ຢຸ້ຍ ສັນທະນີ ໄດ້ຮັບລາງວັນກຽດຕິຍົດ ສົ່ງເສີມດ້ານພະພຸດທະສາສະໜາ

101

ມາທີ່ເລື່ອງໜ້າຍິນດີອີກເລື່ອງ ຢຸ້ຍ ສັນທະນີ ໃສມະນີວັນ Miss Supranational Laos 2018 ໄດ້ຮັບລາງວັນກຽດຕິຍົດ ສົ່ງເສີມດ້ານພະພຸດທະສາສະໜາ ແລະ ເປັນບຸກຄົນປະພຶດປະໂຫຍດແກ່ສັງຄົມ ໂດຍ ສະຖານບັນ Bodhisastra University Florida.USA ( ມະໄລໂພທິສາດ ພໍລິດາ ສະຫະລັດອາເມລິກາ) ໄດ້ມີພິທີມອບຮັບໃນວັນທີ 22 ມິຖຸນາ 2019 ທີ່ໂຮງແຮມ ອ່າງຄໍາ.

ທາງ ອົງກອນ Bodhisastra University, Florida, USA ໄດ້ມອບລາງວັນ ກຽດຕິຍົດ ສົ່ງເສີມດ້ານພະພຸດທະສາສະໜາ ແລະ ເປັນບຸກຄົນປະພຶດປະໂຫຍດແກ່ສັງຄົມ (Bodhisastra Honorary Award 2rd, 2019) ໃຫ້ ຢຸ້ຍ ເນື່ອງຈາກຢຸ້ຍ ເປັນນາງງາມອີກຄົນທີ່ໄດ້ອຸທິດຕົນທາງການກຸສົນ, ສາດສະໜາມາໂດຍຕະຫຼອດ ເຊິ່ງເປັນແບບຢ່າງທີ່ດີແກ່ໄວຫນຸ່ມຍຸກໃຫມ່ ໃນການຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນ.

ຢຸ້ຍ ສັນທະນີ Miss Supranational Laos 2018 ໄດ້ຮັບລາງວັນ Best National costume ,Top 20 photogenic , Top20 Talent shows,
ຢຸ້ຍ ສັນທະນີ ເປັນສາວລາວ ຈົບການສຶກສາ ລະດັບປະລິນຍາຕີສາຂາກົດໝາຍແພ່ງ ຈາກຄະນະນິຕິສາດ ແລະ ລັດຖະສາດ. ພ້ອມນັ້ນ ຍັງຈົບຄູພາສາອັງກິດອີກດ້ວຍ.ສາວຢຸ້ຍ ແມ່ນໄດ້ເປັນຕົວແທນສາວລາວ Miss Southeast Asia Tourism Ambassadress Laos 2015 ໄປປະກວດທີ່ປະເທດມາເລເຊຍ ໃນເວທີ Miss Southeast Asia Tourism Ambassadress 2015 ໄດ້ລາງວັນ Top7 The Best of Talent ແລະ ໄດ້ຮອງອັນດັບ 3, ນາງສັງຂານ ນະຄອນຫຼວງ 2555 (2012) ຮອງອັນດັບ 3 ແລະ Miss Protect Pro-slim 2009 ຊະນະເລີດອັນດັບ 1″.

ສ່ວນກ່ອນໜ້ານີ້ ຢຸ້ຍ ແມ່ນເຄີຍເຮັດວຽກເປັນພະນັກງານບໍລິຫານ ບໍລິສັດ Mekong Media ແລະ ສາວແອ ຂອງສາຍການບິນ Lao Skyway”.
“ຕອນນີ້ແມ່ນເຮັດທຸລະກິດສ່ວນໂຕ ຄືເປີດ SSSAGENCY ເປັນບໍລິສັດ Media ຮັບຈັດງານ, ການຕະຫຼາດ, Modeling ແລະ SSS Academy ສອນການສະແດງ , ເດີນແບບ ແລະ ພັດທະນາບຸກຄະລິກກະພາບ “. ເປັນເຖິງລະດັບຜູ້ບໍລິຫານບໍລິສັດໂມເດວລິງ ວ້າວ …. ທັງງາມທັງເກັ່ງອີ່ຫຼີ່ເລີຍ.