ເປີດສະມາຄົມນ້ຳໃຈຊາວບ້ານ ເພື່ອຮັບໃຊ້ສັງຄົມໂດຍບໍ່ຫວັງຜົນກໍາໄລ

50

ວັນທີ 27 ມິຖຸນາ 2019 ໄດ້ມີພິທີຖະແຫຼງຂ່າວເປີດສະມາຄົມນໍ້າໃຈຊາວບ້ານ ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງ ທ່ານ ສຸກກະເສີມ ໂພທິສານ ປະທານສະມາຄົມນ້ຳໃຈຊາວບ້ານ, ທ່ານ ນາງ ມີນາວັນ ພົນເສນາ ອຳນວຍການສະມາຄົມນ້ຳໃຈຊາວບ້ານ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດທີ່ໃຫ້ການສະໜັບສະໜູນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, ตาราง และสถานที่ในร่ม

 

ທ່ານ ສຸກກະເສີມ ໂພທິສານ ໄດ້ກ່າວວ່າ: ສະມາຄົມນ້ຳໃຈຊາວບ້ານ ສ້າງຕັ້ງຂຶ້ນໂດຍໄດ້ຮັບອະນຸຍາດຕາມຂໍ້ຕົກລົງຂອງ ກະຊວງພາຍໃນ ສະບັບເລກທີ 168/ພນ ລົງວັນທີ 4 ເມສາ 2019 ເພື່ອໃຫ້ເຄື່ອນໄຫວຊຸກຍູ້ສົ່ງເສີມກໍາລັງແຮງຂອງສັງຄົມທີ່ບໍ່ຫວັງຜົນກຳໄລ ແລະ ປະກອບສ່ວນສ້າງຂະບວນພັດທະນາເສດຖະກິດ – ສັງຄົມໃນທົ່ວປະເທດຢ່າງຖືກຕ້ອງຕາມລະບຽບກົດໝາຍ ໂດຍເນັ້ນເອົາ 5 ຄໍາຂວັນປະຈໍາໃຈທີ່ເປັນແສງສະຫວ່າງເຍືອງທາງໃນການປະຕິບັດໜ້າທີ່ວຽກງານຂອງສະມາຄົມ ຄື: ຄວາມເມດຕາກະລຸນາ, ກຽດສັກສີ, ຄວາມສະເໝີພາບ,ການມີສ່ວນຮ່ວມ, ຄວາມຊື່ສັດ ແລະ ຄວາມຮັບຜິດຊອບ.

 

ในภาพอาจจะมี 7 คน, ผู้คนกำลังนั่ง และสถานที่ในร่ม

 

ສຳລັບເປົ້າໝາຍຫຼັກຂອງໂຄງການແມ່ນເພື່ອເຮັດໃຫ້ເດັກນ້ອຍ – ແມ່ຍິງ ເຂົ້າໃຈເຖິງສິດພື້ນຖານການສຶກສາ ແລະ ການປົກປ້ອງຈາກຄວາມຮຸນແຮງໃນທຸກຮູບແບບລວມທັງການຄ້າມະນຸດ. ນອກຈາກນີ້, ຍັງມີບາງໂຄງການທີ່ກໍາລັງຈັດຕັ້ງປະຕິບັດ ດັ່ງນີ້:

ໂຄງການປັບປຸງຄຸນນະພາບການສຶກສາ ເພື່ອການພັດທະນາທີ່ຍືນຍົງທີ່ແຂວງບໍ່ແກ້ວ ໂດຍມີເປົ້າໝາຍເປັນນັກຮຽນຊົນເຜົ່າຊັ້ນປະຖົມ 9 ໂຮງຮຽນ ປະມານ 2.000 ຄົນ. ໃນນັ້ນ, ມີເດັກຍິງຢ່າງຕໍ່າ 1.050 ຄົນ, ກໍານົດໂຄງການ 3 ປີ, ຄາດຄະເນທຶນທີ່ຕ້ອງການ 3 ແສນໂດລາສະຫະລັດ.

ໂຄງການສົ່ງເສີມການເຂົ້າເຖິງການສຶກສາຂັ້ນພື້ນຖານທີ່ແຂວງຫຼວງນໍ້າທາ ໂດຍມີເປົ້າໝາຍຄືນັກຮຽນດ້ອຍໂອກາດຈົບຊັ້ນປະຖົມໄດ້ຮັບທຶນຮຽນຕໍ່ຊັ້ນມັດທະຍົມຢ່າງຕໍ່າ 45 ຄົນ. ໃນນັ້ນ, ມີເດັກຍິງ 85%, ກຳນົດໂຄງການ 5 ປີ, ຄາດຄະເນທຶນທີ່ຕ້ອງການ 60 ພັນໂດລາສະຫະລັດ.

 

ในภาพอาจจะมี 12 คน, รวมถึง Amai Phounheuangsee, ผู้คนกำลังนั่ง

 

ໂຄງການສົ່ງເສີມການສ້າງໂຮງຮຽນສີຂຽວຢູ່ພາກເໜືອ ເປົ້າໝາຍແມ່ນເດັກຊັ້ນປະຖົມຢ່າງຕໍ່າ 1.500 ຄົນ. ໃນນັ້ນ, ມີເດັກຍິງ 50% ແລະ ພໍ່ແມ່ນັກຮຽນອີກ 1.500 ຄົນ, ກຳນົດໂຄງການ 5 ປີ, ຄາດຄະເນທຶນທີ່ຕ້ອງການ 75 ພັນໂດລາສະຫະລັດ.

ໂຄງການສົ່ງເສີມການປົກປ້ອງການຖືພາກ່ອນໄວອັນຄວນ ເປົ້າໝາຍແມ່ນນັກຮຽນຊັ້ນມັດທະຍົມ 4 ໂຮງຮຽນໃນເຂດພາກເໜືອຢ່າງຕໍ່າ 200 ຄົນ. ໃນນັ້ນ, ເດັກຍິງ 65%, ກໍານົດໂຄງການ 3 ປີ, ຄາດຄະເນທຶນທີ່ຕ້ອງການ 3 ແສນໂດລາສະຫະລັດ.

 

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

 

ໂຄງການປ້ອງກັນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຢູ່ນະຄອນຫຼວງວຽງຈັນ ແລະ ເຂດພາກເໜືອ ເປົ້າໝາຍແມ່ນ 5 ໂຮງຮຽນ ແລະ 10 ບ້ານ ທັງຢູ່ນະຄອນຫຼວງວຽງຈັນ ແລະ ເຂດພາກເໜືອ ລວມມີຊາວໜຸ່ມທັງໝົດປະມານ 800 ຄົນ. ໃນນັ້ນ, ມີແມ່ຍິງ 50%, ກຳນົດໂຄງການ 5 ປີ, ຄາດຄະເນທຶນທີ່ຕ້ອງການ 6 ແສນໂດລາສະຫະລັດ.

 

( ຂ່າວ: ທິບອຸສາ, ຮູບ: ສຸກສະຫວັນ )