ຢູນີເທວ ນຳສະເໜີ 4 ຂົງເຂດວຽກງານ ໃນງານ Lao ICT Expo 2019

320

ງານວາງສະແດງເຕັກໂນໂລຊີສື່ສານຂໍ້ມູນ – ຂ່າວສານ ປະຈໍາປີ 2019 ( Lao ICT EXPO 2019 ) ຈັດຂຶ້ນໃນລະຫວ່າງວັນທີ 26 – 30 ມິຖຸນາ 2019 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ ສ້າງ ແລະ ສົ່ງເສີມ ການຫັນເປັນດິຈິຕອລໃນລາວ ( Create and Promote Lao Digital Transformation ) ” ງານດັ່ງກ່າວ ບໍລິສັດ ສະຕາໂທລະຄົມ ໄດ້ນຳເອົາ 4 ຂົງເຂດວຽກງານມານຳສະເໜີໃຫ້ສັງຄົມ.

 

ในภาพอาจจะมี 10 คน, สถานที่ในร่ม

 

ອີງຕາມການເປີດເຜີຍຂອງ ທ່ານ ລີວ ແມງ ຮ່າ ( Luu Mang Ha ) ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ໃຫ້ຮູ້ວ່າ: ງານຄັ້ງນີ້ ບໍລິສັດ ສະຕາໂທລະຄົມ ຫຼື ຢູນີເທວ ເປັນຜູ້ໃຫ້ບໍລິການທາງດ້ານໂທລະຄົມ ແຕ່ວ່າງານຄັ້ງນີ້ຈະບໍ່ໄດ້ເນັ້ນໜັກກ່ຽວກັບຂົງເຂດໂທລະຄົມ ເຊິ່ງທາງບໍລິສັດຈະເນັ້ນໜັກລະບົບ ໄອຊີທີ ກໍຄືລະບົບເຕັກໂນໂລຊີຂໍ້ມູນ – ຂ່າວສານ ໂດຍມີຢູ່ 4 ຂົງເຂດວຽກງານຫຼັກ ຄື: ຂົງເຂດໂທລະຄົມ, ອີ – ກາເວີເມັນ, ລະບົບຄຸ້ມຄອງສາທາລະນະສຸກ ແລະ ລະບົບອີ – ເລິນນິງ

 

ในภาพอาจจะมี 7 คน, คนที่ยิ้ม, ผู้คนกำลังยืน และชุดสูท

 

ສຳລັບວຽກງານຂົງເຂດໂທລະຄົມເປັນທີ່ຮູ້ຈັກຂອງສັງຄົມຫຼາຍສົມຄວນ, ສ່ວນລະບົບ ອີ – ກາເວີເມັນ ( E – Government ) ເປັນວຽກງານໃໝ່ ເຊິ່ງບັນດາລູກຄ້າ, ກະຊວງ, ທະບວງກົມຍັງບໍ່ທັນຮູ້ເລິກເຊິ່ງກ່ຽວກັບລະບົບດັ່ງກ່າວ ເພາະຈະຫັນເປັນທັນສະໄໝໄດ້ກໍຕໍ່ເມື່ອວ່າທັງໝົດບັນດາກະຊວງທະບວງກົມ ບັນດາຫົວໜ່ວຍທຸລະກິດ ຫຼື ປະຊາຊົນ, ຕ້ອງຫັນໃຊ້ລະບົບເຕັກໂນໂລຊີຂໍ້ມູນ – ຂ່າວສານ ເຊິ່ງວ່າລະບົບ ອີ – ກາເວີເມັນນີ້ ເບື້ອງບໍລິສັດ ຫວຽດເທວໂກຼໂບກຣຸບ ກໍໄດ້ຜັນຂະຫຍາຍລະບົບດັ່ງກ່າວນີ້ໃຫ້ບັນດາປະເທດທີ່ ບໍລິສັດໄດ້ໄປລົງທຶນຢູ່ໃນຂອບເຂດທົ່ວໂລກ ໂດຍມີ 11 ປະເທດດ້ວຍກັນ.

 

ในภาพอาจจะมี 9 คน, คนที่ยิ้ม, ผู้คนกำลังยืน และชุดสูท

 

ສຳລັບລະບົບຄຸ້ມຄອງສາທາລະນະສຸກ ເປັນລະບົບທີ່ທັນສະໄໝໃນການຄຸ້ມຄອງນັບແຕ່ການກວດສຸຂະພາບ, ການສັກຢາກັນພະຍາດ, ປະຫວັດຄົນເຈັບ ນັບແຕ່ມື້ເລີ່ມຕົ້ນກວດສຸຂະພາບຈົນຮອດແຕ່ລະໄລຍະ. ລະບົບດັ່ງກ່າວຈະໄດ້ນຳສະເໜີໃຫ້ລັດຖະບານລາວ ກໍຄືກະຊວງສາທາລະນະສຸກໄດ້ໃຊ້ເຂົ້າໃນການບໍລິຫານຄຸ້ມຄອງ.

ສ່ວນດ້ານ ລະບົບ ອີ – ເລິນນິງ ( E – Learning ) ແມ່ນສຳລັບວຽກງານດ້ານການສຶກສາ ໂດຍຈະປະສານສົມທົບກັບກະຊວງສຶກສາທິການ ແລະ ກີລາ ເພື່ອຈັດຕັ້ງຜັນຂະຫຍາຍລະບົບດັ່ງກ່າວນີ້ ແລະ ນຳໃຊ້ໃຫ້ແກ່ວຽກງານການສຶກສາ ນັບຕັ້ງແຕ່ຂັ້ນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມຕອນປາຍ, ໂຮງຮຽນວິຊາຊີບ, ໂຮງຮຽນຊັ້ນຕົ້ນ ແລະ ລວມທັງມະຫາວິທະຍາໄລຕ່າງໆເຂົ້າໃນວຽກງານບໍລິຫານ ແລະ ຄຸ້ມຄອງການສຶກສາ ເຊິ່ງລະບົບດັ່ງກ່າວຍັງສາມາດຕິດຕາມການຮຽນ – ການສອນ, ການລົງທະບຽນ, ການເສຍພັນທະ ແລະ ອື່ນໆ. ນອກນັ້ນ, ຍັງຊ່ວຍໃຫ້ວຽກງານການສຶກສາສາມາດກ້າວກະໂດດຂຶ້ນອີກບາດກ້າວໜຶ່ງ.

 

ในภาพอาจจะมี 7 คน, คนที่ยิ้ม, ผู้คนกำลังยืน, ชุดสูท และสถานที่ในร่ม

 

ທ່ານຜູ້ອຳນວຍການໃຫຍ່ ກ່າວຕື່ມວ່າ: ເວົ້າລວມແລ້ວ 4 ຂົງເຂດໄດ້ນໍາໃຊ້ລະບົບປະຕິບັດອຸດສາຫະກຳ 4.0. ສໍາລັບຄວາມຄາດຫວັງຈາກງານນີ້ ຢູນີເທວ ບໍ່ສະເພາະແຕ່ໃຫ້ບໍລິການທາງດ້ານໂທລະຄົມມະນາຄົມ. ຄຽງຄູ່ກັນນັ້ນ, ຢູນີເທວ ຍັງເປັນຜູ້ສະໜອງບໍລິການ ແລະ ຜະລິດຕະພັນທາງດ້ານຂະແໜງເຕັກໂນໂລຊີຂໍ້ມູນ – ຂ່າວສານ ເພື່ອໃຫ້ຄະນະນໍາ ແລະ ສັງຄົມຮັບຮູ້.

ຢູນີເທວ ແມ່ນເຄືອຂ່າຍທີ່ສະໜອງບໍລິການດ້ານໂທລະຄົມໃນ ສປປ ລາວ, ເປັນເຄືອຂ່າຍທີ່ມີຂອບເຂດສົ່ງສັນຍານທີ່ກວມພື້ນທີ່ກວ້າງຂວາງທີ່ສຸດ, ເປັນເຄືອຂ່າຍທີ່ເຊື່ອຖືໄດ້, ຢູນີເທວແມ່ນເຄື່ອງໝາຍການຄ້າ ຂອງ ບໍລິສັດ ສະຕາໂທລະຄົມ ໂດຍການຮ່ວມທຶນລະຫວ່າງ ບໍລິສັດ ລາວເອເຊຍໂທລະຄົມ ແລະ ບໍລິສັດ ຫວຽດເທວໂກຼໂບກຣຸບ ແຫ່ງ ສສ ຫວຽດນາມ.

 

ในภาพอาจจะมี 2 คน, ผู้คนกำลังยืน, หน้าจอ และสถานที่ในร่ม

 

ຢູນີເທວແມ່ນໜຶ່ງໃນເຄືອຂ່າຍທີ່ໃຫຍ່ທີ່ສຸດໃນລາວ ມີຈໍານວນລູກຄ້ານໍາໃຊ້ບໍລິການມືຖື ຫຼາຍກວ່າ 2,3 ລ້ານຄົນ, ຢູນີເທວ ໄດ້ຂະຫຍາຍເຄືອຂ່າຍຢ່າງກວ້າງຂວາງທົ່ວປະເທດ ເພື່ອຊ່ວຍໃຫ້ປະຊາຊົນລາວໄດ້ນໍາໃຊ້ໂທລະສັບໃນການພົວພັນສື່ສານ ແລະ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ ເຮັດໃຫ້ຕະຫຼາດມືຖືເພີ່ມຂຶ້ນ 4 ທົບ ນັບຈາກມື້ທີ່ ຢູນີເທວ ໄດ້ເປີດໃຫ້ບໍລິການສ່ວນແບ່ງທ້ອງຕະຫຼາດ ກວມ 54%.

 

ในภาพอาจจะมี 10 คน, คนที่ยิ้ม, ผู้คนกำลังยืน และชุดสูท

 

[ ໂດຍ: ສົມລົດ; ຮູບ: ວິລະສັກ ]