ຫາລືຄວາມເປັນໄປໄດ້ໃນການສົ່ງເສີມປູກຝ້າຍມົ້ງ

0
170

ສະມາຄົມຫັດຖະກໍາລາວ ຈັດກອງປະຊຸມລະດົມຄວາມຄິດເຫັນໃນການສົ່ງເສີມປູກຝ້າຍມົ້ງ ເພື່ອນໍາມາເປັນວັດຖຸດິບໃນການຕໍ່າຜ້າຝ້າຍ ສົ່ງເສີມປະຊາຊົນໃຫ້ຫຼຸດພົ້ນຄວາມທຸກຍາກ.

ກອງປະຊຸມຈັດຂຶ້ນໃນວັນທີ 24 ມິຖຸນາ 2019 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກໍາລາວ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫານຊະນະ ສີສານ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ເປີດກວ້າງໃນການປຶກສາຫາລືເຖິງຄວາມເປັນໄປໄດ້ໃນການສົ່ງເສີມການປູກຝ້າຍມົ້ງ ( Hemp ) ຜ່ານມາຝ້າຍມົ້ງໄດ້ຖືກຈັດໃຫ້ເປັນພືດທີ່ມີສານເສບຕິດຮ່ວມກັບຕົ້ນກັນຊາ ແລະ ອື່ນໆ ເຊິ່ງຫ້າມບໍ່ໃຫ້ມີການປູກ, ແຕ່ປັດຈຸບັນມີຫຼາຍປະເທດ ເປັນຕົ້ນແມ່ນສະຫະລັດອາເມຣິກາ, ຈີນ, ຣັດເຊຍ ແມ່ນອະນຸຍາດໃຫ້ມີການປູກ; ສ່ວນຢູ່ປະເທດໄທ, ຫວຽດນາມ ກໍມີການອະນຸຍາດໃຫ້ປູກໃນບາງແຂວງ ໂດຍສະເພາະແຂວງທີ່ມີຊົນເຜົ່າມົ້ງອາໄສຢູ່ຫຼາຍ ເພື່ອຊ່ວຍເຫຼືອເຂົາເຈົ້າໃຫ້ມີວຽກເຮັດງານທໍາ, ມີລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກ.

ທ່ານກ່າວວ່າ: ອີກກໍລະນີໜຶ່ງກໍໄດ້ຍິນຂ່າວມາວ່າ ທາງສະຫະປະຊາຊາດ ຈະລົບຊື່ຝ້າຍມົ້ງ ອອກຈາກພືດທີ່ມີສານເສບຕິດໃນໄວໆນີ້ ເພາະເຫັນວ່າເປັນພືດທີ່ໃຫ້ປະໂຫຍດຫຼາຍ. ຍ້ອນແນວນັ້ນຈຶ່ງຈັດກອງປະຊຸມຄັ້ງນີ້ຂຶ້ນ ໂດຍມີບັນດາຜູ້ຕາງໜ້າຈາກພາກສ່ວນທີ່ມີສ່ວນຮ່ວມເພື່ອປຶກສາຫາລືກັນ. ຈາກນັ້ນ, ກໍສືບຕໍ່ລາຍງານລັດຖະບານພິຈາລະນາອະນຸຍາດໃຫ້ປູກໃນຂັ້ນຕໍ່ໄປ.

ຝ້າຍມົ້ງ ເປັນຊື່ທີ່ຄົນລາວໃນເຂດພາກເໜືອເອີ້ນວ່າຜ້າຕໍ່າຂອງຊົນເຜົ່າມົ້ງ ແຕ່ຕົວຈິງແລ້ວບໍ່ແມ່ນຕົ້ນຝ້າຍຄືທົ່ວໄປ, ມັນເປັນຕົ້ນປໍ, ບາງທ້ອງຖິ່ນຮ້ອງວ່າປໍແກ້ວ, ປໍກະເຈົາ, ພາສາມົ້ງເອີ້ນວ່າ “ ມ໋າ ” ພາສາອັງກິດຂຽນວ່າ Hemp.

ຝ້າຍມົ້ງ ແມ່ນນໍາໃຊ້ເປືອກຂອງລໍາຕົ້ນມາແຊ່ນໍ້າແລ້ວທຸບ. ຫຼັງຈາກນັ້ນ, ກໍມາປັ່ນເປັນເສັ້ນໄຍນໍາມາຕໍ່າເປັນຜ້າແພ ໂດຍອີງໃສ່ຄວາມເປັນຈິງ ແລະ ບົດຮຽນຈາກບັນດາປະເທດອ້ອມຂ້າງ, ຖ້າລັດຖະບານມີການອະນຸຍາດໃຫ້ປູກແບບມີການຄຸ້ມຄອງເປັນຢ່າງດີ ຈຶ່ງຢາກສະເໜີວ່າແຂວງໄຊສົມບູນ ແມ່ນເໝາະສົມທີ່ສຸດ ເພາະເປັນເຂດດິນດໍານໍ້າຊຸ່ມ, ອາກາດເໝາະສົມ, ມີປະຊາຊົນເຜົ່າມົ້ງອາໄສຢູ່ຫຼາຍ “ ທ່ານ ຫານຊະນະ ສີສານ ກ່າວ ”.

ໃນທີ່ປະຊຸມຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງກໍໄດ້ປະກອບຄໍາເຫັນຢ່າງສ້າງສັນ ແລະ ມີເນື້ອໃນ ເພື່ອໃຫ້ທີ່ປະຊຸມນໍາເອົາຜົນປຶກສາຫາລືນໍາໄປສູ່ຂະບວນການໃນການສະເໜີລັດຖະບານພິຈາລະນາໃນການອະນຸຍາດໃຫ້ປູກໃນຂັ້ນຕໍ່ໄປ.

( ຂ່າວ: ພຸດຕີ້, ຮູບ: ວິລະສັກ )

LEAVE A REPLY

Please enter your comment!
Please enter your name here