ນັກລົງທຶນຈາກ ອິນໂດເນເຊຍ ສົນໃຈປູກອ້ອຍໃນລາວ

58

ນັກທຸລະກິດຈາກ ອິນໂດເນເຊຍ ມີ ຄວາມສົນໃຈຢາກເຂົ້າມາລົງທຶນປູກອ້ອຍ ພ້ອມທັງສ້າງໂຮງງານຜະລິດນໍ້າຕານເພື່ອສົ່ງກັບຄືນປະເທດ. ນອກຈາກນີ້, ຍັງສົນໃຈໃນວຽກງານການສົ່ງເສີມການປູກເຂົ້າເພື່ອສົ່ງອອກຢູ່ ແຂວງສະຫວັນນະເຂດ ແລະ ຄໍາມ່ວນ ນໍາອີກ.

 

 

ວັນທີ 25 ມິຖຸນາ 2019 ທີ່ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ນາງ ລິນີ ໂຊມາໂນ ລັດຖະມົນຕີກະຊວງລັດວິສາຫະກິດແຫ່ງ ສ.ອິນໂດເນເຊຍ ໂດຍມີຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

 

ในภาพอาจจะมี ธรรมชาติ และสถานที่กลางแจ้ง

 

ໃນໂອກາດການພົບປະທັງສອງຝ່າຍໄດ້ປຶກສາຫາລືຄວາມເປັນໄປໄດ້ ກ່ຽວກັບວຽກງານການຮ່ວມມືດ້ານລັດວິສາຫະກິດຂອງທັງສອງປະເທດ ລະຫວ່າງ ສປປ ລາວ ແລະ ສ.ອິນໂດເນເຊຍ ເຊິ່ງຝ່າຍ ອິນໂດເນເຊຍ ມີຄວາມສົນໃຈຢາກເຂົ້າມາລົງທຶນປູກອ້ອຍ ພ້ອມທັງສ້າງໂຮງງານຜະລິດນໍ້າຕານເພື່ອສົ່ງກັບໄປ ອິນໂດເນເຊຍ. ນອກຈາກນີ້, ກໍຍັງສົນໃຈໃນວຽກງານການສົ່ງເສີມການປູກເຂົ້າເພື່ອສົ່ງອອກຢູ່ແຂວງສະຫວັນນະເຂດ ແລະ ຄໍາມ່ວນ ນໍາອີກ.

 

ในภาพอาจจะมี ต้นพืช, พื้นหญ้า, ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

 

ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການພົບປະໃນຄັ້ງນີ້ ທີ່ເຫັນໄດ້ວ່າມີຄວາມຕ້ອງການເຂົ້າມາລົງທຶນຫຼາຍດ້ານ ພ້ອມທັງສະເໜີໃຫ້ ສ.ອິນໂດເນເຊຍ ຊ່ວຍສະໜອງແນວພັນເຂົ້າທີ່ມີປະສິດທິພາບ ແລະ ໃຫ້ມີການສືບຕໍ່ຂອດການຮ່ວມມື 2 ຝ່າຍ ທາງດ້ານຂະແໜງການກະສິກໍາ ແລະ ປ່າໄມ້ ລະຫວ່າງ ສປປ ລາວ ແລະ ສ.ອິນໂດເນເຊຍ ໃຫ້ນັບມື້ຍິ່ງກວ້າງ ຂວາງໃນຕໍ່ໜ້າ.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ต้นพืช, พื้นหญ้า, สถานที่กลางแจ้ง และธรรมชาติ

 

( ຂ່າວ: ເອຢິບ, ຂໍ້ມູນ: ສອນເພັດ )