ວິທະຍາໄລ ເຕັກໂນໂລຢີຫົວສຽວຈຳປາສັກ ເປີດຮັບນັກສຶກສາຊຸດໃໝ່ແລ້ວ

170

ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ ປະກາດແຈ້ງການເຖິງ ນັກຮຽນສາມັນທີ່ສຳເລັດການສຶກສາຊັ້ນມັດທະຍົມຕອນປາຍ  (ມ6 ຫຼື ມ7) ໂຮງຮຽນບຳລຸງ ຫຼື ທຽບເທົ່າ ມ6 ຫຼື ມ7 ພາຍໃນທົ່ວປະເທດ ເລື່ອງການຮັບສະໝັກເອົານັກສຶກສາຊຸດໃໝ່ເຂົ້າຮຽນທີ່ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ ປະຈຳສົກຮຽນ 2019-2020.

 

 

ໂດຍອີງຕາມ ແຜນຫຼັກສູດ ການຮຽນ-ການສອນ ຂອງວິທະຍາໄລ ເຕັກໂນໂລຢີຫົວສຽວຈຳປາສັກ ປະຈຳປີ 2019-2020. ຜູ້ອໍານວຍການວິທະຍາໄລເຕັກໂນໂລຢີຫົວສຽວຈໍາປາສັກ ຂໍແຈ້ງມາຍັງນັກຮຽນສາມັນ ທີ່ສຳເລັດການສຶກສາຊັ້ນມັດທະຍົມຕອນປາຍ ໃນທົ່ວປະເທດ ຜູ້ທີ່ສົນໃຈ ຢາກສຶກສາຢູ່ວິທະຍາໄລເຕັກໂນໂລຢີຫົວສຽວ ຈຳປາສັກ ປະຈຳປີ 2019-2020 ສາມາດມາສະໝັກໄດ້ເລີ່ມແຕ່ວັນທີ 1 ກໍລະກົດ 2019 ຈົນຮອດວັນທີ 31 ສິງຫາ 2019 ທີ່ວິທະຍາໄລດັ່ງກ່າວ.

 

 

ເຊິ່ງລະດັບສາຍຮຽນປະກອບມີ ລະດັບອະນຸປະລິນຍາຕີ (ຊັ້ນສູງ) ກໍ່ສ້າງ 3 ປີ ພາກປົກກະຕິ ເວລາຮຽນ (ຈັນ-ສຸກ) ປະກອບມີ 2 ສາຂາວິຊາຄື: IT ຄອມພິວເຕີ ຂໍ້ມູນຂ່າວສານ ແລະ ການເງິນ-ການບັນຊີວິສາຫະກິດ.

 

 

ສຳລັບເອກະສານປະກອບເຂົ້າຮຽນປະກອບມີ: ໃບປະກາສະນິຍະບັດມັດທະຍົມຕອນປາຍ ຫຼື ບັດເຂົ້າຫ້ອງສອບເສັງມັດທະຍົມຕອນປາຍ; ຮູບຂະໜາດ 3×4 ຈຳນວນ 02 ໃບ ແລະ ຄ່າທຳນຽມເອກະສານເປັນນັກສຶກສາ 50 ພັນກີບ/ຄົນ/ຊຸດ.