ປິດກອງປະຊຸມສະພາ ພ້ອມມະຕິຮັບຮອງ 4 ເນື້ອໃນສຳຄັນ

78

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ດຳເນີນມາເປັນເວລາ 15 ວັນ ໄດ້ອັດລົງຢ່າງຈົບງາມໃນວັນທີ 25 ມິຖຸຸນາ 2019 ຜ່່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີອະດີດການນຳພັກ – ລັດ, ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງກອງປະຊຸມໄດ້ພິຈາລະນາທັງໝົດ 10 ເນື້ອໃນ ແລະ ໄດ້ຮັບຮອງເປັນມະຕິກອງປະຊຸມສະໄໝ ເທື່ອທີ 7 ມີເນື້ອໃນ ດັ່ງນີ້:

1). ກອງປະຊຸມໄດ້ພິຈາລະນາວຽກງານລັດຖະບານ ແລະ ອອກມະຕິຮັບຮອງເອົາ 4 ເນື້ອໃນ ຄື: 1. ມະຕິຮັບຮອງເອົາບາງມາດຕະການເພີ່ມຕື່ມເພື່ອມອບໃຫ້ລັດຖະບານສືບຕໍ່ຊີ້ນຳ – ນຳພາ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ການດັດແກ້ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2019; 2. ມະຕິຮັບຮອງເອົາການຄຸ້ມຄອງການອອກໃບຕາດິນທັບຊ້ອນໃນໄລຍະຜ່ານມາ, ມາດຕະການແກ້ໄຂໃນຕໍ່ໜ້າ; 3. ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານຊີ້ແຈງຕໍ່ຄຳຊັກຖາມ ກ່ຽວກັບການຟື້ນຟູປ່າ ແລະ ການປູກໄມ້ ແລະ 4. ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການພັດທະນາຊັບພະຍາກອນມະນຸດຕາມຂະແໜງການບຸລິມະສິດໃນສາຂາວິຊາກະສິກຳ, ຄູ ແລະ ພະຍາບານ.

ການອອກມະຕິຮັບຮອງເອົາວຽກງານສຳຄັນຂອງລັດຖະບານໃນກອງປະຊຸມຄັ້ງນີ້ ຈະເປັນນິຕິກຳພື້ນຖານເພື່ອໃຫ້ລັດຖະບານສືບຕໍ່ຊີ້ນຳ – ນຳພາບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນພ້ອມທັງປຸກລະດົມປະຊາຊົນລາວບັນດາເຜົ່າ, ສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ສືບຕໍ່ຈັດຕັ້ງປະຕິບັດບັນດານະໂຍບາຍ, ມາດຕະການທາງດ້ານເສດຖະກິດ – ສັງຄົມໃຫ້ມີປະສິດທິຜົນ ເພື່ອແກ້ໄຂຂອດອັດຕັນໃນການຄຸ້ມຄອງ ແລະ ບໍລິຫານລັດໃນຂະແໜງການຕ່າງໆໃຫ້ມີຄວາມໂລ່ງລ່ຽນຕາມກົດໝາຍກຳນົດໄວ້, ຈັດຕັ້ງປະຕິບັດແຜນດັດແກ້ງົບປະມານແຫ່ງລັດ 6 ເດືອນທ້າຍປີ 2019 ໃຫ້ບັນລຸຕາມຄາດໝາຍ, ເພີ່ມທະວີຄຸ້ມຄອງການອອກໃບຕາດິນ ແລະ ແກ້ໄຂສະພາບການອອກໃບຕາດິນທັບຊ້ອນໃຫ້ຖືກຕ້ອງຕາມຂັ້ນຕອນທີ່ກົດໝາຍກຳນົດ, ມີນະໂຍບາຍສົ່ງເສີມຢ່າງເໝາະສົມຕໍ່ການພັດທະນາຊັບພະຍາກອນມະນຸດເວົ້າລວມ ເວົ້າສະເພາະໃນຂະແໜງການບຸລິມະສິດເຊັ່ນ: ກະສິກຳ, ຄູ ແລະ ພະຍາບານ ເພື່ອແນໃສ່ການເພີີ່ມພະນັກງານໃຫ້ແກ່ທ້ອງຖິ່ນຮາກຖານໃນເຂດຫ່າງໄກສອກຫຼີກທີ່ຍັງມີຄວາມຕ້ອງການ; ເອົາໃຈໃສ່ວາງແຜນການຈັດສັນເນື້ອທີ່ຟື້ນຟູປ່າໄມ້ ແລະ ປູກໄມ້ໃນແຕ່ລະເຂດ ແລະ ທ້ອງຖິ່ນສົ່ງເສີມການມີສ່ວນຮ່ວມລະຫວ່າງພາກລັດ, ຜູ້ປະກອບການ ແລະ ປະຊາຊົນມີນະໂຍບາຍ ແລະ ກົນໄກຢ່າງເໝາະສົມ ແນໃສ່ຂະຫຍາຍເນື້ອທີ່ຟື້ນຟູປ່າ ແລະ ປູູກໄມ້ໃຫ້ບັນລຸຕາມເປົ້າໝາຍຄວາມຍືນຍົງຕາມທິດສີຂຽວ.

2). ພ້ອມນີ້, ກອງປະຊຸມໄດ້ເລືອກຕັ້ງເອົາ ທ່ານປະທານສານປະຊາຊົນສູງສຸດຄົນໃໝ່ ແລະ ຮັບເອງເອົາລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຄົນໃໝ່ ຕາມການສະເໜີຂອງ ທ່ານນາຍົກລັດຖະມົນຕີ.

3). ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ.

ກອງປະຊຸມສະເໜີມາຍັງລັດຖະບານເອົາໃຈໃສ່ຊີ້ນຳບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອເພີ່ມທະວີການປະສານງານ, ຕິດຕາມກວດກາ ແລະ ມີຄວາມເປັນເອກະພາບສູງໃນການດຳເນີນການແກ້ໄຂບັນດາຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ທີ່ຍັງຄ້າງເປັນຈຳນວນຫຼາຍໃນປັດຈຸບັນໃຫ້ຫຼຸດລົງ, ຮັບປະກັນການແກ້ໄຂຖືກຕ້ອງຕາມຂັ້ນຕອນຂອງກົດໝາຍກຳນົດໄວ້, ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍໃຫ້ສື່ມວນຊົນດ້ວຍຫຼາຍຮູບການ.

4). ທີ່ປະຊຸມໄດ້ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຕິດຕາມກວດກາ, ການປະຕິບັດກົດໝາຍຂອງອົງການສືບສວນ – ສອບສວນ. ກອງປະຊຸມສະເໜີມາຍັງອົງການໄອຍະການປະຊາຊົນສູງສຸດຍົກສູງຄວາມຮັບຜິດຊອບຂອງຕົນໃນການຕິດຕາມ, ກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນຕາມທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໃຫ້ຖືກຕ້ອງຄົບຖ້ວນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຊອກໃຫ້ເຫັນບັນດາສາເຫດ ແລະ ເງື່ອນໄຂຂອງການກະທຳຜິດທີ່ເກີດຂຶ້ນ ເພື່ອວາງມາດຕະການສະກັດກັ້ນ ແລະ ວິທີແກ້ໄຂແຕ່ຫົວທີ.

5). ໄດ້ພິຈາລະນາຮັບຮອງເອົາກົດໝາຍຈຳນວນ 10 ສະບັບ ດ້ວຍຄະແນນສຽງສ່ວນຫຼາຍ. ໃນນັ້ນ, ມີກົດໝາຍໃນຂົງເຂດເສດຖະກິດ – ການເງິນ ຈໍານວນ 6 ສະບັບ ການຮັບຮອງເອົາກົດໝາຍດັ່ງກ່າວຈະເປັນນິຕິກຳພື້ນຖານສຳຄັນເພື່ອເປັນບ່ອນອີງໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມ, ແກ້ໄຂບັນຫາທີ່ເກີດຂຶ້ນໃນສັງຄົມທີ່ພວມສົ່ງຜົນກະທົບຕໍ່ການຜະລິດ, ການດຳເນີນທຸລະກິດ, ແກ້ໄຂປາກົດການຫຍໍ້ທໍ້ກໍຄືການດຳລົງຊີວິດຂອງປະຊາຊົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຍືນຍົງຕາມທິດສີຂຽວ.

6). ໄລຍະ 6 ເດືອນຕົ້ນປີ 2019 ສະພາແຫ່ງຊາດ ໄດ້ສົມທົບກັບລັດຖະບານໃນການເພີ່ມທະວີການຊີ້ນຳຕໍ່ບັນດາກຳມາທິການຂອງສະພາແຫ່ງຊາດ, ປັບປຸງເນື້ອໃນບັນດາຮ່າງກົດໝາຍທີ່ຈະນຳເຂົ້າມາຜ່ານໃນກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງ ເພື່ອໃຫ້ມີຄວາມແທດເໝາະກັບສະພາບການພັດທະນາເສດຖະກິດ – ສັງຄົມແຕ່ລະໄລຍະ.

ໃນການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ນີ້ສະພາແຫ່ງຊາດໄດ້ສະເໜີໃຫ້ 4 ກະຊວງຂຶ້ນຕອບ – ຖາມພົວພັນບັນຫາທີ່ພົ້ນເດັ່ນຂອງສັງຄົມ ປະກອບມີ: ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງສຶກສາທິການ ແລະ ກີລາ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

 

( ຂ່າວ: ສຸລິນ, ຮູບ: ສຸກສະຫວັນ )