ນາຍົກ ໄດ້ຮັບລາງວັນກຽດຕິຄຸນຈາກສະຖາບັນຍຸດທະສາດຄິງສະລີ

43

ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ໃນວັນທີ 23 ມິຖຸນາ 2019 ທີ່ບາງກອກ ທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເປັນກຽດເຂົ້າຮ່ວມງານລ້ຽງຈັດໂດຍສະຖາບັນຍຸດທະສາດຄິງສະລີ ຂອງມາເລເຊຍ, ສະຖາບັນສ້າງຊາດ ປະເທດໄທ, ຫ້ອງການເສດຖະກິດ – ການຄ້າ ຮົງກົງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບລາງວັນກຽດຕິຄຸນ ( Distinguished ASEAN Lifetime Achievement Award ) ອັນສູງສົ່ງໜຶ່ງຂອງອາຊຽນ ໂດຍຍ້ອງຍໍສະເພາະລະດັບຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ – ນຳພາການພັດທະນາເສດຖະກິດ – ສັງຄົມຂອງປະເທດຕົນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ.

ໃນໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວຄວາມຮູ້ສຶກທີ່ໄດ້ຮັບກຽດຢ່າງສູງທີ່ສະຖາບັນຍຸດທະສາດຄິງສະລີ ແລະ ພາກສ່ວນກ່ຽວຂ້ອງໄດ້ເຊີນເຂົ້າຮ່ວມງານລ້ຽງ ແລະ ມອບລາງວັນກຽດຕິຄຸນນີ້ ເຊິ່ງມີຄວາມໝາຍບໍ່ສະເພາະແຕ່ຕໍ່ຂ້າພະເຈົ້າແຕ່ຍັງຕໍ່ກັບປະຊາຊົນລາວນຳອີກ ໂດຍສະແດງເຖິງການຮັບຮູ້ຜົນງານການປະກອບສ່ວນອັນເລັກໜ້ອຍເຂົ້າໃນການພັດທະນາລວມຂອງພາກພື້ນ ກໍຄືການຫຼຸດຜ່ອນລະດັບ ຄວາມແຕກໂຕນດ້ານການພັດທະນາຂອງອາຊຽນ. ໃນນີ້, ຍັງໄດ້ຕີລາຄາສູງຕໍ່ບົດບາດສໍາຄັນຂອງສະຖາບັນຍຸດທະສາດ ຄິງສະລີ ທີ່ໄດ້ສົ່ງເສີມການຮ່ວມມືຢ່າງໃກ້ຊິດ, ເປັນຂົວຕໍ່ທີ່ສໍາຄັນລະຫວ່າງພາກລັດ ແລະ ເອກະຊົນໃນພາກພື້ນ ທີ່ສະຖາບັນໄດ້ສະໜອງບັນດາຂໍ້ສະເໜີແນະທາງດ້ານນະໂຍບາຍທີ່ມີລັກສະນະຍຸດທະສາດຕໍ່ພາກລັດ ແລະ ໃຫ້ຄຳປຶກສາແກ່ພາກທຸລະກິດ ເພື່ອຊຸກຍູ້ໃຫ້ການພົວພັນລະຫວ່າງພາກລັດ ແລະ ເອກະຊົນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມີຄຳເຫັນວ່າ ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ດ້ວຍການປັບປຸງລະບຽບກົດໝາຍ ແລະ ກົນໄກໃຫ້ມີຄວາມສອດຄ່ອງຂຶ້ນ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ. ພ້ອມດຽວກັນນັ້ນ, ກໍໄດ້ສະແດງ ຄວາມຂອບໃຈ ໂດຍສະເພາະທ່ານ ໄມເຄີນ ໂຢ ປະທານສະຖາບັນຍຸດທະສາດ ຄິງສະລີ ແລະ ສະແດງຄວາມຊົມເຊີຍ ທ່ານ ອານັນ ປັນຍາລາຊຸນ ອະດີດນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ທີ່ໄດ້ຮັບລາງວັນກຽດຕິຄຸນໃນມື້ດຽວກັນ.

( ຂ່າວ: ເອຢິບ )