ຊຽງຂວາງເດັດຂາດ! ບໍ່ໃຫ້ນຳເຂົ້າຊີ້ນໝູແມ່ນແຕ່ຊີ້ນໝູຕິດໂຕກໍ່ຫ້າມ

43

ພາຍຫຼັງ, ທີ່ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການກໍລະນີພົບເຊື້ອພະຍາດອະຫິວາໝູອາຟຣິກາທີ່ລະບາດຢູ່ 7 ບ້ານ ໃນເມືອງຕຸ້ມລານ, ແຂວງ ສາລະວັນ ເມື່ອອາທິດຜ່ານມາ. ສະນັ້ນ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ແຜ່ລະບາດໄປເຂດອື່ນ ພາກລັດໄດ້ແນະນຳໃຫ້ໃຫ້ເຈົ້າໜ້າທີ່ໆກ່ຽວຂ້ອງຄວບຄຸມ, ຕອບໂຕ້ພະຍາດໃຫ້ສະຫງົບສຸກລົງ ພ້ອມທັງກຳນົດຂອບເຂດພື້ນທີ່ດັ່ງກ່າວເປັນເຂດດສຸກເສີນແລ້ວ.

 

ในภาพอาจจะมี 3 คน, คนที่ยิ้ม, อาหาร และสถานที่ในร่ม

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ຂະນະທີ່ ແຂວງຊຽງຂວາງ ກໍ່ໄດ້ອອກແຈ້ງການ ຫ້າມນໍາເຂົ້າໝູ ແລະ ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນປຸງແຕ່ງໝູເບື້ອງຕົ້ນຈາກ ສປ ຈີນ, ສສ ຫວຽດນາມ ແລະ ຈາກຕ່າງແຂວງເຂົ້າແຂວງຊຽງຂວາງເດັດຂາດ. ທັງນີ້, ເພື່ອຫຼີກລ່ຽງຜົນກະທົບທີ່ອາດຈະເກີດຂຶ້ນໃນການຜະລິດໝູ ແລະ ການສະໜອງຊີ້ນໝູ ເພື່ອບໍລິໂພກຢູ່ພາຍໃນ ເຊິ່ງມີຄວາມຈຳເປັນທີ່ຈະຄ້ອງເອົາໃຈໃສ່ ຕິດຕາມການກວດກາ ແລະ ສະກັດກັ້ນການນຳເຂົ້າໝູ ແລະ ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນປຸງແຕ່ງເບື້ອງຈາກແຂວງທີ່ໃກ້ຄຽງຢ່າງເຂັ້ມງວດ ຖ້າບໍ່ດັ່ງນັ້ນອາດເຮັດໃຫ້ແຂວງຊຽງຂວາງ ມີຜົນກະທົບຢ່າງໜັກໜ່ວງຈົນກ້າວໄປເຖິງບໍ່ສາມາດລ້ຽງໝູ ແລະ ບໍ່ມີຊີ້ນໝູບໍລິໂພກໃນອະນາຄົດເປັນໄລຍະຍາວ.

 

ในภาพอาจจะมี 2 คน, อาหาร และสถานที่ในร่ม

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ເຊິ່ງໃນແຈ້ງການລະບຸວ່າ ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍສະເພາະເມືອງທີ່ມີຊາຍແດນຕິດກັບ ສປ ຈີນ, ສສ ຫວຽດນາມ ແລະ ບັນດາແຂວງໃກ້ຄຽງ ໃຫ້ຊີ້ນຳວິຊາການດ່ານກວດກາສັດຕະວະແພດປະຈຳຊາຍແດນທີ່ຂຶ້ນກັບຕົນ ທັງດ່ານສາກົນ ແລະ ທ້ອງຖິ່ນ ຢຸດ ຫຼື ໂຈະຊົ່ວຄາວ ບໍ່ໃຫ້ອະນຸຍາດ ນຳເຂົ້າໝູຜະລິດຕະພັນໝູ ທຸກຊະນິດ ລວມທັງຜະລິດຕະພັນປຸ່ງແຕ່ງເບື້ອງຕົ້ນຈາກ ສປ ຈີນ, ສສ ຫວຽດນາມ ແລະ ບັນດາແຂວງໃນລາວເຂົ້າມາລ້ຽງ ຫຼື ບໍລິໂພກພາຍໃນເມືອງ, ແຂວງຊຽງຂວາງ ຢ່າງເຂັ້ມງວດ.

ໃຫ້ຕິດຕາມ ກວດກາ ແລະ ບໍ່ອະນຸຍາດໃຫ້ນຳເຂົ້າໝູ ແລະ ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນປຸ່ງແຕ່ງເບື້ອງຕົ້ນ ເພື່ອມາຈຳໜ່າຍ ຫຼື ຕິດຕົວຜູ້ໂດຍສານ ຫຼື ຜູ້ເດີນທາງເຂົ້າມາໃນ ສປປ ລາວ ເຂົ້າມາເມືອງ ແລະ ແຂວງຊຽງຂວາງ ເພື່ອບໍລິໂພກສ່ວນຕົວ ຫຼື ຄອບຄົວເຊັ່ນດຽວກັນຢ່າງເດັດຂາດ.

ในภาพอาจจะมี 2 คน, อาหาร

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ໃນກໍລະນີທີ່ ເຈົ້າໜ້າທີ່ສັດຕະວະແພດ ຫາກກວດກາພົບເຫັນຜູ້ລະເມີດ, ຝ່າຝືນ ນຳເຂົ້າ ຫຼື ລັກລອບນໍ້າເຂົ້າໝູ ແລະ ຜະລິດຕະພັນໝູທີ່ບໍ່ຖືກຕ້ອງ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ສຳລັບໝູ ແລະ ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນປຸ່ງແຕ່ງເບື້ອງຕົ້ນ ໃຫ້ກວດຢຶດ ແລະ ນຳໄປທຳລາຍຖິ້ມ ດ້ວຍການເຜົາ ຫຼື ຝັງ. ສ່ວນຜູ້ລະເມີດ ໃຫ້ກ່າວເຕືອນ, ຖ້າຫາກພົບເຫັນເປັນຄັ້ງທີ 2 ຈະຖືກປັບໃໝເພີ່ມຂຶ້ນ ຫຼື ຖືກດຳເນີນຄະດີທາງອາຍາ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ສ່ວນເຈົ້າໜ້າທີ່ ທີ່ປ່ອຍລະເລີຍ ຫຼື ອຳນວຍຄວາມສະດວກໃນການນຳເຂົ້າໝູ ແລະ ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນປຸ່ງແຕ່ງເບື້ອງຕົ້ນ ທີ່ກ່າວມາຂ້າງເທິງ ຖ້າຫາກກວດພົບຕ້ອງໄດ້ປະຕິບັດວິໄນ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ในภาพอาจจะมี สถานที่กลางแจ้ง

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງກຸ່ມຜະລິດ ສາມາຄົມລ້ຽງສັດ ຫຼື ລ້ຽງໝູປະຈຳທ້ອງຖິ່ນ ສ້າງແຜນດຸນດ່ຽງຄວາມຕ້ອງການ ໃນການຜະລິດໝູພາຍໃນຢ່າງຮອບດ້ານ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະ ຕ່າງແຂວງ, ຖ້າແຂວງ ແລະ ເມືອງໃດ ເຫັນວ່າການສະໜອງໝູຍັງບໍ່ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນເມືອງ ແລະ ແຂວງ ຂອງຕົນໃຫ້ພົວພັນກັບກົມລ້ຽງສັດ ແລະ ການປະມົງ ຫຼື ຂະແໜງລ້ຽງສັດ ແລະ ການປະມົງແຂວງ.