ພຽງ 10 ເດືອນ ເຊື້ອອີໂບລາ ພາກຊີວິດປະຊາຊົນດີອາຄອງໂກ ກວ່າ 1,5 ພັນຄົນ

42

ຈໍານວນຜູ້ເສຍຊີວິດຈາກເຊື້ອໄວຣັສອີໂບລາ ເຊິ່ງລະບາດໃນສາທາລະນະລັດ ປະຊາທິປະໄຕ ຄອງໂກ ຕັ້ງແຕ່ເດືອນສິງຫາ ປີ 2018 ຫຼື ຕະຫຼອດ 10 ເດືອນ ທີ່ຜ່ານມາ ເພິ່ມຂຶ້ນຫຼາຍກວ່າ 1.500 ຄົນແລ້ວ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກິນຊາຊາ ສາທາລະນະລັດ ປະຊາທິປະໄຕຄອງໂກ  ຫຼື ດີອາຄອງໂກ ເມື່ອວັນອັງຄານ ທີ 25 ມິຖຸນາ ວ່າ ກະຊວງສາທາລະນະສຸກຂອງດີອາຄອງໂກອອກຖະແຫຼງການເມື່ອວັນຈັນ ກ່ຽວກັບຈໍານວນຜູ້ເສຍຊີວິດຈາກເຊື້ອໄວຣັສອີໂບລາ ເຊິ່ງລະບາດຄັ້ງໃຫຍ່ເມື່ອເດືອນສິງຫາ ປີຜ່ານມາ ວ່າ ມີປະມານ 1.506 ຄົນ ຈາກສະຖິຕິຜູ້ປ່ວຍສະສົມ 2.239 ຄົນ ຂະນະທີ່ປະຊາຊົນຢ່າງໜ້ອຍ 141.000 ຄົນ ໄດ້ຮັບການສັກຢາຕ້ານເຊື້ອ ໂດຍສ່ວນໃຫຍ່ຢູ່ໃນແຂວງອິຕູຣິ ແລະ ແຂວງຄິວູເໜືອ ເຊິ່ງມີຊາຍແດນທາງພາກຕາເວັນອອກ ຕິດກັບປະເທດຢູກັນດາ ແລະ ລາຍງານເມື່ອກາງເດືອນນີ້ ພົບຜູ້ເສຍຊີວິດຈາກເຊື້ອໄວຣັສອີໂບລາໃນປະເທດແລ້ວ 2 ຄົນ ໜຶ່ງໃນນັ້ນເປັນເດັກຊາຍອາຍຸ 5 ປີ ທີ່ຂ້າມຊາຍແດນມາຈາກດີອາຄອງໂກ.

ในภาพอาจจะมี 1 คน, กำลังนั่ง, เด็ก และสถานที่กลางแจ้ง

ในภาพอาจจะมี 4 คน

ຢ່າງໃດກໍ່ຕາມ ໃນທີ່ປະຊຸມສຸກເສີນຂອງອົງການອະນາໄມໂລກ (WHO: World Health Organization) ມີມະຕິເມື່ອອາທິດ ທີ່ຜ່ານມາ ວ່າ ຍັງບໍ່ປະກາດໃຫ້ສະຖານະການການແຜ່ລະລະບາດຂອງເຊື້ອໄວຣັສອີໂບລາ ໃນດີອາຄອງໂກ ເຊິ່ງຂ້າມຊາຍແດນໄປປະເທດຢູກັນດາແລ້ວ ໃຫ້ເປັນ “ພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ” ແຕ່ຢືນຢັນວ່າ ການຍັງບໍ່ປະກາດສະຖານະການສຸກເສີນບໍ່ໄດ້ໝາຍຄວາມວ່າ ດັບເບິລຢູເອັດຈ໌ໂອ ບໍ່ໃສ່ໃຈຕໍ່ວິກິດຄັ້ງນີ້ ແຕ່ໃນທາງກົງກັນຂ້າມ ຍິ່ງເພິ່ມຄວາມຊ່ວຍເຫຼືອໃຫ້ແກ່ທຸກປະເທດທີ່ກໍງລັງໄດ້ຮັບຜົນກະທົບ.

ในภาพอาจจะมี 20 คน, เด็ก และสถานที่กลางแจ้ง

ในภาพอาจจะมี 1 คน