ງານວາງສະແດງເຕັກໂນໂລຊີສື່ສານຂໍ້ມູນ – ຂ່າວສານ ຈະສ້າງໂອກາດໃຫ້ຜູ້ປະກອບການຫຼາຍຂຶ້ນ

41

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ຮ່ວມກັບສະມາຄົມການຄ້າ ໄອຊີທີ ລາວ ໄດ້ເປີດງານວາງສະແດງເຕັກໂນໂລຊີສື່ສານຂໍ້ມູນ – ຂ່າວສານ ປະຈໍາປີ 2019 ( Lao ICT EXPO 2019 ) ພາຍໃຕ້ຄໍາຂວັນ “ ສ້າງ ແລະ ສົ່ງເສີມການຫັນເປັນດິຈິຕອລໃນລາວ ” ໂດຍຫວັງງານດັ່ງກ່າວຈະເປັນເວທີໃນການແລກປ່ຽນບົດຮຽນ ແລະ ຮ່ວມມືກັນທາງດ້ານການຄ້າຂອງບັນດາຜູ້ປະກອບການຫຼາຍຂຶ້ນ.

ພິທີເປີດງານດັ່ງກ່າວມີຂຶ້ນໃນຕອນບ່າຍວານນີ້ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ  ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ, ມີບັນດາແຂກທີ່ຖືກເຊີນມາຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາສະຖາບັນການສຶກສາ ແລະ ບັນດາບໍລິສັດຕ່າງໆເຂົ້າຮ່ວມ.

ທ່ານ ທັນສະໄໝ ກົມມະສິດໄດ້ກ່າວວ່າ: ງານວາງສະແດງໃນປີນີ້ມີຮ້ານມາວາງສະແດງຫຼາຍກວ່າ 54 ຈຸດ ຈາກຜູ້ປະກອບການດ້ານໂທລະຄົມມະນາຄົມ – ໄອຊີທີ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນໍາເອົາຜະລິດຕະພັນອອກໃໝ່ ແລະ ທັນສະໄໝ ກ່ຽວກັບລະບົບສື່ສານໂທລະຄົມ, ລະບົບໂປຣແກຣມຮັບໃຊ້ການຫັນເປັນດິຈິຕອລ, ລະບົບການປ້ອງກັນຄວາມປອດໄພທາງດ້ານໄຊເບີ, ເຄື່ອງອຸປະກອນ ໄອຊີທີ ຕ່າງໆ. ພ້ອມນັ້ນ, ກໍມີການວາງສະແດງຂອງບັນດາກະຊວງ, ອົງການ, ບໍລິສັດ ກ່ຽວກັບຜົນສໍາເລັດຂອງການນໍາໃຊ້ ໄອຊີທີ ເຂົ້າໃນວຽກງານຕ່າງໆຂອງຕົນ.

ນອກນີ້, ຍັງມີກອງປະຊຸມສໍາມະນາລະດັບສາກົນ Lao Digital Transformation Forum, ກອງປະຊຸມປຶກສາຫາລືການຮ່ວມມືພັດທະນາ ໄອຊີທີ ຂອງບັນດາປະເທດລຸ່ມແມ່ນໍ້າລ້ານຊ້າງ – ແມ່ນໍ້າຂອງ ແລະ ງານສໍາມະນາວິຊາການສະເພາະດ້ານ ເຊັ່ນ: ການບໍລິຫານລັດດ້ວຍເອເລັກໂຕຣ ນິກ, ການນໍາໃຊ້ ໄອຊີທີ ເຂົ້າໃນການສຶກສາ, ການນໍາໃຊ້ ໄອຊີທີ ໃນຂະແໜງການເງິນ, ບັນຫາຄວາມປອດໄພຂອງສື່ສັງຄົມອອນລາຍ, ການຄ້າ ແລະ ການດໍາເນີນທຸລະກິດດ້ານ ໄອຊີທີ.

ໃນໂອກາດດຽວກັນ, ຍັງເປັນເວທີທີ່ສຳຄັນໃນການສ້າງໂອກາດໃຫ້ຜູ້ປະກອບການ, ຜູ້ຜະລິດ, ຜູ້ບໍລິການ, ຜູ້ຊົມໃຊ້ ແລະ ຜູ້ຄຸ້ມຄອງ ICT ໄດ້ມາພົບປະແລກປ່ຽນບົດຮຽນ, ຄວາມຮູ້, ຄວາມເຂົ້າໃຈ ແລະ ສ້າງການພົວພັນຮ່ວມມືທາງດ້ານການຄ້າ ແລະ ການພັດທະນາຮ່ວມກັນ. ພິເສດກວ່ານັ້ນໃນປີນີ້ຍັງຈະມີງານປະກວດລາງວັນ ລາວ ໄອຊີທີ 2019 ( Lao ICT Award 2019 ) ເພື່ອເປັນຕົວແທນຂອງ ສປປ ລາວ ສົ່ງເຂົ້າແຂ່ງຂັນກັບບັນດາປະເທດອາຊຽນ ຊີງລາງວັນ ASEAN ICT Award 2019.

ທ່ານລັດຖະມົນຕີ ກະຊວງ ປທສ ໄດ້ກ່າວຕື່ມອີກວ່າ: ປັດຈຸບັນເຕັກໂນໂລຊີການສື່ສານຂໍ້ມູນ – ຂ່າວສານ ( ICT ) ແມ່ນມີບົດບາດສູງໃນການເຂົ້າມາປ່ຽນວິຖີຊີວິດທາງດ້ານວິທີການເຮັດວຽກຂອງອົງກອນກໍຄືຂອງມະນຸດເຮົາ ເຊັ່ນ: ລະບົບ 5G, ລະບົບຄລາວຄອມພິວເຕີ ແລະ ນະວັດຕະກຳ ຄື: ລະບົບຂໍ້ມູນໃຫຍ່ ( Big Data ) ແລະ ປັນຍາປະດິດ ( AI ).

ສໍາລັບ ສປປ ລາວ ຂອງພວກເຮົາເຖິງແມ່ນວ່າຈະບໍ່ທັນມີຄວາມກ້າວໜ້າສູງຄືກັບບັນດາປະເທດພັດທະນາຕ່າງໆ ແຕ່ກໍມີບາດກ້າວການເຕີບ   ໃຫຍ່ຂະຫຍາຍຕົວພໍສົມຄວນ ເຫັນໄດ້ເຖິງການນຳໃຊ້ໂທລະສັບມືຖື ແລະ ອິນເຕີເນັດທີ່ເປັນຕົວຊີ້ວັດພື້ນຖານຂອງການພັດທະນາ ICT ເຊິ່ງເຫັນໄດ້ຈາກຂະຫຍາຍຕົວໃນປີ 2010 ຈາກ 5% ເພີ່ມຂຶ້ນ 48% ໃນປີ 2018, ແຕ່ລະປີມີຈໍານວນຜູ້ປະກອບດ້ານ ໄອຊີທີ ເພີ່ມຂຶ້ນສະເລ່ຍປີລະ 7% ໂດຍສະເພາະຜູ້ປະກອບການ ສະຕາດອັບ ( Start Up ) ແມ່ນມີການເພີ່ມຂຶ້ນຢ່າງວ່ອງໄວ. ດັ່ງນັ້ນ, ກະຊວງ ປທສ ໃນຖານະເປັນຜູ້ຄຸ້ມຄອງມະຫາພາກທາງດ້ານ ໄອຊີທີ ກໍມີເປົ້າໝາຍຈະສ້າງ ສປປ ລາວ ໃຫ້ບັນລຸບັນດາປັດໄຈພື້ນຖານໃນການຫັນເປັນດິຈິຕອລຢ່າງຮອບດ້ານ.

ງານວາງສະແດງດັ່ງກ່າວຈະໄດ້ດໍາເນີນເປັນເວລາ 05 ວັນ ແຕ່ວັນທີ 26 – 30 ມິຖຸນາ 2019.