບ).