ອາຈານ ຄຳສ້ອຍ ວົງສຳພັນ ຄູຜູ້ຊ່ຽວຊານການສຶກສາຄົນທຳອິດໃນລາວ

96

ອາຊີບຄູ – ອາຈານເປັນອາຊີບໜຶ່ງທີ່ສູງສົ່ງ ແລະ ມີ ຄວາມສຳຄັນທີ່ສຸດໃນການພັດທະນາເສດຖະກິດ – ສັງຄົມ, ແຜນການສຶກສາຖືເປັນແຜນບຸລິມະສິດທີ່ລັດຖະບານໃຫ້ຄວາມສຳຄັນເປັນອັນດັບຕົ້ນໆ ໃນການພັດທະນາບຸກຄະລາກອນທີ່ມີຄຸນນະພາບ ແລະ ມີຄຸນສົມບັດສິນທຳປະຕິວັດ ເພື່ອປະກອບສ່ວນໃນການພັດທະນາປະເທດຊາດ. ກ່ອນຈະສ້າງໄດ້ບຸກຄະລາກອນທີ່ມີຄຸນນະພາບແມ່ນຜູ້ເປັນຄູ – ອາຈານຕ້ອງເປັນຄົນທີ່ມີຄວາມຮູ້, ຄວາມສາມາດໃນການສິດສອນ ເພາະນັກຮຽນ – ນັກສຶກສາຈະຖືອາຈານເປັນແບບຢ່າງ ແລະ ປະຕິບັດຕາມ, ຄູດີລູກສິດກໍຈະດີ ຄູເກັ່ງລູກສິດກໍຈະເກັ່ງ.

ດັ່ງນັ້ນ, ເພື່ອຍົກສູງການສຶກສາຂອງແຕ່ລະປະເທດໃນອາຊຽນ ແລະ ຕີມໍ  ເລັສເຕ ກໍຄືສ້າງຄົນ ໃນອາຊຽນໃຫ້ມີການສຶກສາທີ່ເທົ່າທຽມກັນ ແລະ ຄ້າຍຄືກັນ ເພື່ອໃຫ້ບັນດາປະເທດອາຊຽນ ແລະ ຕີມໍ ເລັສເຕ ສາມາດແຂ່ງຂັນກັບສາກົນໄດ້. ສົມເດັດພະເທບຣັຕນະ ຣາຊສຸດາ ສະຫຍາມບໍລົມຣາດຊະກຸມາຣີ ຈຶ່ງໄດ້ກໍ່ຕັ້ງລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເຊິ່ງເປັນລາງວັນເຊີດຊູກຽດຄູດີເດັ່ນໃນລະດັບການສຶກສາຂັ້ນພື້ນຖານຂອງບັນດາປະເທດໃນອາຊຽນ ແລະ ຕີມໍ ເລັສເຕ, ເປັນລາງວັນລະດັບນາໆຊາດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງໄດ້ເລີ່ມມາຕັ້ງແຕ່ປີ 2015 ເປັນຕົ້ນມາ ໂດຍຈັດຂຶ້ນ 2 ປີຕໍ່ຄັ້ງ ເປັນລາງວັນທີ່ມອບໃຫ້ຄູຜູ້ທີ່ສ້າງການປ່ຽນແປງແກ່ຊີວິດລູກສິດ ແລະ ມີຄຸນນະປະການຕໍ່ວົງການສຶກສາໃນປະເທດຕົນ ດັ່ງຄຳວ່າ “ ເພາະຄູທີ່ມີຄຸນນະພາບ ຈຶ່ງສາມາດສ້າງຄົນທີ່ມີຄຸນນະພາບ ” ນັ້ນເອງ.

ອາຈານ ຄຳສ້ອຍ ວົງສຳພັນ ເປັນອາຈານຄົນລາວຄົນທຳອິດທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໃນປີ 2015 ເຊິ່ງໄດ້ຮັບນາມມະຍົດເປັນຜູ້ຊ່ຽວຊານການສຶກສາໃນລາວຜູ້ທຳອິດພຽງຜູ້ດຽວ, ເປັນອາຈານດີເດັ່ນທີ່ມີຜົນງານໃນວົງການສຶກສາຂອງປະເທດລາວເຮົາມາຫຼາຍກວ່າ 40 ປີ ທີ່ເຄີຍສອນ ຢູ່ໂຮງຮຽນ ມສ ວຽງຈັນ, ສ້າງເດັກນັກຮຽນທີ່ດື້ຂີ້ຄານບໍ່ຢາກຮຽນຈົນກາຍເປັນນັກຮຽນດີຮຽນເກັ່ງ ແລະ ມີຜົນງານໃນການຮັບໃຊ້ປະເທດຊາດ.

ອາຈານເປັນຄົນທີ່ມີປະສົບການສິດສອນ ແລະ ຝຶກອົບຮົມຄູມາຫຼາຍປີ, ເປັນອາຈານທີ່ມີຄວາມຮູ້, ຄວາມສາມາດ ແລະ ທັກສະໃນການຊ່ວຍປັບປຸງວົງການສຶກສາລາວໃຫ້ນັບມື້ທັນສະໄໝ ແລະ ທຽບເທົ່າກັບມາດຖານສາກົນ. ອາຈານຮຽນຈົບລະດັບປະລິນຍາຕີໃນສາຂາພູມສາດ, ປະຫວັດສາດທີ່ມະຫາວິທະຍາໄລແຫ່ງຊາດ ແລະ ປະລິນຍາໂທພາສາຝຣັ່ງ ທີ່ປະເທດຝຣັ່ງ.

ເຄີຍຮ່ວມຝຶກອົບຮົມກ່ຽວກັບການສຶກສາແບບຊ່ຽວຊານຫຼາຍຄັ້ງ ທັງໃນ ແລະ ຕ່າງປະເທດ ເຊັ່ນ: ໃນລະຫວ່າງປີ 1998 – 2000 ເຂົ້າຮ່ວມຝຶກອົບຮົມຫຼັກສູດພາສາຝຣັ່ງ ທີ່ສະຖາບັນສ້າງຄູສຶກສາ ປະເທດຝຣັ່ງ ໃນໂຄງການສອງພາສາ, ປີ 2002 ຮ່ວມຝຶກອົບຮົມກ່ຽວກັບ “ ຜູ້ນຳຄູ ແລະ ຜູ້ນຳການສຶກສາ ” ໃນຂົງເຂດອາຊີປາຊີຟິກທີ່ນະຄອນໂຮ່ຈິມິນ ປະເທດຫວຽດນາມ ແລະ ອື່ນໆ.

ນອກນັ້ນ, ອາຈານຍັງເປັນຜູ້ໜຶ່ງທີ່ປະກອບສ່ວນໃນການປັບປຸງລະບົບການສຶກສາ ພ້ອມກັບກະຊວງສຶກສາທິການ ແລະ ກີລາ ເພື່ອຍົກສູງຄຸນນະພາບການສຶກສາຂັ້ນພື້ນຖານໃນປະເທດ ເປັນຕົ້ນແມ່ນຂຽນຕຳລາການຮຽນພາສາຝຣັ່ງ ໃນລະດັບປະຖົມສຶກສາ, ເປັນຄູ່ຮ່ວມແນວຄິດໃນການຮຽນພາສາຝຣັ່ງທາງເອເລັກໂຕຣນິກຂອງ 9 ປະເທດຂອງສະຖາບັນພາສາຝຣັ່ງ ທີ່ນະຄອນຫຼວງປາຣີ ແລະ ອື່ນໆ.

ອາຈານ ຄຳສ້ອຍ ວົງສຳພັນ ໃຫ້ຮູ້ວ່າ: ຕົນເອງມີຄວາມພາກພູມໃຈ ແລະ ດີໃຈທີ່ສຸດທີ່ທາງກະຊວງສຶກສາທິການ ແລະ ກີລາ ແລະ ມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໄດ້ມອບລາງວັນຄູ ໃນນາມມະຍົດຜູ້ຊ່ຽວຊານ ເຊິ່ງເປັນຜູ້ທຳອິດໃນປະເທດລາວເຮົາ ແລະ ພຽງໜຶ່ງດຽວທີ່ບໍ່ເຄີຍມີໃຜໄດ້ມາກ່ອນ, ຕົນເອງເປັນອາຈານທີ່ສອນໃນວິຊາພູມສາດ, ປະຫວັດສາດ, ພາສາລາວ ແລະ ພາສາຝຣັ່ງ ເຊິ່ງຕົນເອງໄດ້ມາເປັນຄູສອນຢູ່ ມສ ວຽງຈັນ ມາຕັ້ງແຕ່ປີ 1977 ເປັນຕົ້ນມາ, ໄລຍະທີ່ມາເປັນຄູສອນຢູ່ໂຮງຮຽນ ມສ ວຽງຈັນ ເຄີຍຮັບຕໍາແໜ່ງເປັນຮອງອຳນວຍການໂຮງຮຽນ ມສ ວຽງຈັນ ຝ່າຍຄຸ້ມຄອງ ແລະ ທີ່ປຶກສາການສຶກສາຂັ້ນສູນກາງເປັນເວລາ  20 ປີ.

ໃນໄລຍະນັ້ນ, ຕົນເອງໄດ້ຖືກແຕ່ງຕັ້ງຈາກກະຊວງສຶກສາທິການ ແລະ ກີລາ ໃຫ້ເປັນຄູຝຶກຂອງຄູຝຶກ, ຄູນິເທດໃນລະດັບຊາດ ໂດຍຝຶກບັນດາຄູ – ອາຈານຕ່າງໆໃນຂອບເຂດທົ່ວປະເທດໃຫ້ຮູ້ວິທີໃນການສິດສອນ – ຝຶກຄູຕ່າງໆ, ການຝຶກຜູ້ຄຸ້ມຄອງການສຶກສາຂັ້ນພື້ນຖານ, ຝຶກຄູຕ່າງໆ ແລະ ຝຶກໃຫ້ຄູອາຈານຜູ້ທີ່ສິດສອນນັກຮຽນສາມາດສອນແນວໃດ, ເຮັດແນວໃດໃຫ້ນັກຮຽນສາມາດຮຽນໄດ້ດີທີ່ສຸດ. ນອກນັ້ນ, ການສອນໃນ ມສ ວຽງຈັນ ຕົນເອງກໍໄດ້ຕັ້ງໃຈສິດສອນນັກຮຽນ ແລະ ເປັນຫ່ວງນັກຮຽນທີ່ສຸດຈົນໄດ້ໄປນຳນັກຮຽນທີ່ບໍ່ມາຮຽນ, ບໍ່ມັກຮຽນຮອດເຮືອນຮອດຜູ້ປົກຄອງ ແລະ ສາມາດປ່ຽນແປງໃຫ້ນັກຮຽນທີ່ຂີ້ດື້ທັງຫຼາຍນັ້ນຫັນມາເປັນຄົນ   ດີ, ຕັ້ງໃຈຮຽນ ແລະ ປັດຈຸບັນມີນັກຮຽນຫຼາຍຄົນສາມາດປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ.

ປັດຈຸບັນ, ອາຈານໄດ້ອອກບຳນານແລ້ວ ແຕ່ເນື່ອງຈາກວ່າມັກໃນອາຊີບເປັນຄູເປັນຜູ້ຖ່າຍທອດຄວາມຮູ້, ທັກສະ ແລະ ປະສົບການຕ່າງໆທີ່ເຄີຍສອນມາກວ່າ 40 ປີ, ກະຊວງສຶກສາທິການ ແລະ ກີລາຍັງໃຫ້ຊ່ວຍສອນ, ຊ່ວຍຝຶກອົບຮົມຄູໃນການນຳໃຊ້ຫຼັກສູດປັບປຸງໃໝ່ຂອງກະຊວງສຶກສາ ແລະ ຊ່ວຍສອນພາສາຝຣັ່ງ ຢູ່ສະຖາບັນພາສາຝຣັ່ງ.

ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນລາງວັນທີ່ສົ່ງເສີມການສຶກສາກໍຄືຄູໃນການສອນດີ – ສອນເດັ່ນ, ສ້າງລູກສິດທີ່ມີຄຸນນະພາບໃຫ້ແກ່ປະເທດຊາດ ເພື່ອໃຫ້ການສຶກສາໃນອາຊຽນ ແລະ ຕີມໍ ເລັສເຕ ໃຫ້ມີຄວາມເປັນເອກະພາບເພື່ອອະນາຄົດຂອງອາຊຽນ ເຊິ່ງຕົນເອງເປັນຄົນລາວຜູ້ທຳອິດທີ່ໄດ້ຮັບລາງວັນນີ້ໃນປີ 2015 ແລະ ໄດ້ໄປທັດສະນະແລກປ່ຽນຄວາມຮູ້ດ້ານວິຊາການ ແລະ ເຕັກນິກຄູຢູ່ປະເທດໄທ ເຊິ່ງມີ 11 ປະເທດໃນອາຊີຕາເວັນອອກສ່ຽງໃຕ້ເຂົ້າຮ່ວມແລກປ່ຽນບົດຮຽນນຳກັນ, ຖືວ່າໄດ້ຮຽນຮູ້ຄວາມຮູ້ໃໝ່ໆທີ່ ສປປ ລາວ ຍັງບໍ່ມີເປັນຕົ້ນແມ່ນດ້ານໄອທີ ແລະ ຄຸນນະພາບຄູໃນການສອນລູກສິດໃຫ້ເປັນຄົນດີເດັ່ນໃຫ້ກາຍເປັນຄົນທີ່ມີຄຸນນະພາບ, ມີຄຸນປະໂຫຍດໃຫ້ແກ່ປະເທດຊາດມາຖ່າຍທອດແກ່ບັນດາ    ຄູ – ອາຈານໃນປະເທດເຮົາ.

ຫຼັງຈາກທີ່ໄດ້ຮັບລາງວັນດັ່ງກ່າວແລ້ວ ຕົນເອງກໍໄດ້ນຳເອົາຄວາມຮູ້ຕ່າງໆທີ່ໄດ້ຮຽນມາຖ່າຍທອດໃຫ້ແກ່ບັນດາຄູ – ອາຈານໜຸ່ມຕ່າງໆໃນປະເທດເຮົາ, ມາຮອດປັດຈຸບັນເຫັນວ່າມີຄູ – ອາຈານໜຸ່ມຫຼາຍຄົນທາງພາກລັດ ແລະ ເອກະຊົນກໍມີຄວາມສາມາດຫຼາຍໃນການສອນນັກຮຽນລາວໃຫ້ເກັ່ງໃຫ້ກາຍເປັນຄົນດີ, ໃຝ່ຮຽນ ແລະ ມີຄວາມກະຕືລືລົ້ນຕໍ່ການສຶກສາຂຶ້ນເລື້ອຍໆ.

ອາຈານເລົ່າຕື່ມອີກວ່າ: ຄູ – ອາຈານທຸກຄົນສາມາດມີສິດຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຫາກເຮົາເປັນຄົນທີ່ມັກ ແລະ ຮັກໃນອາຊີບຄູ, ຕ້ອງເປັນຄົນທີ່ໝັ່ນຝຶກຝົນຫຼໍ່ຫຼອມຕົນເອງ, ມີຄວາມມານະອົດທົນສູ້ຊົນບຸກບືນໃນການພັດທະນາຕົນເອງໃຫ້ກາຍເປັນຄູສອນດີ – ສອນເກັ່ງ ສາມາດພັດທະນານັກຮຽນ, ເອົາໃຈໃສ່ລູກສິດຢ່າງແທ້ຈິງ, ຮັກນັກຮຽນ ແລະ ສ້າງຜົນປະໂຫຍດໃຫ້ແກ່ວົງການສຶກສາໃນທ້ອງ ຖິ່ນທີ່ຕົນສັງກັດຢູ່ ຫຼື ເປັນຄູທີ່ມີຈິດວິນຍານໃນການເປັນຄູ, ເປັນຜູ້ສິດສອນນັ້ນເອງ.

[ ໂດຍ: ກາວຊົ່ງ ]