ປຶກສາຫາລືເພື່ອກະກຽມສຳຫຼວດສະຖິຕິກະສິກຳ ແລະ ເສດຖະກິດທົ່ວປະເທດ

90

ກອງປະຊຸມຊີ້ນຳລະດັບຊາດ ຮ່ວມກັບຄະນະຊີ້ນຳຂັ້ນແຂວງ ການສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III ແລະ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ປີ 2019 ( ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງວຽງຈັນ ແລະ ແຂວງໄຊສົມບູນ ) ຈັດຂຶ້ນວັນທີ 24 ມິຖຸນາ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຊີ້ນຳລະດັບຊາດການສຳຫຼວດສະຖິຕິກະສິກຳທົ່ວປະເທດ ແລະ ການສຳຫຼວດເສດຖະກິດທົ່ວປະເທດ, ມີຄະນະຊີ້ນຳຂັ້ນນະຄອນຫຼວງ ແລະ ຂັ້ນແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມດີ ດວງດີ ກ່າວວ່າ: ປັດຈຸບັນພັກກໍຄືລັດຖະບານພວມເອົາໃຈໃສ່ຈັດຕັ້ງປະຕິບັດໄລຍະສຸດທ້າຍຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ 8 ( 2016 – 2020 ). ສະນັ້ນ, ຂໍ້ມູນຈາກການສຳຫຼວດສະຖິຕິກະສິກຳທົ່ວປະເທດ ແລະ ຂໍ້ມູນສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ນີ້ຈຶ່ງມີຄວາມສຳຄັນປະເມີນຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິ ແລະ ແຜນພັດທະນາດັ່ງກ່າວ ແລະ ທັງເປັນພື້ນຖານໃຫ້ແກ່ການວາງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກໍຄືການວາງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ( 2020 – 2025 ) ໂດຍສະເພາະຂໍ້ມູນດັ່ງກ່າວຈະເປັນການສະຫຼຸບຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງລັດຖະບານມີພັນທະໄດ້ລາຍງານຕໍ່ສາກົນ.

ຜົນຂອງການສຳຫຼວດເສດຖະກິດທົ່ວປະເທດ 2 ຄັ້ງຜ່ານມາ ໄດ້ສະແດງໃຫ້ເຫັນເຖິງສະພາບການຂະຫຍາຍຕົວ ແລະ ການດຳເນີນທຸລະກິດສະພາບການລົງທຶນ ຫຼື ພື້ນຖານການຜະລິດເສດຖະກິດໃນແຕ່ລະຂົງເຂດ, ຂະແໜງການທົ່ວປະເທດ.

ສຳລັບການສຳຫຼວດຄັ້ງນີ້ຈະເຮັດໃຫ້ເຮົາສາມາດກຳໄດ້ສະພາບຕົວຈິງການດຳເນີນທຸລະກິດຂອງຫົວໜ່ວຍຕ່າງໆ ເຊິ່ງຈະເປັນພື້ນຖານສຳຄັນໃນການປັບປຸງຖານຂໍ້ມູນເກັບລາຍຮັບແຫ່ງຊາດ ພິເສດແມ່ນການກວດກາຄືນກ່ຽວກັບທີ່ດິນກະສິກຳ ເພື່ອການປູກຝັງ ແລະ ລ້ຽງສັດ, ຈຳນວນຜູ້ຜະລິດກະສິກຳທັງໝົດໃນ ສປປ ລາວ ແບ່ງຕາມປະເພດ ຄື: ຄົວເຮືອນ, ຫົວໜ່ວຍການຜະລິດ ແລະ ທຸລະກິດການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ສະພາບການເຄື່ອນໄຫວການຜະລິດກະສິກຳກໍຄືການດຳເນີນທຸລະກິດໃນ ສປປ ລາວ.

ອີງຕາມແຜນຂອງການສຳຫຼວດນີ້ ຕ້ອງດຳເນີນການເກັບຂໍ້ມູນໃຫ້ສຳເລັດເພື່ອລາຍງານລັດຖະບານພາຍໃນເດືອນມິຖຸນາ 2020. ສະນັ້ນ, ມື້ນີ້ບໍ່ພຽງແຕ່ພວກເຮົາຈະພ້ອມກັນສະຫຼຸບຕີລາຄາຄືນຄວາມຄືບໜ້າການກະກຽມການຈັດຕັ້ງປະຕິບັດການສຳຫຼວດ ພວກເຮົາຍັງຈະສຸມໃສ່ປຶກສາຫາລື ໂດຍສະເພາະແມ່ນການກຳນົດວິທີການ ແລະ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ໃຫ້ບັນລຸຕາມເປົ້າໝາຍ ແລະ ກຳນົດເວລາ.