ຮູ້ໄວ້ ທຸລະກິດທີ່ເກືອດຫ້າມ ຢູ່ ສປປ ລາວ

98

ປັດຈຸບັນແຕ່ລະວັນ ມີບັນດານັກລົງທຶນ ນັກທຸລະກິດເກີດໃໝ່ຕະຫຼອດ ການເຮັດທຸລະກິດກໍມີຫຼາຍຂະແໜງການ ຫຼາຍຢ່າງທີ່ເລືອກເຮັດຂໍພຽງແຕ່ສາມາດສ້າງເງິນສ້າງຖານະຄວາມເປັນຢູ່ ແຕ່ຄິດວ່າຫຼາຍຄົນຍັງບໍ່ຮູ້ວ່າມີທຸລະກິດປະເພດໃດແນ່ທີ່ເກືອດຫ້າມ ຢູ່ ສປປ ລາວ ສະນັ້ນມາຮູ້ໄວ້ບໍ່ເສຍຫາຍ ເພື່ອບໍ່ໃຫ້ທ່ານຫຼົງຜິດໄປເຮັດທຸລະກິດນອກກົດໝາຍ.

ທາງກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບ ບັນຊີປະເພດທຸລະກິດເກືອດຫ້າມ ຫຼື ທຸລະກິດໃດແດ່ທີ່ບໍ່ອະນຸຍາດໃຫ້ສ້າງຕັ້ງ ແລະດໍາເນີນທຸລະກິດ ຢູ່ ສ ປປ ລາວ.
ຕາມແຈ້ງການສະບັບເລກທີ 1592/ອຄ.ທຄວ ລົງວັນທີ 26 ສິງຫາ 2013 ລະບຸວ່າ ທຸລະກິດປະເພດໃດທີ່ກົດໝາຍເກືອດຫ້າມ ຢູ່ ຊາບ ແລະ ປະຕິບັດ ມີທຸລະກິດໃດແດ່ທີ່ກົດໝາຍເກືອດຫ້າມ ດັ່ງນີ້:

1 ສານເຄມີອັນຕະລາຍປະເພດ1
2 ແຮ່ທາດກໍາມັນຕະພາບລັງສີທຸກຊະນິດ
3 ລູກກະສູນ ແລະ ອາວຸດທຸກຊະນິດ (ຍົກເວັ້ນລະເບີດ ເພື່ອຮັບໃຊ້ອຸດສາຫະກໍາແຕ່ຕ້ອງໄດ້ຮັບອະນຸຍາດສະເພາະ), ພາຫະນະຮັບໃຊ້ສົງຄາມ
4 ຝິ່ນ, ເມັດຝິ່ນ, ດອກຝິ່ນ, ແກ່ນຝິ່ນ, ດອກຝິ່ນແຫ້ງ, ຝິ່ນສໍາເລັດຮູບ, ອື່ນໆທີ່ເຮັດຈາກຝິ່ນ, ໃບໂກໂກ້, ກັນຊາຮູບແບບຕ່າງໆ, ໂຄເຄນ ແລະ ອະນຸພັນຂອງມັນ.

5 ເຈ້ຍພິມເງິນ, ນໍ້າມຶກພິມເງິນ, ເຄື່ອງຈັກພິມເງິນ ແລະ ຈັກຫຼອມເງິນຫຼຽນ
6 ປະເພດທຸລະກິດຫ້າມຕ່າງໆຕາມທີ່ໄດ້ກໍານົດໄວ້ໃນລະບົບກົດໝາຍທີ່ກ່ຽວຂ້ອງຂອງ ສ ປປ ລາວ
ປະເພດບັນຊີທຸລະກິດນີ້ ແມ່ນໄດ້ຄົ້ນຄວ້າ ແລະ ລວມລວມມາຈາກຄໍາສະເໜີຂອງບັນດາກະຊວງທີ່ກ່ຽວຂ້ອງ. (ບັນຊີ ຂໍ 01-2013).