ອອກມາດຕະການເດັດຂາດແກ້ໄຂຄົນຕ່າງປະເທດ ທີ່ມາດຳເນີນທຸລະກິດບໍ່ຖືກຕ້ອງ

111

ເພື່ອຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ກ່ຽວກັບການແກ້ໄຂບັນຫາຄົນຕ່າງປະເທດທີ່ມາດຳເນີນທຸລະກິດຢູ່ ສປປ ລາວ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຕາມທີ່ໄດ້ກຳນົດໃນຄຳສັ່ງນາຍົກລັດຖະມົນຕີ ກ່ຽວກັບການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ສະບັບເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ແລະ ຕາມມະຕິກອງປະຊຸມ ປຶກສາຫາລືແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ທີ່ຈັດຂຶ້ນໃນຄັ້ງວັນທີ 7-8 ມັງກອນ 2019.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, เด็ก และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳແນະນຳດັ່ງນີ້: ສປປ ລາວ ສ້າງທຸກເງື່ອນໄຂ ເອື້ອອຳນວຍຄວາມສະດວກ ແລະ ສ້າງບັນຍາກາດແກ່ການດຶງດູດ ແລະ ສົ່ງເສີມການລົງທຶນຕ່າງປະເທດ ເພື່ອດຶງດູດເງິນທຶນ ແລະ ເຕັກໂນໂລຊີທີ່ທັນສະໄໝ ປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ແຕ່ພ້ອມດຽວກັນນັ້ນ ກໍ່ໄດ້ກຳນົດນະໂຍບາຍ ເພື່ອປົກປ້ອງຜູ້ລົງທຶນພາຍໃນ ໂດຍໄດ້ກຳນົດປະເພດທຸລະກິດໃຫ້ຜູ້ລົງທຶນຕ່າງປະເທດ ສາມາດລົງທຶນໄດ້ ໂດຍມີເງື່ອນໄຂ ແລະ ກຳນົດບາງປະເພດທຸລະກິດຫ້າມສຳລັບຜູ້ລົງທຶນຕ່າງປະເທດຕາມກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ ລົງວັນທີ 26 ທັນວາ 2013 ດັ່ງລາຍລະອຽດດັ່ງນີ້:

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, เด็ก และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ປະເພດທຸລະກິດ ຫ້າມສຳລັບຜູ້ລົງທຶນຕ່າງປະເທດ ແມ່ນທຸລະກິດທີ່ສະຫງວນໄວ້ໃຫ້ພົນລະເມືອງລາວ ເຊິ່ງເປັນທຸລະກິດທີ່ມີຄວາມສຳຄັນ ແລະ ຈຳເປັນ ສຳລັບປະຊາຊົນລາວບັນດາເຜົ່າໃນການປະກອບທຸລະກິດ, ສ້າງວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ມີຄວາມໝັ້ນຄົງ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ປະເພດທຸລະກິດທີ່ບໍ່ຈຳເປັນຕ້ອງໃຊ້ເຕັກນິກວິຊາການ ຫຼື ເຕັກໂນໂລຊີສູງ ແລະ ບໍ່ຕ້ອງການລົງທຶນສູງ

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ນອກນີ້, ການດຳເນີນທຸລະກິດ ຂອງຜູ້ລົງທຶນຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແມ່ນໝາຍເຖິງຜູ້ລົງທຶນຕ່າງປະເທດ ທີ່ດຳເນີນທຸລະກິດທີ່ບໍ່ໄດ້ຮັບອະນຸຍາດ, ບໍ່ມີໃບທະບຽນວິສາຫະກິດ, ລະເມີດໃບທະບຽນວິສາຫະກິດ ທັງປະຕິບັດບໍ່ຖືກຕ້ອງຕາມເງື່ອນໄຂ ຫຼື ດຳເນີນທຸລະກິດ ປະເພດທຸລະກິດ ທີ່ຫ້າມສຳລັບຜູ້ລົງທຶນຕ່າງປະເທດ ຫຼື ເຄື່ອນໄຫວດຳເນີີນທຸລະກິດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ວາງອອກໃນແຕ່ລະໄລຍະ.

ສຳລັບມາດຕະການຈັດຕັ້ງປະຕິບັດ ແມ່ນມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າສົມທົບກັບເຈົ້າໜ້າທີ່ທະບຽນວິສາຫະກິດ ລົງສົມທົບກັບເຈົ້າໜ້າທີ່ກວດກາການຄ້າ ແລະ ເຈົ້າໜ້າທີ່ທະບຽນ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ລົງກວດກາ ຄົນຕ່າງປະເທດທີ່ດຳເນີນທຸລະກິດ ການຜະລິດ, ການຄ້າ, ການບໍລິການ ຕາມບັນຊີຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງປ້ອງກັນຄວາມສະຫງົບ ໄດ້ສັງລວມຜ່ານມານັ້ນຢູ່ແຂວງ, ນະຄອນຫຼວງຂອງຕົນ ເພື່ອກວດຄືນໃຫ້ລະອຽດຊັດເຈນ ໂດບບັນທຶກລະອຽດ ແລະ ນຳໃຊ້ມາດຕະການ ເພື່ອແກ້ໄຂດັ່ງນີ້:

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ການດຳເນີນທຸລະກິດໂດຍບໍ່ຂຶ້ນທະບຽນວິສາຫະກິດ ຫຼື ບໍ່ມີໃບອະນຸຍາດດຳເນີນທຸລະກິດ ຕາມທີ່ກຳນົດໄວ້ ໃນຂໍ້ຕົກລົງ 0044/ອຄ.ກທຄວ ລົງວັນທີ 18 ມັງກອນ 2019 ວ່າດ້ວຍຮັບຮອງກິດຈະການອຸດສາຫະກຳ ແລະ ການຄ້າ ທີ່ຕ້ອງໃບອະນຸຍາດດຳເນີນທຸລະກິດ ແມ່ນໃຫ້ປັບໃໝ 10.000.000 (ສິບລ້ານກີບ) ແລະ ໃຫ້ໂຈະການເຄື່ອນໄຫວທຸລະກິດດັ່ງກ່າວ.

ພ້ອມນີ້, ກໍ່ໃຫ້ເຮັດບັນທຶກ ໂດຍແນະນຳໃຫ້ໄປແຈ້ງຂຶ້ນທະບຽນວິສາຫະກິດ ແລະ ຂໍອະນຸຍາດດຳເນີນທຸລະກິດ ຕາມລະບຽບການທີ່ກ່ຽວຂ້ອງ ໃຫ້ສຳເລັດພາຍໃນ 90 ວັນ. ພາຍຫຼັງ ໄດ້ໃບທະບຽນວິສາຫະກິດ ແລະ ໄດ້ຮັບໃບອະນຸຍາດທີ່ກ່ຽວຂ້ອງຄົບຖ້ວນແລ້ວ ຈຶ່ງສາມາດເຄື່ອນໄຫວໄດ້. ຖ້າພາຍໃນ 90 ວັນ ຍັງບໍ່ໄດ້ໄປຂຶ້ນທະບຽນວິສາຫະກິດ ແມ່ນໃຫ້ປັບໃໝຕື່ມ 10.000.000 (ສິບລ້ານກີບ) ແລະ ໃຫ້ຍຸບເລີກຖາວອນ ພ້ອມທັງສົ່ງຂໍ້ມູນລະອຽດ ໃຫ້ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງປ້ອງກັນຄວາມສະຫງົບ ເພື່ອນຳໃຊ້ມາດຕະການ ສົ່ງຄືນພວກກ່ຽວກັບຄືນປະເທດ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, หมวก และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ການດຳເນີນທຸລະກິດໂດຍບໍ່ຖືກວັດຖຸປະສົງຂອງວິສາຫະກິດຕົນ ແມ່ນໃຫ້ສຶກສາອົບຮົມພ້ອມທັງປັບໃໝ 3.000.000 (ສາມລ້ານກີບ) ພ້ອມນີ້, ກໍ່ໃຫ້ເຮັດບົດບັນທຶກ ໂດຍແນະນຳໃຫ້ເຄື່ອນໄຫວຖືກຕ້ອງຕາມວັດຖຸປະສົງ, ຖ້າຕ້ອງການເຄື່ອນໄຫວນອກຈາກວັດຖຸປະສົງທີ່ໄດ້ຮັບອະນຸຍາດ ຕ້ອງປ່ຽນແປງໃບທະບຽນວິສາຫະກິດ ຫຼື ຂໍອະນຸຍາດດຳເນີນທຸລະກິດ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0023/ອຄ.ກທຄວ ລົງວັນທີ 9 ມັງກອນ 2019 ຈຶ່ງສາມາດເຄື່ອນໄຫວໄດ້, ຖ້າຍັງບໍ່ປັບປຸງແກ້ໄຂ ກວດພົບເຫັນຄັ້ງທີ 2 ແມ່ນໃຫ້ປັບໃໝອີກ 5.000.000 (ຫ້າລ້ານກີບ) ແລະ ໃຫ້ຍຸບເລີກຖາວອນ ພ້ອມທັງສົ່ງຂໍ້ມູນລະອຽດ ໃຫ້ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງປ້ອງກັນຄວາມສະຫງົບ ເພື່ອນຳໃຊ້ມາດຕະການ ສົ່ງພວກກ່ຽວກັບຄືນປະເທດ.

ในภาพอาจจะมี สถานที่ในร่ม

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ນອກນັ້ນ, ຜູ້ໃຫ້ຄົນຕ່າງປະເທດເຊົ່າສະຖານທີ່ດຳເນີນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນໃຫ້ມີມາດຕະການທາງວິໄນ ແລະ ດຳເນີນຕະດີຕາມລະບຽບກົດໝາຍ ແລະ ລະບຽບການ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 6 ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມື ໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດ ສະບັບເລກທີ 62/ນຍ ລົງວັນທີ 13 ພະຈິກ 2015.

ในภาพอาจจะมี สถานที่ในร่ม

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ສະນັ້ນ, ຈຶ່ງມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງທົ່ວປະເທດ ຮີບຮ້ອນສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ລົງກວດກາ, ເກັບກຳຂໍ້ມູນ ພ້ອມທັງນຳໃຊ້ມາດຕະການຕາມຄຳແນະນຳສະບັບນີ້ ໂດຍຈັດຕັ້ງປະຕິບັດໃຫ້ສຳເລັດ ແລະ ສົ່ງບົດລາຍງານ ໃຫ້ກົມການຄ້າພາຍໃນ, ພາຍໃນ 135 ວັນ ນັບແຕ່ປະກາດຄຳແນະນຳສະບັບນີ້ ເພື່ອສັງລວມຂໍ້ມູນທົ່ວປະເທດ ລາຍງານລັດຖະບານ ແລະ ນຳສະເໜີພາກສ່ວນກ່ຽວຂ້ອງ ເພື່ອສົມທົບກັນສືບຕໍ່ແກ້ໄຂ.

 

ในภาพอาจจะมี 1 คน, กำลังนั่ง และสถานที่ในร่ม

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ