ມັກຮັກໃນການສະແດງສະໝັກເລີຍ ນາງເອກ-ພະເອກ ມິວຊິກວິດີໂອເພງໃໝ່ “ມໍ 7”

127

“ຄິດເຖິງຊີວິດ ມໍ 5 ຄິດເຖິງຄົນຮັກຕອນ ມ 5” ເພງດັງອໍາມະຕະ ທີ່ຟັງເທື່ອໃດກໍຄິດຮອດຕອນມໍ 5 ຄິດຮອດຄົນບາງຄົນນັ້ນຍັງຈື່ໄດ້ບໍ່ກັບເພງ ມໍ 5 ຂອງ ຕີ໋ ອຸດາໄລ … ບາດນີ້ຈະກັບມາໃໝ່ໃໝ່ ມໍ 7 ທີ່ທາງອ້າຍຕີ໋ ໄດ້ປະກາດຫາສະແດງບົດບາດຕ່າງໆໃນເອັມວີເພງ ມ 7 ຂອງ ຕີ໋ ອຸດາໄລ

ເປັນທີ່ຕື່ນເຕັ້ນສໍາລັບຄົນທີ່ມັກຮັກໃນການສະແດງ ແລະ ຢາກສະແດງເປັນນາງເອກ-ພະເອກ ຮ່ວມງານກັບ ອ້າຍ ຕີ໋ ອຸດາໄລ ນັກຮ້ອງເພງສຽງດີທີ່ມີຜົນງານເພງດັງອໍາມະຕະທີ່ຍັງຄຸ້ນຫູກັນດີກັບເພງ ມ 5, ເທນໍ້າລົງຊາຍ ແລະ ປັດຈຸບັນອ້າຍຕີ້໋ ຈະເຮັດເພງໃໝ່ອອກມາຄືເພງ ມ 7 ໂດຍທາງ ເຈ້ຍ ປາຊີຟິກ ໄດ້ໂພສ ຜ່ານເຟດສ່ວນຕົວອ້ານເຈ້ຍວ່າ

“ປະກາດຮັບສະຫມັກ ພະເອກ-ນາງເອກ ອາຍຸ 16-18ປີ ຫມູ່ພະເອກ ໂຕຕຸ້ຍ 16-18ປີ, ຮັບບົດນາງເອກຕອນໃຫຍ່ 30-35ປີ ຖ່າຍເອັມວີເພງ ມໍ7 ຂອງອ້າຍຕີ໋ ອຸດາໄລ” ສໍາລັບໃຜທີ່ສົນໃຈ ເມັ້ນລົງກ້ອງໂພສ ເຟດບຸກອ້າຍເຈ້ຍເລີຍເດີ້ Phoumsana Sirivongsa