ງານວາງສະແດງສິນຄ້າ ລາວ – ຫວຽດນາມ ມີຜູ້ປະກອບການເກືອບ 200 ຫົວໜ່ວຍເຂົ້າຮ່ວມ

69

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຮ່ວມກັບຫ້ອງການທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈໍາລາວ ແລະ ພາກທຸລະກິດ ໄດ້ຈັດງານວາງສະແດງສິນຄ້າ ລາວ – ຫວຽດນາມ 2019 ຂຶ້ນ, ມີຜູ້ປະກອບການ ລາວ – ຫວຽດນາມ ເຂົ້າຮ່ວມເກືອບ 200 ຫົວໜ່ວຍ, ມີທັງໝົດ 240 ຮ້ານ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

 

ງານວາງສະແດງສິນຄ້າ ລາວ – ຫວຽດນາມ ເປີດຂຶ້ນໃນວັນທີ 27 ມິຖຸນາ 2019 ທີ່ສູນການຄ້າ ລາວ – ໄອເຕັກໂດຍການເປັນປະທານຂອງ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງ ອຄ, ທ່ານ ກ່າວກວັກຮຸ່ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ມີເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພາກທຸລະກິດທັງສອງປະເທດເຂົ້າຮ່ວມ.

 

ในภาพอาจจะมี 1 คน, กำลังยืน และสถานที่ในร่ม

 

ທ່ານ ພັນທອງ ພິດທຸມມາ ກ່າວວ່າ: ການຈັດງານວາງສະແດງຄັ້ງນີ້ ເປັນການເສີມຂະຫຍາຍສາຍພົວພັນການຄ້າ ລາວ – ຫວຽດນາມ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໂດຍສະເພາະແມ່ນຕົວເລກການຄ້າແມ່ນຈະໄດ້ຂະຫຍາຍຕົວຂຶ້ນ. ພ້ອມດຽວກັນ, ກໍເປັນເວທີແລກປ່ຽນການຮ່ວມມືທາງດ້ານການຄ້າ, ການລົງທຶນ ກ້າວໄປສູ່ການເຊັນສັນຍາແລກປ່ຽນລະຫວ່າງພາກທຸລະກິດດ້ວຍກັນ, ນໍາໄປສູ່ການປັບປຸງສິນຄ້າ, ປັບປຸງຂອດການຜະລິດເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃຫ້ຂະຫຍາຍຕົວເພີ່ມຂຶ້ນ.

 

ในภาพอาจจะมี 6 คน, สถานที่ในร่ม

 

ທ່ານ ກ່າວກວັກຮຸ່ງ ກ່າວວ່າ: ຫວຽດນາມ ແລະ ລາວ ມີຊາຍແດນຕິດຈອດກັນ 10 ແຂວງ, ປີ 2018 ມູນຄ່າການຄ້າ ຫວຽດນາມ – ລາວ ບັນລຸປະມານ 1,1 ຕື້ໂດລາ ເພີ່ມຂຶ້ນ 16% ທຽບໃສ່ປີ 2017 ( ບັນລຸ 889,4 ລ້ານໂດລາ ) ຄິດໄລ່ຮອດເດືອນ 4 ປີ 2019 ມູນຄ່າການຄ້າລະຫວ່າງ ລາວ – ຫວຽດນາມ ບັນລຸ 381,8 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 10,9% ທຽບໃສ່ໄລຍະດຽວຂອງປີ 2018.

ໃນໄລຍະເຊື່ອມໂຍງ ປັດຈຸບັນສາຍພົວພັນຂະແໜງ ອຄ ຖືເປັນສໍາຄັນ ແລະ ຕ້ອງໄດ້ສົ່ງເສີມ ເພື່ອຊຸກຍູ້ຮ່ວມກັນພັດທະນາ 2 ປະເທດ ກໍໄດ້ຈັດຕັ້ງປະຕິບັດບັນດາຂໍ້ຜູກພັນ, ສັນຍາການຄ້າທີ່ໄດ້ລົງນາມ, ພັດທະນາພື້ນຖານໂຄງລ່າງ, ຄົມມະນາຄົມ, ພື້ນຖານໂຄງລ່າງການຄ້າ.

 

ในภาพอาจจะมี 12 คน, รวมถึง Khamkhan Naphavong

 

ໂດຍສະເພາະກະຊວງ ອຄ ສອງປະເທດໄດ້ຕົກລົງເປັນເອກະພາບຈັດຕັ້ງປະຕິບັດຫຼາຍເນື້ອໃນການຮ່ວມມືການຄ້າ ເຊັ່ນ: ປະສານສົມທົບໂຄງການພັດທະນາການຄ້າ ຫວຽດນາມ – ລາວ ໄລຍະ 2017 – 2026, ວິໄສທັດປີ 2035. ພ້ອມກັນນັ້ນ, 2 ຝ່າຍໄດ້ລົງນາມ ແລະ ຈັດຕັ້ງປະຕິບັດບົດບັນທຶກຊ່ວຍສ້າງເວັບໄຊ ເສດຖະກິດການຄ້າ ຫວຽດ   ນາມ – ລາວ. ຄຽງຄູ່ກັນນັ້ນ, ກະຊວງອຸດສາຫະກຳການຄ້າຫວຽດນາມ ກໍໄດ້ອະນຸມັດແຜນພັດທະນາຕານ່າງຕະຫຼາດຊາຍແດນ ຫວຽດນາມ – ລາວ ຮອດປີ 2020, ອະນຸມັດໂຄງການແຜນພັດທະນາລະບົບສາງສິນຄ້າຢູ່ຕາມດ່ານຊາຍແດນເຂດຊາຍແດນ ລາວ – ຫວຽດນາມ ຮອດປີ 2025, ວິໄສທັດຮອດປີ 2035 ນີ້ແມ່ນເອກະສານທີ່ສໍາຄັນທີ່ໄດ້ປະກອບສ່ວນຢ່າງຈິງຈັງ ເພື່ອຊຸກຍູ້ການພົວພັນການຄ້າ 2 ຝ່າຍ ໃຫ້ນັບມື້ຂະຫຍາຍຕົວ.

 

ในภาพอาจจะมี 7 คน, คนที่ยิ้ม, ผู้คนกำลังยืน และชุดสูท

 

ງານວາງສະແດງສິນຄ້າ ລາວ – ຫວຽດນາມ ມີຫົວໜ່ວຍທຸລະກິດ ລາວ – ຫວຽດນາມ ເຂົ້າຮ່ວມເປັນຈໍານວນ 180 ຫ້ອງວາງສະແດງ, ມີທຸລະກິດຫຼາຍກວ່າ 240 ຮ້ານ. ໃນນັ້ນ, ມີທຸລະກິດຫວຽດນາມ 120 ຮ້ານ ຂອງທັງໝົດ 80 ຫົວໜ່ວຍ ມາຈາກຂະແໜງເຟີນີເຈີ, ແກະສະຫຼັກໄມ້, ກະສິກໍາປຸງແຕ່ງສິນຄ້າໂອດ໊ອບ ແລະ ທຸລະກິດທີ່ມີຄຸນນະພາບ, ມີເຄື່ອງໝາຍການຄ້າທີ່ໜ້າເຊື່ອຖືຫຼາຍຂະແໜງການ ຄື: ຢາ ແລະ ອຸປະກອນການແພດ, ເຄື່ອງກົນຈັກໜັກ, ກໍ່ສ້າງ, ສິນຄ້າກະສິກໍາ – ປ່າໄມ້, ອາຫານທະເລ, ເຄື່ອງປຸງແຕ່ງອາຫານ, ສິນຄ້າຕັດຫຍິບ, ແຟຊັນ, ເຄື່ອງຫັດຖະກໍາຕົກແຕ່ງພາຍໃນ – ພາຍນອກ, ເຄື່ອງພລາສຕິກ ແລະ ເຄື່ອງໃຊ້ສອຍ.

 

ในภาพอาจจะมี 10 คน, คนที่ยิ้ม, ผู้คนกำลังยืน และชุดสูท

 

ງານວາງສະແດງສິນຄ້າ ລາວ – ຫວຽດນາມ ຈະຈັດໄປຈົນຮອດວັນທີ 1 ກໍລະກົດ 2019 ທີ່ສູນການຄ້າ ລາວ – ໄອເຕັກ ຫຼັງເກົ່າ.

 

( ຂ່າວ: ພຸດຕີ້, ຮູບ: ວິລະສັກ )