ວຽກປັບປຸງການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ມີຄວາມຄືບໜ້າຫຼາຍດ້ານ

146

ກະຊວງການເງິນ ຮ່ວມກັບຄູ່ຮ່ວມພັດທະນາ ໄດ້ແກ່: ທະນາຄານໂລກ ( WB ) ແລະ ອີຢູ ( EU ) ຈັດກອງປະຊຸມປຶກສາຫາລືເພື່ອປະກອບຄຳເຫັນໃສ່ຮ່າງແຜນການຈັດຕັ້ງປະຕິບັດໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ( PFM Reform Project ) ແລະ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ     ( E – FITS ) ພາຍຫຼັງທີ່ໄດ້ມີພິທີລົງນາມສອງຝ່າຍໃນໄລຍະຜ່ານມາຮອດປັດຈຸບັນ ເຫັນວ່າມີຫຼາຍໜ້າວຽກມີ ຄວາມຄືບໜ້າເປັນກ້າວໆ.

ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກຳ ກະຊວງການເງິນ ກ່າວວ່າ: ໂຄງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ( PFM Reform EU – WB TF ) ເປັນທຶນຊ່ວຍເຫຼືອລ້າຈາກອົງການອີຢູ ຜ່ານທະນາຄານໂລກ ໃນມູນຄ່າ 5 ລ້ານເອີໂຣ ແລະ ໂຄງການປັບປຸງລະບົບການຄຸ້ມຄອງການເງິນເປັນທັນສະໄໝ ( E – FITS Project ) ເປັນທຶນກູ້ຢືມຈາກທະນາຄານໂລກ ໃນມູນຄ່າ 20 ລ້ານໂດລາ ເຊິ່ງການຈັດຕັ້ງປະຕິບັດ 2 ໂຄງການດັ່ງກ່າວ ແມ່ນການສະໜັບສະໜູນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2020 ໂດຍສະເພາະການຈັດຕັ້ງປະຕິບັດ 6 ແຜນງານການປະຕິຮູບການເງິນແຫ່ງລັດແຕ່ນີ້ຮອດປີ 2020 ໃຫ້ສຳເລັດຕາມແຜນທີ່ກຳນົດໄວ້.

ມາຮອດປັດຈຸບັນ ພວກເຮົາໄດ້ມີຄວາມຄືບໜ້າຫຼາຍດ້ານພາຍຫຼັງທີ່ລັດຖະບານໄດ້ຮັບຮອງວິໄສທັດ ແລະ ຍຸດທະສາດພັດທະນາການເງິນແຫ່ງລັດໃນກາງປີ 2017 ແລະ ລັດຖະມົນຕີກະຊວງການເງິນ ໄດ້ຮັບຮອງ 6 ແຜນງານການປະຕິຮູບສຳລັບປີ 2018 – 2020 ເຊິ່ງມີຄວາມຄືບໜ້າໂດຍລວມ ດັ່ງນີ້: 1). ການສ້າງ ແລະ ປັບປຸງນະໂຍບາຍການເງິນໃຫ້ມີສະຖຽນລະພາບ; 2). ການສ້າງ ແລະ ປັບປຸງນິຕິກຳໃນຂົງເຂດການເງິນ ເຊັ່ນ: ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້. ນອກນັ້ນ, ຍັງມີການຄຸ້ມຄອງບໍລິຫານສ່ວຍສາອາກອນ, ການປັບປຸງລະບົບຄຸ້ມຄອງຜູ້ເສຍອາກອນຂະໜາດໃຫຍ່ ແລະ ການວິໄຈຄວາມສ່ຽງຕ່າງໆ; 3). ການປັບປຸງການສ້າງແຜນງົບປະມານ ແລະ ການປະຕິບັດງົບປະມານທີ່ສະໜັບສະໜູນການປະຕິຮູບລະບົບງົບປະມານແຫ່ງລັດ ແລະ ການຈັດຕັ້ງຜັນຂະຫຍາຍກົດໝາຍງົບປະມານແຫ່ງລັດ, ສຳເລັດການປະເມີນຜົນ PEFA; ການກະກຽມຈັດຕັ້ງປະຕິບັດລະບົບຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ( FMIS ) ເຊັ່ນ: ການປັບປຸງສາລະບານບັນຊີ – ງົບປະມານ, ການກະກຽມເອກະສານປະມູນຈັດຊື້ລະບົບ, ການຝຶກອົບຮົມ ແລະ ອື່ນໆ, ການປັບປຸງລະບົບການເຊື່ອມໂຍງລະບົບຊໍາລຳສະສາງຂອງຄັງເງິນກັບລະບົບທະນາຄານ ແຫ່ງ ສປປ ລາວ, ການສ້າງຄວາມເຂັ້ມແຂງສຳລັບການນຳໃຊ້ລະບົບຄຸ້ມຄອງຂໍ້ມູນ – ຂ່າວສານລັດຖະກອນ ( PIMS ) ທີ່ຈັດຕັ້ງປະຕິບັດໂດຍກະຊວງພາຍໃນ.

ທ່ານກ່າວຕື່ມວ່າ: ສໍາລັບວຽກທີ 4 ແມ່ນເປັນການສ້າງຄວາມເຂັ້ມແຂງໃຫ້ການຈັດ ຊື້ – ຈັດຈ້າງໂດຍໃຊ້ງົບປະມານຂອງລັດ, ເປັນການຜັນຂະຫຍາຍກົດໝາຍວ່າດ້ວຍການຈັດຊື້ – ຈັດຈ້າງ, ການປັບປຸງ ແລະ ສ້າງຄູ່ມືສຳລັບປະເພດການຈັດຊື້ – ຈັດຈ້າງດ້ວຍງົບປະມານຂອງລັດ ການສ້າງປຶ້ມຄູ່ມືການຝຶກອົບຮົມລະບຽບ – ຂັ້ນຕອນການຈັດຊື້ – ຈັດຈ້າງແຕ່ລະປະເພດ, ການຝຶກອົບຮົມຄູຝຶກ ແລະ ການຝຶກອົບຮົມພະນັກງານຈັດຊື້ຂອງແຕ່ລະຂະແໜງການ; ວຽກທີ 5 ການປະສານງານການປະຕິຮູບ PFM ທີ່ມີປະສິດທິຜົນ, ກົມນະໂຍບາຍການເງິນ, ການຄຸ້ມຄອງບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ ( ໜ່ວຍງານ PIU ) ການວ່າຈ້າງທີ່ປຶກສາພາຍໃນດ້ານການເງິນ, ການຈັດ  ຊື້ – ຈັດຈ້າງ ແລະ ການຕິດຕາມປະເມີນຜົນ.

ສຳລັບການກະກຽມຈັດຕັ້ງປະບັດໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ( E – FITS ) ທີ່ສຳເລັດການເຊັນສັນຍາຮ່ວມທະນາຄານໂລກ ເມື່ອວັນທີ 9 ພຶດສະພາ 2019 ຜ່ານມາ ໃນມູນຄ່າ 20 ລ້ານໂດລາສະຫະລັດ, ມີໄລຍະໃນການຈັດຕັ້ງປະຕິບັດໂຄງການຮອດວັນທີ 31 ສິງຫາ 2025 ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນການຫັນເປັນທັນສະໄໝໃນການຄຸ້ມຄອງການເງິນແຫ່ງລັດ ດັ່ງນີ້: 1). ພວມຢູ່ໃນຂັ້ນຕອນການປະເມີນຂໍ້ສະເໜີທາງດ້ານວິຊາການຂອງບໍລິສັດທີ່ປຶກສາຕ່າງປະເທດ ເພື່ອຊ່ວຍວຽກໃນການກະກຽມທາງດ້ານເຕັກນິກ ແລະ ເອກະສານປະມູນຈັດຊື້ລະບົບ FMIS; 2). ການຄຸ້ມຄອງການປ່ຽນແປງ ( Change Management ) ເຊິ່ງລວມມີການຝຶກອົບຮົມສ້າງຄວາມອາດສາມາດທາງດ້ານວິຊາການໃນການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ແລະ ການຝຶກອົບຮົມຜູ້ນຳໃຊ້ ລະບົບ FMIS ໃຫ້ແກ່ບັນດາຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນທ້າຍອາທິດຜ່ານມາທີ່ໂຮງແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Bryan Fornari ຫົວໜ້າຝ່າຍຮ່ວມມືອົງການອີຢູ ປະຈຳລາວ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຫົວໜ້າກົມ ນະໂຍບາຍການເງິນ ແລະ ນິຕິກຳ ກະຊວງການເງິນ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ວິຊາການທີ່ກ່ຽວຂ້ອງຂອງກະຊວງການເງິນ ແລະ ກະຊວງພາຍໃນເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]