ພົບສານຕ້ອງຫ້າມ! ຈີນສັ່ງຫ້າມນໍາເຂົ້າຊີ້ນໝູຈາກການາດາ

43

ລັດຖະບານຈີນສົ່ງຄືນຊີ້ນໝູຊຸດຫຼ້າສຸດທີ່ມາຈາກການາດາ ແລະ ລະງັບການນໍາເຂົ້າສິນຄ້າດັ່ງກ່າວຈາກອີກຝ່າຍ “ຊົ່ວຄາວ” ຫຼັງກວດພົບສານຕົກຄ້າງທີ່ລວມເຖິງສານເລັ່ງຊີ້ນແດງ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 25 ມິຖຸນາ ວ່າ ສະຖານທູດຈີນ ປະຈໍານະຄອນຫຼວງອັອດຕາວາ ອອກຖະແຫຼງການ ວ່າ ໜ່ວຍງານພາສີ ແລະ ສັດລ້ຽງຂອງລັດຖະບານຈີນ ກວດພົບສານຕົກຄ້າງຫຼາຍຊະນິດໃນຜະລິດຕະພັນຊີ້ນໝູຈາກການາດາ ທີ່ ລວມເຖິງສານເລັ່ງຊີ້ນແດງໃນຜະລິດຕະພັນຊີ້ນໝູທີ່ສົ່ງອອກຈາກການາດາ ເຊິ່ງສານພິດດັ່ງກ່າວຖືເປັນວັດຖຸຕ້ອງຫ້າມຕາມກົດໝາຍດ້ານສັດລ້ຽງຂອງຈີນ ດ້ວຍເຫດນີ້ ລັດຖະບານຈີນ ຈຶ່ງຈໍາເປັນຕ້ອງສົ່ງຄືນຊີ້ນໝູທັງໝົດ ທີ່ການາດາ ສົ່ງອອກມາຈີນ ຕັ້ງແຕ່ວັນທີ 25 ມິຖຸນາ ທີ່ຜ່ານມາ ພ້ອມກັບການລະງັບນໍາເຂົ້າຊີ້ນໝູຈາກການາດາ.

ຂະນະທີ່ ທ່ານນາງມາຣີ ຄລັອດ-ບີໂບ ລັດຖະມົນຕີວ່າການກະຊວງກະເສດຂອງການາດາ ກ່າວວ່າ ສໍານັກງານກວດສອບຄວາມປອດໄພທາງອາຫານຂອງແຄນາດາ (CFIA: Canadian Food Inspection Agency) ແລະ ສໍານັກງານຕໍາຫຼວດແຫ່ງຊາດກໍາລັງຮ່ວມກັນກວດສອບສະຖານະການທີ່ເກີດຂຶ້ນ ເຊິ່ງລວມເຖິງການທີ່ລັດຖະບານຈີນ ກ່າວຫາວ່າ ລັດຖະບານອັອດຕາວາ ອອກ “ໃບອະນຸຍາດປອມ” ໃນການສົ່ງອອກຜະລິດຕະພັນຊີ້ນໝູໃຫ້ກັບບໍລິສັດຫຼາຍແຫ່ງ ໂດຍໃນລະຫວ່າງນີ້ ລັດຖະບານການາດາໄດ້ປະສານງານຢ່າງໃກ້ຊິດ ກັບທາງການຈີນ ເພື່ອຫາຂໍ້ມູນເພິ່ມຕື່ມກ່ຽວກັບກໍລະນີທັງໝົດແລ້ວ ພ້ອມທັງຢືນຢັນວ່າ ປະເດັນທີ່ເກີດຂຶ້ນເປັນ “ກໍລະນີສະເພາະ” ເຊິ່ງບໍ່ມີຜົນກະທົບຕໍ່ຊີ້ນໝູຂອງການາດາທີ່ສົ່ງອອກໄປປະເທດອື່ນ.

ທັງນີ້ ສະຖານະການດັ່ງກ່າວ ເກີດຂຶ້ນກ່ອນທີ່ ທ່ານເດວິດ ລາເມດຕິ ລັດຖະມົນຕີວ່າການກະຊວງຍຸຕິທໍາຂອງການາດາມີກໍານົດພົບຫາລືກັບ ທ່ານວິລລຽມ ບາ ລັດຖະມົນຕີວ່າການກະຊວງຍຸຕິທໍາຂອງສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ ໃນວັນພຸດ ທີ 26 ມິຖຸນາ ນີ້ ຕາມເວລາທ້ອງຖິ່ນ ເຊິ່ງຄາດວ່າຈະມີການຫາລືກ່ຽວກັບປະເດັນຂອງ ທ່ານນາງເມີ່ງ ຫວ່ານໂຈ ລູກສາວກົກ ແລະ ຜູ້ບໍລິຫານລະດັບສູງຂອງບໍລິສັດຫົວເຫວີ່ຍ ເຊິ່ງຖືກຄວບຄຸມຕົວຢູ່ໃນການາດາ ຕັ້ງແຕ່ເດືອນທັນວາ ປີຜ່ານມາ ເພື່ອລໍຖ້າການເນລະເທດໄປຂຶ້ນສານທີ່ນະຄອນນິວຢອກ ໃນຄະດີລະເມີດມາດຕະການຂວໍ້າບາດອິຣານ ດ້ານປະທານາທິບໍດີໂດນັລ ທຣໍາ ຜູ້ນໍາອາເມຣິກາ ມີກໍານົດຫາລືກັບປະທານປະເທດສີ ຈິ້ນຜິງ ຜູ້ນໍາຈີນ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໃນທ້າຍອາທິດນີ້.