3 ຄົນລັກລົດຈັກເກືອບ 20 ຄັນ, ຍັງພັກພວກໜີຕາຍແຕ່ຕ້ອງຈັບໃຫ້ໄດ້

258

ໃນວັນທີ 21 ມິຖຸນາ ຜ່ານມາ ເຈົ້າໜ້າທີ່ຕຳຫຼວດເມືອງສາມັກຄີໄຊ ແຂວງ ອັດຕະປື ໄດ້ຖະແຫຼງຂ່າວຜົນການຈັບຕົວຄົນຮ້າຍ 3 ຄົນ ໃນຂໍ້ຫາລັກຊັບພົນເມືອງ ປະເພດລົດຈັກ ພ້ອມຂອງກາງລົດຈັກ ທັງໝົດ ຈຳນວນ 18 ຄັນ.

 

 

ທ່ານ ພັນຕີ ຂັນໄຊ ແກ້ວເນດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສາມັກຄີໄຊ ຜູ້ຊີ້ນຳພະແນກຕໍາຫຼວດສືບສວນ-ສອບສວນຄະດີອາຍາໄດ້ ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງວ່າ: ນັບແຕ່ປີ 2018 ເປັນຕົ້ນມາທາງເຈົ້າໜ້າທີ່ ປກສ ເມືອງ ສາມັກຄີໄຊ ໄດ້ຮັບແຈ້ງຄວາມຈາກພໍ່ແມ່ປະຊາຊົນພົນລະເມືອງດີວ່າມີທີ່ກຸ່ມຄົນບໍ່ດີ ໄດ້ເຄື່ອນໄຫວລັກລົດຈັກຢູ່ຕາມຮ້ານກິນດື່ມ, ຮ້ານບັນເທິງ, ໂຮງໜໍ,ໂຮງຮຽນ, ສວນສາທາລະນະ ແລະ ຕາມເທດສະບານເມືອງສາມັກຄີໄຊ.

 

 

ດັ່ງນັ້ນ, ທາງເຈົ້າໜ້າທີ່ຕໍາຫຼວດເມືອງຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະອຳນາດການປົກຄອງບ້ານໄດ້ແຕ່ງຕັ້ງກຳລັງລົງເຄື່ອນໄຫວຕິດຕາມເປົ້າໜາຍທີ່ເຄື່ອນໄຫວລັກລົດຈັກ. ໃນນີ້ ເປົ້າໜາຍເຄື່ອນໄຫວລັກລົດຈຳນວນ 8 ຄົນ ແຕ່ສາມາດຈັບຕົວມາດຳເນີນຄະດີໄດ້ຢູ່ພຽງ 3 ຄົນ, ສ່ວນອີກ 5 ຄົນແມ່ນໄດ້ເອົາຕົວລົບໜີ.

 

 

ປັດຈຸບັນທາງເຈົ້າໜ້າທີ່ໄດ້ຮີມໂຮມເກັບກູ້ລົດຈັກຄືນມາໄດ້ມີ 18 ຄັນ ໃນນັ້ນ, ຜູ້ຮັບຊື້ເຄື່ອງຜິດກົດໜາຍລົດຈັກມີຈຳນວນ 3 ຄົນ, ຍິງ 1 ຄົນ, ສ່ວນອີກ 2 ຄົນໄດ້ເອົາຕົວລົບໜີ. ແຕ່ເຖິງຢ່າງໃດກໍ່ຕາມທາງເຈົ້າໜ້າທີ່ ຍັງຈະໄດ້ຕິດຕາມເຄື່ອນໄຫວນຳຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

 

 

ສຸດທ້າຍ ທ່ານ ພັນຕີ ຂັນໄຊ ແກ້ວເນດ ຍັງໄດ້ຮຽກຮ້ອງເຖິງພະນັກງານ-ລັດຖະກອນ, ທະຫານ,ຕໍາຫຼວດ, ນັກທຸລະກິດ, ແມ່ຄ້າຊາວຂາຍ, ປະຊາຊົນບັນດາເຜົ່າທົ່ວແຂວງອັດຕະປື ທີ່ເຫັນວ່າລົດຈັກຂອງຕົນຖືກລັກໄປ ໃຫ້ນຳເອົາເອກະສານມາພົວພັນເອົານຳເຈົ້າໜ້າທີ່ຕຳຫຼວດເມືອງສາມັກຄີໄຊເພື່ອກວດກາມາແຈ້ງເອົານໍາເຈົ້າໜ້າທີໃນໂມງລັດຖະການກໍານົດພາຍໃນ 60 ວັນ.

 

 

 

ຂໍ້ມູນ: Attapeu Media