ກໍາປູເຈຍ ມາຖອດຖອນບົດຮຽນນຳລາວ ກ່ຽວກັບການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າ

86

ຄະນະວິຊາການຈາກກົມການສົ່ງອອກ ແລະ ນຳເຂົ້າ ກະຊວງການຄ້າ ກຳປູເຈຍ ໄດ້ມາຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງນຳ ສປປ ລາວ ເພື່ອນຳໄປເປັນບົດຮຽນໃນການພັດທະນາລະບົບການຢັ້ງຢືນຢູ່ປະເທດຕົນ.

ເມື່ອມໍ່ໆມານີ້ທີ່ກົມການນໍາເຂົ້າ ແລະ ສົ່ງອອກ ( ກຂອ ) ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຕ້ອນຮັບຄະນະວິຊາການຈາກກົມການສົ່ງອອກ ແລະ ນຳເຂົ້າ ກະຊວງການຄ້າ ປະເທດກໍາປູເຈຍ ນຳໂດຍ ທ່ານ Kao KOSAL ຫົວໜ້າກົມການສົ່ງອອກ ແລະ ນຳເຂົ້າ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ ( Registered ExporterSystem: REX ) ໂດຍການຕ້ອນຮັບຂອງ ທ່ານ      ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງ ອຄ ພ້ອມພະນັກງານ – ວິຊາການ.

ການທີ່ຄະນະວິຊາການຈາກກົມການສົ່ງອອກ ແລະ ນຳເຂົ້າ ກະຊວງການຄ້າ ຂອງກໍາປູເຈຍ ມາຖອດຖອນບົດຮຽນກັບ ສປປ ລາວ ຄັ້ງນີ້ຍ້ອນວ່າ ສປປ ລາວ ເປັນປະເທດທຳອິດໃນອາຊຽນ ທີ່ໄດ້ລິເລີ່ມຈັດຕັ້ງປະຕິບັດລະບົບ REX. ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດລະບົບ REX ຕັ້ງແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນມາ ໂດຍນຳໃຊ້ Statement on Origin ປ່ຽນແທນຟອມ A ທີ່ເຈົ້າໜ້າທີ່ພາກລັດເປັນຜູ້ອອກໃຫ້ເພື່ອຂໍຫຼຸດຜ່ອນອັດຕາພາສີນຳເຂົ້າສະຫະພາບເອີຣົບ ເຊິ່ງລະບົບດັ່ງກ່າວພຽງແຕ່ຜູ້ສົ່ງອອກມາລົງທະບຽນນໍາ ກຂອ ແລ້ວ ກຂອ ກໍຈະລົງທະບຽນໃຫ້ຜູ້ສົ່ງອອກໃນນາມ ສປປ ລາວ. ຫຼັງຈາກນັ້ນ, ຜູ້ສົ່ງອອກສາມາດອອກ Statement on Origin ໄປສະຫະພາບເອີຣົບໄດ້ເລີຍ.

ຄະນະວິຊາການຂອງກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ຖ່າຍທອດບົດຮຽນ ແລະ ປະສົບການກ່ຽວກັບການຈັດຕັ້ງປະຕິບັດຕົວຈິງໃນການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຂອງ ສປປ ລາວ ໃຫ້ແກ່ຄະນະວິຊາການຈາກກຳປູເຈຍ ຢ່າງລະອຽດບໍ່ວ່າຈະເປັນການສ້າງນິຕິກໍາຄຸ້ມຄອງ, ການກະກຽມບຸກຄະລາກອນເພື່ອຄຸ້ມຄອງ, ການຈັດຝຶກອົບຮົມໃຫ້ແກ່ພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ລວມເຖິງຂັ້ນຕອນການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ເຊິ່ງປັດຈຸບັນນີ້ ສປປ ລາວ ມີທັງໝົດ 68 ບໍລິສັດ ທີ່ໄດ້ລົງທະບຽນໃນລະບົບ REX ແລ້ວ.

ນອກຈາກນັ້ນ, ຍັງໄດ້ຮັບຟັງການນຳສະເໜີຈາກຄະນະວິຊາການຂອງກໍາປູເຈຍ ໃນການຈັດຕັ້ງປະຕິບັດລະບົບ REX ເຊິ່ງຫາກໍເລີ່ມປະຕິບັດວັນທີ 1 ມັງກອນ 2019 ເປັນຕົ້ນມາ ເຊິ່ງເຫັນໄດ້ບັນຫາ ແລະ ຄວາມເປັນຫ່ວງໃນການປຸກລະດົມຜູ້ປະກອບການຫັນມານໍາໃຊ້ລະບົບດັ່ງກ່າວ ເພາະປັດຈຸບັນມີພຽງແຕ່ 50 ບໍລິສັດ ທີ່ມີເຈດຈຳນົງ ແລະ ໄດ້ລົງທະບຽນໃນລະບົບແລ້ວແຕ່ຍັງເຫຼືອຈໍານວນ 650 ບໍລິສັດ ທີ່ຍັງບໍ່ທັນໄດ້ເຂົ້າມານຳໃຊ້ລະບົບນີ້.

ໃນຕອນທ້າຍຂອງການແລກປ່ຽນຂໍ້ມູນ ຝ່າຍລາວກໍໄດ້ແນະນຳລາຍລະອຽດຂອງແຕ່ລະຫ້ອງໃນຕາຕະລາງເກັບກຳຂໍ້ມູນສະຖິຕິ ເຊິ່ງຝ່າຍກຳປູເຈຍ ເຫັນວ່າຕາຕະລາງສະຫຼຸບສະຖິຕິຂອງ ສປປ ລາວ ມີຄວາມລະອຽດ ແລະ ຄົບຖ້ວນດີຈຶ່ງໄດ້ຂໍຕາຕະລາງສະຫຼຸບສະຖິຕິດັ່ງກ່າວນີ້ໄປເປັນຕົວຢ່າງ ເພື່ອຈະນໍາເອົາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານການອອກໃບຢັ້ງຢືນແຫຼ່ງສິນຄ້າຂອງຕົນ ເພື່ອເປັນການກະກຽມຄວາມພ້ອມຂອງກຳປູເຈຍ ທີ່ຈະໄດ້ນຳໃຊ້ລະບົບ REX ຢ່າງເຕັມຮູບແບບໃນປີ 2020.