ລັດຖະບານ ຈະປັບລາຄາໄຟຟ້າທີ່ຢູ່ອາໄສເປັນລາຄາດຽວ

45

ລັດຖະບານ ກຳລັງພິຈາລະນາເຖິງການປັບລາຄາກະແສໄຟຟ້າທີ່ຢູ່ອາໄສຄືນໃໝ່ ຈາກທີ່ມີອັດຕາເສຍ 6 ລາຄາໃນປັດຈຸບັນມາເປັນລາຄາດຽວ ໂດຍຈະນໍາໃຊ້ນະໂຍບາຍສົ່ງເສີມຫຼຸດ 50% ສໍາລັບຄົວເຮືອນທີ່ໃຊ້ໄຟຟ້າຕໍ່າກວ່າ 150 ກິໂລວັດໂມງຕໍ່ເດືອນລົງມາ.

 

ในภาพอาจจะมี ท้องฟ้า, สะพาน, ต้นพืช, รถไฟ, ต้นไม้, สถานที่กลางแจ้ง, น้ำ และธรรมชาติ

 

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດເຜີຍຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ເມື່ອວັນທີ 27 ມິຖຸນາ ຜ່ານມາວ່າ: ການປັບປຸງລາຄາໄຟຟ້າໃນຄັ້ງນີ້ ເພື່ອແນໃສ່ໃຫ້ສັງຄົມໄດ້ຮັບຄວາມຍຸຕິທຳ ເນື່ອງຈາກວ່າໃນໄລຍະຜ່ານມາຄ່າໄຟຟ້າສຳລັບທີ່ຢູ່ອາໄສມີເຖິງ 6 ຂັ້ນ   ( 6 ລາຄາ ) ເຊິ່ງແຕ່ລະຂັ້ນມີລາຄາແຕກຕ່າງກັນ ຕັ້ງແຕ່ 348 ກີບ ຈົນເຖິງ 999 ກີບຕໍ່ກິໂລວັດໂມງ. ດັ່ງນັ້ນ, ໃນເວລາພະນັກງານລົງໄປຈົດນັບຕົວເລກກົງເຕີບໍ່ຖືກເວລາກໍເຮັດໃຫ້ຕົວເລກສູງດີດຂຶ້ນ ເຊິ່ງບໍ່ມີຄວາມຍຸຕິທຳຕໍ່ຜູ້ຊົມໃຊ້.

ในภาพอาจจะมี 1 คน, ชุดสูท และสถานที่ในร่ม

 

ในภาพอาจจะมี ท้องฟ้า, เมฆ, ต้นพืช และสถานที่กลางแจ้ง

 

ທ່ານລັດຖະມົນຕີ ກະຊວງພະລັງງານ ກ່າວອີກວ່າ: ຕໍ່ກັບການປັບຄ່າກະແສໄຟຟ້າດັ່ງກ່າວ ລັດຖະບານໄດ້ປຶກສາຫາລືກັນຫຼາຍຄັ້ງ ແລະ ໄດ້ກຳນົດອອກມາສອງທາງເລືອກທີ່ນຳມາປຶກສາຫາລືໃນກອງປະຊຸມລັດຖະບານເປີດກວ້າງໃນຄັ້ງນີ້ ເພື່ອໃຫ້ບັນດາສະມາຊິກລັດຖະບານພິຈາລະນາປະກອບຄຳເຫັນ ຄື: 1). ຮັກສາລາຄາແບບເກົ່າ ( ໝາຍຄວາມວ່າເສຍ 6 ລາຄາ ) ແລະ 2). ເສຍລາຄາດຽວແຕ່ວ່າອາດຈະມີນະໂຍບາຍຫຼຸດລາຄາ 50% ໃຫ້ສຳລັບຜູ້ມີລາຍຮັບຕ່ຳ. ສະນັ້ນ, ສະມາຊິກລັດຖະບານ ແລະ ເຈົ້າແຂວງຫຼາຍທ່ານໄດ້ສະເໜີໃຫ້ປະຕິບັດທາງເລືອກທີ 2 ພ້ອມທັງສະເໜີໃຫ້ມີນະໂຍບາຍຕໍ່ພະນັກງານ – ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຜູ້ມີລາຍຮັບຕ່ຳ ເຊິ່ງເບື້ອງຕົ້ນໄດ້ກຳນົດເອົາຄົວເຮືອທີ່ຊົມໃຊ້ໄຟຟ້າ 50 ກິໂລວັດໂມງລົງມາ ອາດຈະມີນະໂຍບາຍຫຼຸດລາຄາໃຫ້ 50% ແຕ່ສະມາຊິກລັດຖະບານ ແລະ ບັນດາເຈົ້າແຂວງໄດ້ສະເໜີໃຫ້ເພີ່ມຂຶ້ນເປັນ150 ກິໂລວັດໂມງ ( ໝາຍຄວາມວ່າຄົວເຮືອນໃດທີ່ໃຊ້ໄຟຟ້າ 150 ກິໂລວັດໂມງຕໍ່ເດືອນລົງມາ ) ແມ່ນຈະໄດ້ມີນະໂຍບາຍຫຼຸດ 50%. ດັ່ງນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຈະປຶກສາຫາລືກັບພາກສ່ວນກ່ຽວຂ້ອງຕື່ມອີກ ເພື່ອຫາຂໍ້ຕົກລົງທີ່ເໝາະສົມຄາດວ່າຈະຮູ້ຜົນບໍ່ກາຍປີ 2019 ນີ້.

 

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

 

ການເສຍໃນລາຄາອັດຕາດຽວ ( ສຳລັບທີ່ຢູ່ອາໄສ ) ແມ່ນກຳນົດເສຍສຳລັບປີ 2019 ແມ່ນ 700 ກີບຕໍ່ກິໂລວັດໂມງ, ຖ້າຫາກວ່າຫຼຸດ 50% ກໍຍັງເຫຼືອ 350 ກີບຕໍ່ກິໂລວັດໂມງ ແລະ ປີຕໍ່ໆໄປຈະຂຶ້ນປີລະ 1% ເທົ່ານັ້ນ. ສຳລັບລາຄາໄຟຟ້າທີ່ບໍ່ແມ່ນທີ່ຢູ່ອາໄສໄດ້ຈັດເປັນ 3 ແຮງດັນ ຄື: 1. ແຮງດັນ 0,4 ກິໂລໂວນ, 2. ແມ່ນ 22 ກິໂລໂວນ ແລະ 3. ອັດຕາ 115 ກິໂລໂວນ ເຊິ່ງຄ່າກະແສໄຟຟ້າຈະແຕກຕ່າງກັນ.

 

ในภาพอาจจะมี ท้องฟ้า, ต้นไม้, เมฆ, ต้นพืช และสถานที่กลางแจ้ง

 

ສຳລັບການຊົມໃຊ້ໄຟຟ້າຢູ່ ສປປ ລາວ 41% ແມ່ນຊົມໃຊ້ພາກຄົວເຮືອນ ( ທີ່ຢຸ່ອາໄສ ) ແລະ 43% ແມ່ນພາກອຸດສາຫະກຳ ໂດຍພາກອຸດສາຫະ  ກຳ – ກະສິກໍາ ຫຼື ແຮງດັນ 0,4 ກິໂລໂວນ ແມ່ນລາຄາ 540 ກີບຕໍ່ກິໂລວັດໂມງ. ໃນນັ້ນ, ກວມເອົາທຸລະກິດທັງປູກທັງລ້ຽງ, ໃນຂະນະທີ່ໂຮງງານປຸງແຕ່ງຜະລິດກະສິກຳທີ່ຕິດພັນກັບການຄ້ຳປະກັນສະບຽງອາຫານແມ່ນ 600 ກີບຕໍ່ກິໂລວັດໂມງ, ສ່ວນທຸລະກິດ SMEs ຈາກ 779 ກີບ ຫຼຸດລົງມາຢູ່ທີ່ 761 ກີບຕໍ່ກິໂລວັດໂມງ.

 

ในภาพอาจจะมี 1 คน, กำลังนั่ง, สำนักงาน, หน้าจอ และสถานที่ในร่ม

 

( ຂ່າວ: ສຸລິນ, ຮູບ: ສອນໄຊ )