ການ​ຮ່ວມ​ມື​ທາງ​ທຸ​ລະ​ກິດ ຄັ້ງ​ປະ​ຫວັດ​ສາດ ລະ​ຫວ່າງ ກຸ່ມ​ບໍ​ລິ​ສັດ​ພົງ​ສະ​ຫວັນ ແລະ ກຸ່ມ​ລັດ​ວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ

295

ໃນ​ຕອນ​ແລງ​ຂອງວັນ​ທີ 25 ມິ​ຖຸ​ນາ 2019 ໄດ້ມີ​ພິ​ທີ​ນົງ​ນາມ​ການ​ຮ່ວມ​ມື​ທາງ​ທຸ​ລະ​ກິດ ລະ​ຫວ່າງ ກຸ່ມບໍ​ລິ​ສັດ​ພົງ​ສະ​ຫວັນ ແລະ ກຸ່ມລັດວິສາຫະກິດ ອິນໂດເນເຊຍ ທີ່ໂຮງແຮມ ແລນມາກແມ່ຂອງຣີເວີຊາຍ ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພະ​ຍານຈາກຄະ​ນະ​ການ​ນຳ​ຝ່າຍ​ລາວ ໂດຍ ພະ​ນະ​ທ່ານ ປອ.ສຸ​ພັນ ແກ້ວ​ມີ​ໄຊ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ​ພະ​ນະ​ທ່ານ ປອ. ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມ​ດ້ວຍຮອງ​ລັດ​ຖະ​ມົນ​ຕີ​ຈາກ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ ເຊັ່ນ: ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ແລະ ທ່ານ ສາດສະດາຈານ ດຣ. ອ໊ອດ ພົງສະຫວັນ, ຜູ້ກໍ່ຕັ້ງ ແລະ ປະທານທີ່ປຶກສາກິດຕິມະສັກ ກຸ່ມບໍລິສັດພົງສະຫວັນ.

ສ່ວນ​ຝ່າຍ​ອິນ​ໂດ​ເນ​ເຊຍໃຫ້​ກຽດ​ເຂົ້າ​ຮ່ວມເປັນ​ສັກ​ຂ​ພີ​ພະ​ຍານໂດຍ ພະ​ນະ​ທ່ານ ທ່ານ ນາງ ຣິ​ນີ ມາເຣຍນິ ໂຊມ່າໂນ (Rini Mariani Soemarno), ລັດຖະມົນຕີ ກະຊວງລັດວິສາຫະກິດ ອິນໂດເນເຊຍ, ​ມີບັນ​ດາ​ທ່ານຮອງລັດ​ຖະ​ມົນ​ຕີ ຈາກ​ກະ​ຊວງ​ດັ່ງ​​ກ່າວ ​ແລະ ພະ​ນະ​ທ່ານ ປ​ຣະ​ຕິ​ໂຕ ໂຊ​ຮາ​ຣີ​ໂອ (Pratito Soeharyo) ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ສປປ ລາວ.

 

 

ໃນການ​ຮ່ວມ​ມື​ຄັ້ງ​ນີ້, ໄດ້​ມີ​ການ​ລົງ​ນາມ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ 4 ສະ​ບັບ ດັ່ງ​ນີ້:

1  ບົດ​ບັນທຶກຄວາມ​ເຂົ້າ​ໃຈ ເພື່ອ​ຮ່ວມ​ມື​ພັດ​ທະ​ນາ​ໂຄງ​ການກະ​ສິ​ກຳ ລະ​ຫວ່າງ ບໍ​ລິ​ສັດໄພ​ບູນ​ການ​ຄ້າ ຂາ​ເຂົ້າ​-ຂາ​ອອກ​ ຈຳ​ກັດ, ລັດ​ວິ​ສາ​ຫະ​ກິດ PT Perkebunan Nusantara, ລັດ​ວິ​ສາ​ຫະ​ກິດ PT Pupuk Indonesia ແລະ ລັດ​ວິ​ສາ​ຫະ​ກິດ Perum Bulog. ​ຄາດ​ຄະ​ເນ​ຜົນການ​ຮ່ວມ​ມື​ຄັ້ງ​ດັ່ງ​ກ່າວ​ນີ້ ແມ່ນ​ຈະ​ໄດ້​ຮ່ວມ​ທຶນຜະ​ລິດ ແລະ ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ ໄປ​ຍັງ​ຕະ​ຫຼາດ​ສາ​ກົນ ເປັ​ນ​ຕົ້ນ​ແມ່ນ ເຂົ້າ, ສາ​ລີ, ຖົ່ວເຫຼືອງ, ອ້​ອຍ ແລະ ອື່ນໆ ຫຼາຍກວ່າ 1 ລ້ານ ໂຕນ​ຕໍ່​ປີ.

2 ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ເພື່ອ​ຮ່ວມ​ມື​ພັດ​ທະ​ນາ​ໂຄງ​ການພື້ນ​ຖານ​ໂຄງ​ລ່າງ ແລະ ຄົມ​ມະ​ນາ​ຄົມ ລະ​ຫວ່າງ ບໍ​ລິ​ສັດ ປີ​ໂຕ​ຣ​ລ້ຽມ​ເທ​ຣດ​ດິ້ງ​ ລາວ ມະ​ຫາ​ຊົນ ແລະ ລັດ​ວິ​ສາ​ຫະ​ກິດ Indonesia Railway Development Consortium ເຊິ່ງ​ຄາດ​ວ່າ​ໃນ​ເບື້ອງ​ຕົ້ນ ຈະ​ໄດ້​ຮ່ວມ​ທຶນ​ພັດ​ທະ​ນາ ໂຄງ​ການ​ທາງ​ລົດ​ໄຟ​ຈາກ ຕົວ​ເມືອງ ທ່າ​ແຂກ, ແຂວງ ຄຳ​ມ່ວນ, ສ​ປ​ປ ລາວ ໄປ​ຫາ ທ່າ​ເຮືອ ຫວຸ້ງ​ອ່າງ, ສ​ສ ຫວຽດ​ນາມ.

 

 

3 ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ເພື່ອ​ຮ່ວມ​ມື​ພັດ​ທະ​ນາ​ໂຄງ​ການອຸດ​ສາ​ຫະ​ກຳ​ບໍ່​ແຮ່ ລະ​ຫວ່າງ ບໍ​ລິ​ສັດ ປີ​ໂຕ​ຣ​ລ້ຽມ​ເທ​ຣດ​ດິ້ງ​ ລາວ ມະ​ຫາ​ຊົນ ແລະ ລັດ​ວິ​ສາ​ຫະ​ກິດ PT Timah TBK ແລະ ລັດ​ວິ​ສາ​ຫະ​ກິດ Pupuk Indonesia ເພື່ອ​ຮ່ວມ​ກັນ​ສຳ​ຫຼ​ວດ ແລະ ຂຸດ​ຄົ້ນ ບໍ່​ເກື​ອ​ກາ​ລີ ແລະ ບໍ່​ກົ່ວ.

4 ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ການ​ຊື້-ຂາຍ ຖ່ານ​ຫີນ​ ລະ​ຫວ່າງ ບໍ​ລິ​ສັດ ປີ​ໂຕ​ຣ​ລ້ຽມ​ເທ​ຣດ​ດິ້ງ​ ລາວ ມະ​ຫາ​ຊົນ ແລະ ລັດ​ວິ​ສາ​ຫະ​ກິດ Bukit Asam ເພື່ອ​ສະ​ໜອງ​ໃຫ້ ໂຮງ​ງານ​ໄຟ​ຟ້າ​ພະ​ລັງ​ງາ​ຄວາມ​ຮ້ອນ​ຖ່ານ​ຫີນ000MW ທີ່ ແຂວງ ຄຳ​ມ່ວນ ສ​ປ​ປ ລາວ.

 

 

ໂອກາດນີ້, ທ່ານ ຈັນທອນ ສິດທິໄຊ, ​ປະ​ທານບໍລິສັດປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໃຫ້ສໍາພາດວ່າ: ຈຸດປະສົງຂອງການລົງນາມໃນຄັ້ງນີ້ເປັນການເຊັນບົດບັນທຶກວ່າດ້ວຍການຮ່ວມມືທາງ​ທຸ​ລະ​ກິດ ລະຫວ່າງກຸ່ມ​ບໍ​ລິ​ສັດ​ພົງ​ສະ​ຫວັນ ກັບ ກຸ່ມລັດວິສາຫະກິດຂອງປະເທດອິນໂດເນເຊຍ ໂດຍສືບເນື່ອງຈາກການຮ່ວມມືຂອງລັດຖະບານສອງຝ່າຍກ່ຽວກັບວຽກງານການຄ້າ-ການລົງທຶນ, ທັງເປັນການຜັນຂະຫຍາຍນະໂຍບາຍຂອງພັກ-ລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມຂອງລາວ. ໃນນີ້, ວຽກທໍາອິດຂອງການຮ່ວມມືແມ່ນເລີ່ມຕົ້ນຈາກກະສິກໍາແມ່ນເຂົ້າ ເນື່ອງຈາກເຂົ້າເປັນພື້ນຖານຂອງປະເທດເຮົາທີ່ປະຊາຊົນຜະລິດໄດ້ຫຼາຍແສນໂຕນລໍຖ້າການສົ່ງອອກຢູ່ ພວກເຮົາກໍ່ຄິດວ່າຈະປຸກລະດົມໃຫ້ປະຊາຊົນປູກຫຼາຍໆເພື່ອຜະລິດເປັນສິນຄ້າສົ່ງອອກ ແລ້ວໂອກາດຕໍ່ໄປອາດຈະຕັ້ງໂຮງງານເພື່ອສົ່ງເສີມການຜະລິດເຂົ້າຈາກນີ້ໄປອີກ 5 ປີຂ້າງໜ້າຈະຕ້ອງໃຫ້ໄດ້ 1 ລ້ານໂຕນ/ປີ. ສໍາລັບການຮ່ວມມືລະຫວ່າງສອງຝ່າຍ ຈະເຮັດໃຫ້ທຸລະກິດການແລກປ່ຽນສິນຄ້າມີມູນຄ່າສູງຂຶ້ນ ເຮັດໃຫ້ການສົ່ງອອກສິນຄ້າຈາກລາວໄປຍັງອິນໂດເນເຊຍ ຫຼື ນໍາເຂົ້າສິນຄ້າຈາກອິນໂດເນເຊຍມີຕະຫຼາດຮອງຮັບຢ່າງກວ້າງຂວາງ ທັງເປັນການເພີ່ມພູນເສດຖະກິດເຮັດໃຫ້ຈີດີພີທັງ​ສອງ​ປະ​ເທດສູງຂຶ້ນ.

 

 

ໃນສ່ວນຂອງການຮ່ວມມືໂລຈິສຕິກ ໂດຍສະເພາະແມ່ນການຮ່ວມມືສ້າງທາງລົດໄຟຈາກທ່າ​ເຮືອ ຫວຸ້ງອາງ ສສ ຫວຽດນາມ ມາຍັງ ແຂວງ​ຄຳ​ມ່ວນ ສປປ ລາວ ເຊິ່ງໂຄງການນີ້ກໍ່ຍັງຢູ່ໃນຂັ້ນຕອນການສຶກສາຄົ້ນຄວ້າລະອຽດຮອບດ້ານ ແລະ ອາໃສພາກລັດສະໜັບສະໜູນຕື່ມ ເນື່ອງຈາກມີມູນຄ່າການລົງທຶນມະຫາສານເຊິ່ງການກໍ່ສ້າງໃນລັກສະນະຂອງ BOT. ປັດຈຸບັນ, ທາງບໍລິສັດພວກເຮົາແມ່ນຮ່ວມກັນກັບກຸ່ມລັດວິສາຫະກິດຂອງປະເທດອິນໂດເນເຊຍລົງທຶນໃສ່ແຕ່ລະຂະແໜງການຂອງໃຜລາວ ແລະ ບາງປະເພດອຸດສາຫະກຳອາດຈະຕ້ອງຮ່ວມທຸລະກິດກັບຕ່າງປະເທດ ຫຼື ຮ່ວມມືກັບພາກລັດກໍ່ຕ້ອງໄດ້ລົງເລິກລາຍລາຍລະອຽດ.

ດ້ານທ່ານ ໄພບູນ ພົງສະຫວັນ, ຜູ້ອໍານວຍການ​ໃຫຍ່ທະນາຄານພົງສະຫວັນ ໃຫ້ສໍາພາດຕື່ມວ່າ: ສໍາລັບການສະໜັບສະໜູນເງິນທຶນໃນກັບການລົງທຶນໃນ 4 ຂະແໜງການນັ້ນ ພວກເຮົາກໍ່ຈະມີການຮ່ວມມືຮອບດ້ານ ເພື່ອເຮັດແນວໃດໃຫ້ທຸລະກິດດັ່ງກ່າວມີການຂະຫຍາຍຕົວໄປເລື້ອຍໆ. ຂະນະທີ່ ທຶນສະໜັບສະໜູນບໍ່ພຽງແຕ່ມາຈາກທະນາຄານພົງສະຫວັນຢ່າງດຽວ ແມ່ນມາຈາກຫຼາຍແຫຼ່ງ ແລະ ການຮ່ວມມືສາກົນແມ່ນມາຈາກຫຼາຍທະນາຄານເຊັ່ນກັນ.

 

 

ໃນມື້​ດຽວ​ກັນ​ຂອງຕອນເຊົ້າຂອງວັນທີ 25 ມິຖຸນາ 2019, ທ່ານ ລັດຖະມົນຕີ ກະຊວງຄຸ້ມຄອງລັດວິສາຫະກິດຂອງປະເທດ ອິນໂດເນເຊຍ ພ້ອມດ້ວຍຄະນະ ໄດ້ຮັບກຽດ ເຂົ້າຄຳນັບ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໄດ້ເຂົ້າຢ້ຽມຢາມ ບັນດາທ່ານ ລັດຖະມົນຕີ ແລະ ຄະນະນຳກະຊວງ ເຊິ່ງປະກອບມີ ກະຊວງແຜນການ ແລະ ການລົງທຶນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ປ່າໄມ້ ເພື່ອປຶກສາຫາລືກ່ຽວກັບໂອກາດໃນການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ  ເປັນຕົ້ນແມ່ນໂຄງການກະສິກຳ, ພື້ນຖານໂຄງລ່າງ, ຄົມມະນາຄົມ ແລະ ອຸດສາຫະກຳບໍ່ແຮ່; ເຊິ່ງເປັນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຈາກພາກສ່ວນກະຊວງຄຸ້ມຄອງລັດວິສາຫະກິດ ປະເທດອິນໂດເນເຊຍ ເຊິ່ງໄດ້ຮັບການນຳພາໂດຍ ພະນະທ່ານ ທ່ານ ນາງ ຣິນີ ມາເຣຍນິ ໂຊມ່າໂນ (Mme. Rini Mariani Soemarno), ລັດຖະມົນຕີກະຊວງລັດວິສາຫະກິດອິນໂດເນເຊຍ ພ້ອມດ້ວຍຄະນະຮອງລັດຖະມົນຕີ ແລະ ຄະນະປະທານຜູ້ອຳນວຍໃຫຍ່ຂອງລັດວິສາຫະກິດຫຼາຍກວ່າ 10 ພາກສ່ວນ.

 

 

[ຂ່າວ-ພາບ: ສົມສະຫວິນ]