ສາລະວັນ ອະນຸມັດໃຫ້ບໍລິສັດຈຸງຢາງອີຊີ ຊີມັງລາວ ສໍາປະທານດິນ ເພື່ອຂະຫຍາຍກິດຈະການ

131

ເພື່ອເປັນການສຶບຕໍ່ຂະຫຍາຍກິດຈະການຜະລິດຊີມັງລາວຢູ່ແຂວງສາລະວັນ ໃຫ້ເຕີບໂຕ ແລະ ມີທ່ວງທ່າຂະຫຍາຍຕົວຂຶ້ນເລື້ອຍໆທາງດ້ານປະລິມານ ແລະ ຄຸນນະພາບ ແນໃສ່ຕອບສະໜອງໃຫ້ແກ່ສັງຄົມໄດ້ຢ່າງທົ່ວເຖິງ ທັງເປັນທີ່ຍອມຮັບຂອງສັງຄົມ ພ້ອມທັງຂະຫຍາຍຜະລິດຕະພັນຕ່າງໆຂອງບໍລິສັດ ໃຫ້ໄດ້ຈຳໜ່າຍຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ.

 

 

 

ໃນວັນທີ 25 ມິຖຸນາ ຜ່ານມາ ຢູ່ພະແນກແຜນການ ແລະ ການລົງທຶນແຂວງສາລະວັນ ໄດ້ມີພິທີເຊັນສັນຍາອະນຸມັດສຳປະທານທີ່ດິນ 63 ກວ່າເຮັກຕາ ເພື່ອຂະຫຍາຍກິດຈະການ ລະຫວ່າງ ບໍລິສັດ ຈຸງຢາງອີຊີ ຊີມັງລາວ ກັບ ຝ່າຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ເຊິ່ງເຊັນໂດຍ ທ່ານ ບຸນເຮັ່ງ ໄຊຍະເສນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ວຽງສະໄໝ ສໍອ້ອຍທິບ ຮອງເຈົ້າເມືອງໆສາລະວັນ ກັບຝ່າຍບໍລິສັດໂດຍແມ່ນ ທ່ານ ລີຢຽນຫົວ ປະທານບໍລິສັດຈຸງຢາງອີຊີ ຊີມັງລາວ ຈໍາກັດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໂດຍຊ້ອງໜ້າ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດ ຕະຫຼອດຮອດຕາງໜ້າພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ.

 

 

 

 

 

ຂໍ້ມູນ: ໜັງສືພິມສາລະວັນ