ລະບົບກອງປະຊຸມທາງໄກ ຈະຊ່ວຍປະຢັດເວລາ ຫຼຸດຜ່ອນງົບປະມານໄດ້ຫຼາຍ

52

ການນໍາໃຊ້ລະບົບການປະຊຸມທາງໄກ ຫຼື E – Meetings ຖືວ່າກໍາລັງໄດ້ຮັບຄວາມນິຍົມກັນຢ່າງແຜ່ຫຼາຍໃນບັນດາປະເທດເພື່ອນບ້ານ ອັນເປັນການຊ່ວຍຫຼຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍ ລວມທັງປະຢັດເວລາໃນການເດີນທາງໄປ – ມາໄດ້ຫຼາຍສົມຄວນ ເນື່ອງຈາກການປະຊຸມແບບດັ່ງກ່າວຈະເປັນການຊຸກຍູ້ໃຫ້ທຸກຂະແໜງການຫັນມານໍາໃຊ້ເຕັກໂນໂລຊີດິຈິຕອລຢ່າງຕັ້ງໜ້າ ໃນຍຸກອຸດສາຫະກໍາ 4.0.

ຫຼ້າສຸດໃນອາທິດຜ່ານມານີ້, ກົມເຕັກໂນໂລຊີດິຈິຕອລ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຝຶກອົບຮົມການນຳໃຊ້ລະບົບກອງປະຊຸມທາງໄກຢູ່ກົມຈັດຕັ້ງ ແລະ ພະນັກງານໃຫ້ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງ ການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້, ເຂົ້າໃຈ ແລະ ສາມາດນຳໃຊ້ລະບົບກອງປະຊຸມທາງໄກ ( E – Meetings ) ເຂົ້າໃນວຽກງານຕົວຈິງ ກໍຄືການຈັດກອງປະຊຸມທາງໄກ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ. ພ້ອມນັ້ນ, ທັງເປັນການຍົກສູງປະສິດທິພາບຂອງການປະຕິບັດວຽກງານ ໂດຍການນໍາໃຊ້ລະບົບເຕັກໂນໂລຊີດິຈິຕອລເຂົ້າໃນການຄຸ້ມຄອງ – ບໍລິຫານລັດແບບທັນສະໄໝ ເພື່ອເຮັດໃຫ້ການປະຕິບັດວຽກງານມີຄວາມວ່ອງໄວທັນໃຈ, ສະດວກສະບາຍ ແລະ ປະຢັດງົບປະມານ.

ສໍາລັບຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໄດ້ຮັບຮູ້ກ່ຽວກັບຈຸດປະສົງຂອງການສ້າງລະບົບ, ຊ໊ອຟແວຣ໌ທີ່ນຳໃຊ້ໃນການສ້າງ, ການຕິດຕັ້ງໂປຣແກຣມໃນການນໍາໃຊ້ລະບົບ, ການຕັ້ງຄ່າ ແລະ ການປະຕິບັດຕົວຈິງຂອງການນຳໃຊ້ລະບົບກອງປະຊຸມທາງໄກ ( E – Meetings ) ເຊິ່ງແມ່ນພະແນກສົ່ງເສີມ ແລະ ພັດທະນາເຕັກໂນໂລຊີດິຈິຕອລເປັນຄະນະຮັບຜິດຊອບ ເນື່ອງຈາກລະບົບກອງປະຊຸມດັ່ງກ່າວແມ່ນຜົນສຳເລັດການຄົ້ນຄວ້າ – ພັດທະນາໃນໂຄງການຄົ້ນຄວ້າວິທະຍາສາດຂອງກົມເຕັກໂນໂລຊີດິຈິຕອລ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕອລ ແລະ ທ່ານ ບຸນປອນ ບົວແພງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີບັນດາຮອງຫົວໜ້າກົມ, ຫົວໜ້າ ແລະ ຮອງພະແນກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 30 ກວ່າຄົນ.

[ ຂ່າວ: ສົມສະຫວິນ; ຮູບ: ກົມເຕັກໂນໂລຊີດິຈິຕ໋ອລ ]