ໝຸນວຽນມາອີກຄັ້ງ ກັບການປະກວດຊາຍໜຸ່ມ ກັບເວທີ ມິສເຕີອິນເຕີເນຊັນແນວຍູນິເວີສ 2019 Mister National Universe 2019 ທີ່ປີນີ້ໄດ້ ໜຸ່ມ ບີ້ ໄຊຍະສິດ ສຸລິຍະເຕັນ ອາຍຸ 31 ປີ, ເປັນຕົວແທນປະເທດລາວເຂົ້າຮ່ວມການປະກວດ.
ການປະກວດ Mister National Universe 2019 ຈະເລີ່ມພິທີທາງການຂຶ້ນ ໃນວັນທີ 1 ກໍລະກົດ 2019 ທີ່ຈັງຫວັດຫົວຫິນ ປະເທດໄທ ເຊິ່ງປັດຈຸບັນ ບີ້ ກໍໄດ້ເດີນທາງໄປເກັບຕົວກັບອີກຊາຍໜຸ່ມອີກ 17 ປະເທດເປັນທີ່ຮຽບຮ້ອຍ.
ການປະກວດໃນຄັ້ງນີ້ ໜຸ່ມບີ້ ຈະສວມໃສ່ຊຸດ “ສຽງແຄນ ສີພັນດອນ” ຫຼື “ມະຫານະທີແດນຈໍາປາ” ເປັນຊຸດປະຈໍາຊາດລາວເຂົ້າຮ່ວມການປະກວດ ຊົມຄວາມງາມຂອງຊຸດນີ້ກັນເລີຍ.
ຊຸດ: “ສຽງແຄນ ສີພັນດອນ” ອອກແບບໂດຍ ບຸນມີ ແກ້ວບົວ ຈາກ TS Modeling (ຕຸ້ຍ ໂມເດິລິງ) ໄດ້ແຮງບັນດານໃຈ ເພື່ອຢາກໃຫ້ຊາວໂລກໄດ້ເຫັນເຖິງວິຖີ ຊີວິດ ຄວາມອຸດົມຮັ່ງມີທາງດ້ານຊັບໃນດີນສິນໃນນ້ຳຂອງປະຊາຊົນລາວ ທີ່ມີແມ່ນ້ຳໃຫຍ່ໄຫລຜ່ານປະເທດລາວ ແລະ ປະຊາຊົນສ່ວນໃຫຍ່ໄດ້ອາໄສແມ່ນ້ຳເພື່ອທຳມາຫາກິນ.