ອາກາດຈະຮ້ອນໃນຕອນບ່າຍ ພ້ອມມີຝົນຕົກຄ່ອຍຢູ່ທົ່ວໄປ

130

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 26 ມິຖຸນາ 2019 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດອາກາດຮ້ອນໃນຕອນບ່າຍ ແລະ ຍັງຈະມີຝົນຕົກ. ຟ້າຮ້ອງ, ຟ້າເຫຼື້ອມລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ในภาพอาจจะมี ท้องฟ้า, เมฆ, สถานที่กลางแจ้ง และธรรมชาติ

 

ພາກເໜືອດ້ານຕາເວັນອອກ: ອາກາດຮ້ອນ ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ. ອຸນຫະພູມໃນລະຫວ່າງ 21-33 ອົງສາ.

 

ไม่มีคำอธิบายรูปภาพ

 

     ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ. ອຸນຫະພູມໃນລະຫວ່າງ 24-38 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກກາງ: ອາກາດຮ້ອນ, ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 25-35 ອົງສາ. ສະເພາະແຂວງໄຊສົມບູນ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 25-35 ອົງສາ

ສະເພາະນະຄອນຫຼວງວຽງຈັນ: ອາກາດຮ້ອນ ແລະ ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 27-34 ອົງສາ.

 

 

ไม่มีคำอธิบายรูปภาพ

 

ພາກໃຕ້: ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຈຳປາສັກ, ເຊກອງ ແລະ ອັດຕະປື. ອຖນຫະພູມໃນລະຫວ່າງ 24-36 ອົງສາ. ສໍາລັບເຂດພູພຽງບໍລິເວນ ຍັງຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງຕື່ມອີກ. ອຸນຫະພູມໃນລະຫວ່າງ 14-28 ອົງສາ.

 

 

ไม่มีคำอธิบายรูปภาพ