ອາທິດນີ້ ອາກາດຈະຮ້ອນ ຫາ ຮ້ອນເອົ້າ ພ້ອມມີຝົນຕົກເລັກນ້ອຍໃນແຕ່ລະພາກ

92

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 24 ຫາ 30 ມິຖຸນາ 2019ວ່າ: ໃນໄລຍະວັນທີ 24 ຫາ 26 ມິຖຸນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງປານກາງ ຫາ ແຮງ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາຮ້ອນເອົ້າໃນແຕ່ລະພາກ ແລະ ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນແຂວງ ພາກກາງ ລົງຫາ ພາກໃຕ້.

 

ในภาพอาจจะมี มหาสมุทร, ท้องฟ้า, เมฆ, สถานที่กลางแจ้ง, ธรรมชาติ และน้ำ

 

ຈາກນັ້ນ, ໃນວັນທີ 27 ຫາ 30 ມິຖຸນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ລົມມໍລະສຸມຕາເວັນຈົກສ່ຽງໃຕ້ຍັງຈະສືບຕໍ່ປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຂຶ້ນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ກາງຄືນ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ในภาพอาจจะมี ท้องฟ้า, ต้นพืช, ต้นไม้, สถานที่กลางแจ้ง, ธรรมชาติ และน้ำ

 

ພາກເໜືອດ້ານຕາເວັນອອກ: ໄລຍະວັນທີ 24 ຫາ 30 ມິຖຸນາ ອາກາດຮ້ອນໃນຕອນບ່າຍ, ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໄລຍະວັນທີ 24 ຫາ 30 ມິຖຸນາ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 37-39 ອົງສາ.

 

ในภาพอาจจะมี ท้องฟ้า, มหาสมุทร, ต้นพืช, เมฆ, ต้นไม้, สถานที่กลางแจ้ง, ธรรมชาติ และน้ำ

 

ພາກກາງ: ໄລຍະວັນທີ 24 ຫາ 26 ມິຖຸນາ ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ຈາກນັ້ນ ວັນທີ 27 ຫາ 30 ມິຖຸນາ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະຂດ. ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 36-38 ອົງສາ.

ສະເພາະແຂວງໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໄລຍະວັນທີ 24 ຫາ 26 ມິຖຸນາ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ. ຈາກນັ້ນ, ວັນທີ 27 ຫາ 30 ມິຖຸນາ ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 18-20 ອົງສາ ແລະ ສູງສຸດ 30-32 ອົງສາ.

 

ในภาพอาจจะมี ท้องฟ้า, เมฆ, ต้นพืช, ดอกไม้, แสงอาทิตย์ลับขอบฟ้า, พื้นหญ้า, ต้นไม้, สถานที่กลางแจ้ง และธรรมชาติ

ພາກໃຕ້: ໄລຍະວັນທີ 24 ຫາ 26 ມິຖຸນາ ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງຢູ່ເກືອບທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 27 ຫາ 30 ມິຖຸນາ ອາກາດຈະຮ້ອນຂຶ້ນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ.

ສະເພາະເຂດພູພຽງບໍລິເວນ: ໄລຍະວັນທີ 24 ຫາ 26 ມິຖຸນາ ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 15-17 ອົງສາ ແລະ ສູງສຸດ 26-28 ອົງສາ.

ນະຄອນຫຼວງວຽງຈັນ: ໄລຍະວັນທີ 24 ຫາ 26 ມິຖຸນາ ອາກາດຮ້ອນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ. ຈາກນັ້ນ, ວັນທີ 27 ຫາ 30 ມິຖຸນາ ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 36-38 ອົງສາ.