ສຳເລັດກອງປະຊຸມສະໄໝສາມັນເທື່ອ7 ສະພາແຫ່ງຊາດຊຸດທີ VIII ພ້ອມຮັບຮອງ 8 ບັນຫາສຳຄັນຂອງຊາດ

67

 ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ທີ່ດຳເນີນມາແຕ່ວັນທີ 5-25 ມິຖຸນາ 2019 ໄດ້ພິຈາລະນາຮັບຮອງເອົາ 8 ບັນຫາສຳຄັນພື້ນຖານຂອງປະເທດຊາດ ພ້ອມນີ້ ຍັງມີປະຊາຊົນສົ່ງຄວາມຄິດເຫັນໄປຍັງກອງປະຊຸມເກືອບ 500 ສາຍ ທີ່ກ່ຽວພັນກັບບັນຫາປາກທ້ອງ ແລະການພັດທະນາປະເທດຊາດ.

 

ในภาพอาจจะมี 6 คน, สถานที่ในร่ม

 

ທ່ານ ນາງ ສວນສະຫວັນ ວິຍະເກດ ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງກ່ຽວກັບຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 25 ມີຖຸນາ 2019 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫຼັກ 6) ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດເທື່ອນີ້ດໍາເນີນມາເປັນ ເວລາ 15 ວັນ ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ການສຸມເຫື່ອແຮງ ສະຕິປັນຍາຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ, ການປະກອບສ່ວນຂອງລັດຖະບານ, ອົງການຈັດຕັ້ງພັກ-ລັດ ເຂົ້າໃນການດຳເນີນກອງປະຊຸມ ເພື່ອເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຂອງຊາດຕາມ ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບ ຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

 

ในภาพอาจจะมี 2 คน, ผู้คนกำลังนั่ง และสถานที่ในร่ม

 

ໃນນັ້ນກອງປະຊຸມໄດ້ ພິຈາລະນາຮັບ ຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ຈຳນວນ 7 ສະບັບ ແລະ ພິຈາລະນາຮັບຮອງເອົາກົດໝາຍຈຳນວນ 10 ສະບັບ ຄື: ມະຕິ ວ່າດ້ວຍການຮັບຮອງເອົາການເລືອກຕັ້ງ ປະທານສານປະຊາຊົນສູງສຸດ; ມະຕິ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ; ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາ ຊິກສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງການອອກໃບຕາດີນ, ການອອກໃບຕາດິນຊໍ້າຊ້ອນ ໃນໄລຍະ ຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.

 

ในภาพอาจจะมี 5 คน, สถานที่ในร่ม

 

ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ຊີ້ແຈງຕໍ່ຄຳຊັກຖາມຂອງສະພາ ແຫ່ງຊາດ ກ່ຽວກັບການຟື້ນຟູປ່າ ແລະປຸກໄມ້ ຕາມມະຕິຂອງສະພາແຫ່ງຊາດ; ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວ ກັບການຕິດຕາມກວດກາ ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ; ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການພັດທະນາຊັບພະ ຍາກອນມະນຸດ ຕາມຂະແໜງການບຸລິມະສິດ ໃນສາຂາວິຊາກະສິກໍາ, ຄູ ແລະພະຍາບານ.

 

ในภาพอาจจะมี 5 คน, สถานที่ในร่ม

 

ກອງປະຊຸມຍັງໄດ້ຮ່ວມພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ຄື: ກົດໝາຍ ວ່າດ້ວຍການຕອບໂຕ້ການທຸ້ມຕະຫລາດ ແລະການຊ່ວຍໜູນ; ກົດໝາຍ ວ່າດ້ວຍອາກອນຊົມໃຊ້; ກົດໝາຍ ວ່າດ້ວຍອາກອນລາຍໄດ້; ກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ; ກົດໝາຍ ວ່າດ້ວຍເອກະສານ; ກົດໝາຍ ວ່າດ້ວຍອາຊີວະສຶກສາ; ກົດໝາຍ ວ່າດ້ວຍປ່າໄມ້; ກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ; ກົດໝາຍ ວ່າດ້ວຍທີ່ດິນ; ກົດໝາຍ ວ່າດ້ວຍຄ່າທຳນຽມສານ.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, ตาราง และสถานที่ในร่ม

 

ໃນການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ນີ້ ສະ ພາແຫ່ງຊາດ ໄດ້ສະເໜີໃຫ້ 4 ກະຊວງ ຂຶ້ນຕອບຄໍາຖາມທີ່ພົວພັນກັບບັນຫາພົ້ນເດັ່ນຂອງສັງຄົມ ເຊິ່ງສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນໃນກອງປະຊຸມປະກອບມີ ກະຊວງການເງິນ, ກະຊວງແຜນການ ແລະການລົງທຶນ, ກະຊວງສຶກສາທິການ ແລະກິລາ, ກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ໃນນາມຫົວໜ້າລັດຖະບານ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດ ທັງເປັນການຊີ້ແຈງຕໍ່ຄຳຊັກຖາມທີ່ສະມາຊິກສະພາ ແຫ່ງຊາດຍົກຂຶ້ນ ດ້ວຍບັນຍາກາດທີ່ດີ ແລະ ສ່ອງແສງໃຫ້ເຫັນຄວາມຮັບຜິດຊອບຮ່ວມກັນ ຂອງ ສະພາແຫ່ງຊາດ ແລະລັດຖະບານທີ່ມີຕໍ່ປະຊາຊົນ.

 

ในภาพอาจจะมี 11 คน, ผู้คนกำลังนั่ง, ตาราง, ฝูงชน และสถานที่ในร่ม

 

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ມີປະຊາຊົນ ສົ່ງຄຳຄິດຄຳເຫັນຜ່ານໂທລະສັນສາຍດ່ວນທັງໝົດຫຼາຍກວ່າ 475 ສາຍ, ມີ 101 ເລື່ອງ ມາຍັງກອງປະຊຸມສະພາແຫ່ງຊາດ ເຊິ່ງພົວພັນເຖິງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ໃນນີ້ ບັນຫາທີ່ພົ້ນເດັ່ນ ແມ່ນພົວພັນເຖິງບັນຫາທີ່ດິນ, ຄ່າໄຟຟ້າແພງ, ເສັ້ນທາງ, ການສຶກສາ, ການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ແລະ ສານເຄມີຈາກການປູກກ້ວຍ ຕໍ່ກັບບັນຫາທີ່ສົ່ງມາທາງ ໂທລະສັບສາຍດ່ວນ ດັ່ງກ່າວ ກອງເລຂາກອງປະຊຸມຈະໄດ້ສັງລວມມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ປະສານສົມທົບ ພາກສ່ວນຕ່າງໆຂອງລັດຖະບານ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມ ກົດໝາຍ ແລະ ລະບຽບການ.

 

ในภาพอาจจะมี 1 คน, กำลังนั่ง

 

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນບ່າຍຂອງວັນທີ 25 ມິຖຸນາ 2019 ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລິຈິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຜູ້ນຳ, ອາດີດການນຳຂັ້ນສູງຂອງພັກ-ລັດເຂົ້າຮ່ວມຢ່າງພ້ອມພຽງ.