ລາວ – ຫວຽດນາມ ບັນລຸການເຊັນສັນຍາຊື້ – ຂາຍໄຟຟ້າຈາກເຂື່ອນນໍ້າຊຳ 3

107

ສະຫາຍ ຈິງ ດິງ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 24 – 25 ມິຖຸນາ 2019 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ  ລາວ – ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ໂອກາດດັ່ງກ່າວຍັງໄດ້ມີພິທີເຊັນສັນຍາຊື້ – ຂາຍໄຟຟ້າຈາກເຂື່ອນນໍ້າຊຳ 3.

ໃນວັນທີ 24 ມິຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຈິງ ດິງ ຢຸງ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ກອງປະຊຸມພົບປະສອງຝ່າຍໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ.

ໃນໂອກາດນີ້ ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ອ້າຍນ້ອງທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ. ສອງຝ່າຍໄດ້ຕີລາຄາຄືນເຖິງໝາກຜົນຂອງການຮ່ວມມືສອງຝ່າຍ ລາວ – ຫວຽດນາມ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ, ການພົວພັນຮ່ວມມືສອງຝ່າຍດ້ານການເມືອງແມ່ນຢູ່ໃນລະດັບສູງສຸດ ເຫັນໄດ້ຈາກການນຳສູງສຸດພັກ – ລັດທັງສອງປະເທດ ໄດ້ມີການໄປ – ມາຫາສູ່ກັນຢ່າງເປັນປົກກະຕິ.

ສອງຝ່າຍໄດ້ຕີລາຄາສູງຕໍ່ພັກ – ລັດຖະບານຂອງສອງປະເທດ ທີ່ໄດ້ເອົາໃຈໃສ່ໃນການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດຂອງສອງຝ່າຍ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືຕ່າງໆລະຫວ່າງສອງປະເທດ ໃນບົດບັນທຶກຄວາມເຂົ້າໃຈຂອງສອງກົມການເມືອງ, ບົດບັນທຶກຂອງກອງປະຊຸມ ຄັ້ງທີ 41 ຂອງສອງຄະນະກຳມະການຮ່ວມມື ລາວ – ຫວຽດນາມ ກໍຄືຂໍ້ຕົກລົງຮ່ວມມືປະຈຳປີ 2019 ແລະ ເອກະສານຮ່ວມມືອື່ນໆທີ່ສອງຝ່າຍໄດ້ມີການຕົກລົງຮ່ວມກັນ; ດ້ານວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ແນວທາງການພັດທະນາຂອງແຕ່ລະປະເທດ, ແນໃສ່ສ້າງເສັ້ນຊາຍແດນໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ ແລະ ມີການພັດທະນາແບບຍືນຍົງ, ມູນຄ່າການຄ້າສອງຝ່າຍເພີ່ມ 13,24% ໃນ 5 ເດືອນຕົ້ນປີ 2019 ແລະ ຊຸກຍູ້ໃຫ້ມີການຮ່ວມມືກັນຫຼາຍຂຶ້ນດ້ານພະລັງງານໄຟຟ້າ ເພື່ອໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍ ເຊິ່ງໃນປີ 2018 ຜ່ານມາ ການຄ້າສອງຝ່າຍສາມາດບັນລຸໄດ້ 1 ຕື້ໂດລາສະຫະລັດ. ພ້ອມນີ້, ສສ ຫວຽດນາມ ຍັງເປັນປະເທດທີ່ຈັດຢູ່ໃນອັນດັບ 3 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ ເຊິ່ງນັບແຕ່ປີ 1989 ເປັນຕົ້ນມາ ມີທັງໝົດ 413 ໂຄງການ, ມູນຄ່າອະນຸມັດທັງໝົດຫຼາຍກວ່າ 4,1 ຕື້ໂດລາສະຫະລັດ, ໃນປີ 2019 ສສ ຫວຽດນາມ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເຊິ່ງແຜນປະຈຳປີ 2019 ແມ່ນ 711 ຕື້ດົງ ໄດ້ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນບັນດາໂຄງການຕ່າງໆຢ່າງມີຈຸດສຸມ, ຮັບປະກັນຄຸນນະພາບ ແລະ ມີຄວາມຄືບໜ້າ. ປັດຈຸບັນໂຄງການປຸກສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ມູນຄ່າ 111,75 ລ້ານໂດລາສະຫະລັດ ແມ່ນມີຄວາມຄືບໜ້າໄປເລື້ອຍໆ, ໂຄງການກໍ່ສ້າງໂຮງໝໍແຂວງຊຽງຂວາງ ແລະ ໂຮງໝໍແຂວງຫົວພັນ ຄາດວ່າຈະສຳເລັດໃນຕາມກຳນົດໄວໆນີ້. ສຳລັບໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນສຳເລັດແລ້ວປະມານ 75% ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ໃຫ້ສຳເລັດຕາມກຳນົດເວລາ. ນອກຈາກນີ້, ສອງຝ່າຍຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ – ສັງຄົມໂດຍລວມຂອງສອງຝ່າຍໃຫ້ກັນຊາບ.

ໃນໂອກາດນີ້ ສະຫາຍ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການພົບປະສອງຝ່າຍໃນຄັ້ງນີ້ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນທັງເປັນການຊີ້ນຳ ແລະ ຊຸກຍູ້ໃຫ້ບັນດາພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ໄດ້ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ, ມີປະສິດທິຜົນສູງຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການແກ່ພາລະກິດປະຕິວັດລາວມາໂດຍຕະຫຼອດ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

ໃນຂະນະດຽວກັນ, ສະຫາຍ ຈິງ ດິງ ຢຸງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ – ລັດຖະບານລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ສະແດງຄວາມຍິນດີສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນອີກ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ – ຫວຽດນາມ.

ພາຍຫຼັງສຳເລັດພິທີພົບປະ ສອງສະຫາຍຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັນສັນຍາຊື້ – ຂາຍໄຟຟ້າ ເຂື່ອນໄຟຟ້ານ້ຳຊຳ 3 ລະຫວ່າງ ບໍລິສັດ ພົງຊັບທະວີ ຂອງລາວ ກັບ ລັດວິສາຫະກິດໄຟຟ້າ ຫວຽດນາມ.

ໃນຕອນບ່າຍຂອງວັນດຽວກັນ ສະຫາຍ ຈິງ ດິງ ຢຸງ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກຮ່ວມກັບ ສະຫາຍ ສົມພັນ          ແພງຄຳມີ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທັງເປັນຫົວໜ້າຄະນະຊີ້ນຳໂຄງການປຸກສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່, ພາຍຫຼັງສຳເລັດພິທີພົບປະກໍໄດ້ມີພິທີເຊັນບົດບັນທຶກການພົບປະເຮັດວຽກຮ່ວມກັນ.

( ຂ່າວ: ຄຳນ້ອຍ; ຮູບ: ສຸກສະຫວັນ )