ວຽງພູຄາຢຶດຊິ້ນສ່ວນສັດປ່າ 25 ກິໂລໄປທຳລາຍຖີ້ມພ້ອມກັກຕົວຜູ້ກະທຳຜິດ

44

ບັນຫາການລັກລອບຊື້-ຂາຍສັດປ່າ ຍັງປາກົດມີໃຫ້ເຫັນຢູ່ເລື້ອຍ ເຖິງແມ່ນເຈົ້າໜ້າທີ່ຈະຕິດຕາມຈັບກຸມ ແລະສຶກສາອົບຮົມຜູ້ກະທຳຜິດມາປັບໃໝຕາມລະບຽບການແຕ່ກໍ່ບໍ່ມີເຂັດລາບ, ຫຼ້າສຸດ, ເມື່ອບໍ່ດົນຜ່ານມາ ທີ່ແຂວງຫຼວງນໍ້າທາ ກໍ່ໄດ້ຢືດຊິ້ນສ່ວນສັດປ່າໄດ້ຈາກຮ້ານອາຫານ ແລະ ໂຮງງານ ຈຳນວນຫຼາຍລາຍການ ມາທຳລາຍຖິ້ມເປັນທີ່ຮຽບຮ້ອຍແລ້ວ.

 

 

ອີງຕາມນັກຂ່າວທ້ອງຖິ່ນລາຍງານໃຫ້ຮູ້ວ່າ ເມື່ອຕົ້ນເດືອນ ຜ່ານມາ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນສັດປ່າທີ່ຫວງຫ້າມທີ່ຢຶດໄດ້ຈາກຮ້ານອາຫານ ເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ພູມອນ ຄູນສີລິເຮືອງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງວຽງພູຄາ, ມີທ່ານ ໂພທິສັກ ຜ່າພົມແພງ ຮອງຫົວໜ້າກອງກວດກາປ່າໄມ້ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ທ່ານ ບຸນມາ ພິລາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກ່າວວ່າ: ຊິ້ນສ່ວນສັດປ່າປະເພດທີ່ຫວງຫ້າມທີ່ນຳມາທຳລາຍໃນຄັ້ງນີ້ແມ່ນຢຶດໄດ້ຈາກຮ້ານອາຫານ ຢູ່ບ້ານ ນໍ້າຈິນ, ທ້າວ ຄຳລາຍ ຢູ່ບ້ານ ກອນທຸ ແລະ ຢຶດໄດ້ຈາກໂຮງງານເຟີນີເຈີ ບ້ານ ນໍ້າເງີນ.

 

 

ຊີ້ນສ່ວນສັດປ່າທີ່ຢຶດໄດ້ທັງໝົດປະກອບມີ ມີກວາງ 1 ໂຕ ພ້ອມດ້ວນຊິ້ນສ່ວນອື່ນໆລວມນໍ້າໜັກ 25 ກິໂລກຣາມ, ຊີ້ນຟານ 4 ກິໂລກຣາມ, ຊີ້ນໝີ ແລະ ຕີນໝີ 5 ກິໂລກຣາມ. ຊິ້ນສ່ວນສັດດັ່ງກ່າວພາຍຫຼັງຢືດໄດ້ແລ້ວໄດ້ນຳມາທໍາລາຍຖິ້ມ ພ້ອມທັງກັກຕົວຜູ້ກະທໍາຜິດ ແລະ ເຮັດບົດບັນທຶກ, ສ່ວນພາກສ່ວນເຈົ້າຂອງຮ້ານອາຫານ, ເຈົ້າຂອງໂຮງງານເຟີນີເຈີແມ່ນໄດ້ກ່າວເຕືອນສຶກສາອົບຮົມ ແລະ ປັບ ໃໝຕາມລະບຽບການ.

 

 

 

ຂໍມູນ: ຂ່າວສານຫຼວງນໍ້າທາ