ເສດຖະກິດລາວ ທ້າຍປີອາດຂະຫຍາຍຕົວໄດ້ເຖິງ 7%

273

ວຽກງານແກ້ໄຂຟື້ນຟູໄພພິບັດທາງທຳມະຊາດຂອງລັດຖະບານ ເມື່ອໄລຍະປີ 2018 ຜ່ານມາ ເລີ່ມກັບຄືນສູ່ປົກກະຕິ, ຊາວກະສິກອນສາມາດດຳເນີນການປູກຝັງໄດ້ສະດວກ ໂດຍສະເພາະໃນໄລຍະລະດູຝົນບວກກັບນະໂຍບາຍສົ່ງເສີມການລົງທຶນຕ່າງໆຂອງລັດຖະບານ, ໂຄງການເພື່ອການພັດທະນາ ແລະ ຂະແໜງການອື່ນໆ ເຮັດໃຫ້ 4 ເດືອນຕົ້ນປີ 2019 GDP ຂະຫຍາຍຕົວໃນລະດັບ 6,5%. ແນວໃດກໍຕາມ, ອີງຕາມໂຄງການໃຫຍ່ຂອງລັດຖະບານທີ່ກຳລັງດຳເນີນໃກ້ສຳເລັດ ໂດຍສະເພາະຈະມີເຖິງ 20 ກວ່າເຂື່ອນໄຟຟ້າ ທີ່ຈະດຳເນີນການເດີນເຄື່ອງທີ່ຈະເປັນຕົວຂັບເຄື່ອນເຮັດໃຫ້ GDP ລາວຂະຫຍາຍຕົວໃນລະດັບ 6,7% ຫຼື ອາດຈະສາມາດຂະຫຍາຍຕົວໄດ້ສູງເຖິງ 7% ໃນທ້າຍປີນີ້.

 

ในภาพอาจจะมี ท้องฟ้า และสถานที่กลางแจ้ง

 

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມລັດຖະບານເປີດກວ້າງ ວັນທີ 26 ມິຖຸນາ 2019 ຜ່ານມາວ່າ: ລັດຖະບານໄດ້ເປີດກວ້າງນະໂຍບາຍສົ່ງເສີມການລົງທຶນ ແລະ ຄຳສັ່ງຕ່າງໆ ເພື່ອອຳນວຍຄວາມສະດວກດ້ານການລົງທຶນທັງພາກລັດ ແລະ ເອກະຊົນ ເຮັດໃຫ້ 4 ເດືອນຕົ້ນປີ 2019 GDP ຂອງລາວຂະຫຍາຍຕົວໃນລະດັບ 6,5%, ການລົງທຶນສ່ວນໃຫຍ່ແມ່ນນອນໃນຂະແໜງພື້ນຖານໂຄງລ່າງ, ກະສິກຳ, ພະລັງງານ ແລະ ບໍ່ແຮ່, GDP 6,5% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າຈະຫຍາຍຕົວຊ້າແຕ່ຖ້າທຽບໃສ່ເສດຖະກິດໂລກມີການຂະຫຍາຍໃນລະດັບດີ ສາເຫດມາຈາກເສດຖະກິດໂລກມີການປັບຕົວຊ້າລົງ ບວກກັບ ສປປ ລາວ ພົບໄພພິບັດທາງທຳມະຊາດສ້າງຄວາມເສຍຫາຍໃນວົງກວ້າງ.

 

ในภาพอาจจะมี 2 คน

 

ເພື່ອປະຕິບັດຕາມແຜນການທີ່ມີຢູ່ໄລຍະທ້າຍປີ ລັດຖະບານຈະສືບຕໍ່ສຸມໃສ່ການລົງທຶນບັນດາໂຄງການໃຫຍ່ ຂອງລັດຖະບານໃຫ້ມີຄວາມຄືບໜ້າໄປຕາມແຜນ ເປັນຕົ້ນແມ່ນແກ້ໄຂບັນຫາສິ່ງກີດຂວາງຂອງໂຄງການກໍ່ສ້າງເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ, ໂຄງການທາງດ່ວນສູນການຄ້າ ລາວ – ໄອເຕັກ ຫາ ດົງໝາກຄາຍ ແລະ ທາງລົດໄຟ ລາວ – ຈີນ ຄາດວ່າໝົດປີ 2019 ຈະໃຫ້ຄືບໜ້າໃນລະດັບ 80% – 90% ຈະໃຫ້ສໍາເລັດຕາມແຜນ ແລະ ສາມາດເປີດນໍາໃຊ້ໃນປີ 2021 ທີ່ກໍານົດ, ທ່ານ ສຸພັນ ແກ້ວມີໄຊ ກ່າວ.

 

ในภาพอาจจะมี 1 คน, กำลังนั่ง

 

ທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ຕື່ມວ່າ: ສິ່ງທີ່ໜ້າຍິນດີນັບຈາກທ້າຍປີ 2019 ເປັນຕົ້ນໄປ ບັນດາເຂື່ອນໄຟຟ້າ 20 ກວ່າແຫ່ງ ທີ່ກໍາລັງຈະສ້າງສໍາເລັດ ແລະ ດໍາເນີນການຜະລິດ ລວມກຳລັງການຜະລິດບໍ່ຕ່ຳກວ່າ 2.000 MW ເຊິ່ງບັນດາເຂື່ອນໄຟຟ້າເຫຼົ່ານີ້ຈະເປັນອົງປະກອບສຳຄັນໃນການສະໜັບສະໜູນໃຫ້ເສດຖະກິດຂອງລາວ ໄລຍະທ້າຍປີ 2019 ບໍ່ຫຼຸດ 6,7% ເປັນຕົວເລກທີ່ສະພາແຫ່ງຊາດຮັບຮອງ ພາຍຫຼັງທີ່ມີການປັບຫຼຸດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ( 2016 – 2020 ) ຂອງລັດຖະບານຈາກ 7% ມາຢູ່ທີ່ 6,7% ແລະ ອາດຈະມີຄວາມເປັນໄປໄດ້ GDP ຈະຂະຫຍາຍຕົວໃນລະດັບ 7% ຂຶ້ນໄປຈາກທ້າຍປີ 2019 ໄປຫາປີ 2020.

 

ในภาพอาจจะมี 2 คน, ผู้คนกำลังนั่ง, ตาราง และสถานที่ในร่ม

 

( ຂ່າວ: ສຸລິນ, ຮູບ: ສອນໄຊ )