ເສົ້ານຳ!!! ຊາວໜຸ່ມເຫຍື່ອຢາບ້າຄ້າກັນເປັນເຄືອຂ່າຍ

45

ເຈົ້າໜ້າທີ່ ປກສ ກຸ່ມຫົວຊຽງ ຂຶ້ນກັບກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເຂົ້າກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ແລະ ຂະຫຍາຍຜົນຫາຄູ່ຮ່ວມຂະບວນການອີກ 2 ຄົນ ພ້ອມຂອງຢາບ້າ 900 ກວ່າເມັດ ແລະ ຢາໄອ 1 ຖົງ ເມື່ອທ້າຍເດືອນພຶດສະພາ ຜ່ານມາ ມາດຳເນີນຄະດີ.

 

 

ເຈົ້າໜ້າທີ່ໄດ້ເປີດເຜີຍວ່າ ໃນວັນທີ 25 ພຶດສະພາ 2019 ໄດ້ເຂົ້າກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ, ຢູ່ເສັ້ນທາງ ເຂດບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຄື: ທ້າວ ເບີ້ມ ອາຍຸ 27 ປີ ອາຊີບ ກໍາມະກອນ, ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ພ້ອມຂອງກາງຢາບ້າຈໍານວນ 800 ເມັດ ແລະ ຢາໄອ 1 ຖົງນ້ອຍ.

ຈາກນັ້ນ, ຈຶ່ງສືບຕໍ່ຂະຫຍາຍຜົນໄດ້ຜູ້ຮ່ວມຂະບວນການອີກ 2 ຄົນຄື: ທ້າວ ແກ້ມ ອາຍຸ 21 ປີ ອາຊີບ ກໍາມະກອນ, ຢູ່ບ້ານຫ້ວຍນໍ້າຍຸນ ເມືອງປາກງື່ມ ພ້ອມຂອງກາງຢາບ້າຈໍານວນ 10 ເມັດ ແລະ ທ້າວ ລັ່ງ ອາຍຸ 28 ປີ ອາຊີບ ກໍາມະກອນ ຢູ່ບ້ານດອນສ້າງໄຜ່ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າຈໍານວນ 181 ເມັດ.

ຜ່ານການສືບສວນ-ສອບສວນ ທ້າວ ເບີ້ມ ໄດ້ຮັບສາລະພາບວ່າ: ຕົນແມ່ນໄດ້ໄປເຮັດວຽກຢູ່ໂຮງງານແຫ່ງໜຶ່ງເຂດຫຼັກ 52 ເມືອງ ໂພນໂຮງ ແຂວງວຽງຈັນ ແລ້ວໄດ້ຮູ້ຈັກຊາຍຄົນໜຶ່ງ ຢູ່ໂຮງງານດັ່ງກ່າວ ຈາກນັ້ນ ທັງສອງກໍໄດ້ຕິດຕໍ່ພົວພັນຊື້-ຂາຍຢາບ້ານໍາກັນມາແລ້ວຫຼາຍຄັ້ງ, ຕໍ່ມາຕົນຈຶ່ງໄດ້ລາອອກຈາກບ່ອນເຮັດວຽກ ແຕ່ຍັງຕິດຕໍ່ຊື້ຢາບ້າກັບຊາຍຄົນດັ່ງກ່າວ; ສ່ວນສະຖານທີ່ນັດສົ່ງຢາກັນແມ່ນຢູ່ຕາມເສັ້ນທາງລົດໄຟທີ່ກໍາລັງກໍ່ສ້າງເຂດບ້ານ ນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

 

 

ຈາກນັ້ນ, ຈຶ່ງມີຄົນຮູ້ຈັກຕົນແນະນໍາໃຫ້ຮູ້ຈັກກັບທ້າວ ແກ້ມ ພ້ອມໄດ້ເອົາເບີໂທຂອງທ້າວ ແກ້ມ ໃຫ້ຕົນ ຕໍ່ມາຕົນຈຶ່ງໄດ້ຕິດຕໍ່ ແລະ ໄດ້ຖາມຊື້ຢາບ້ານໍາທ້າວ ແກ້ມ ໂດຍຊື້ຄັ້ງລະ 200 ເມັດ- 1000 ເມັດ, ສະຖານທີ່ສົ່ງໃນແຕ່ລະຄັ້ງແມ່ນຢູ່ຕາມເສັ້ນທາງຕ່າງໆ. ພາຍຫຼັງໄດ້ຢາມາແລ້ວ ຕົນກໍໄດ້ເອົາໄປຂາຍຕໍ່ໃຫ້ກຸ່ມໄວລຸ້ນທົ່ວໄປຢູ່ພາຍໃນບ້ານ ຕົກມາຮອດວັນທີ 24 ພຶດສະພາ 2019, ເວລາປະມານ 6:00 ໂມງ ຕົນໄດ້ໂທສັ່ງຊື້ຢາບ້ານໍາທ້າວ ແກ້ມອີກຈໍານວນ 4 ຖົງ ແລະ ຢາໄອ 1 ຖົງນ້ອຍ.

ພໍມາຮອດເວລາປະມານ 10:00 ໂມງຂອງວັນທີ 25 ພຶດສະພາ 2019 ໄດ້ມີຄົນໂທມາສັ່ງຊື້ຢາບ້ານໍາຕົນ ແລະ ໄດ້ນັດສົ່ງຢາກັນຢູ່ເສັ້ນທາງເຂດບ້ານ ສົມສະຫວັນ ເມືອງໄຊທານີ, ແຕ່ພໍໄປຮອດກໍຖືກເຈົ້າໜ້າທີ່ເຂົ້າຈັບຕົວ ພ້ອມຂອງກາງຢາບ້າ ຈໍານວ 800 ເມັດ ແລະ ຢາໄອ 1 ຖົງນ້ອຍມາດໍາເນີນຄະດີ.

 

 

ສ່ວນທ້າວ ແກ້ມ ໄດ້ຮັບສາລະພາບວ່າ: ຕົນເລີ່ມເສບຢາມາແຕ່ປີ 2018 ຢາທີ່ນໍາມາເສບ ແລະ ຂາຍໃນແຕ່ລະຄັ້ງແມ່ນຊື້ມາຈາກທ້າວ ລັ່ງ ຊື້ຈໍານວນຫຼາຍຄັ້ງແລ້ວ ແລະ ວັນທີ 28 ພຶດສະພາ 2019 ຕົນແມ່ນໄດ້ໄປຊື້ຢານໍາທ້າວ ລັ່ງອີກຈໍານວນ 15 ເມັດ ແລະ ຕົນກໍເອົາມາເສບຈໍານວນ 5 ເມັດຍັງເຫຼືອ 10 ເມັດ. ມາວັນທີ 29 ພຶດສະພາ 2019 ຈຶ່ງຖືກເຈົ້າໜ້າທີ່ກັກຕົວຢູ່ເຮືອນ ພ້ອມຂອງກາງຢາບ້າຈໍານວນ 10 ເມັດ.

ດ້ານທ້າວ ລັ່ງ ໄດ້ຮັບສາລະພາບວ່າ: ຢາບ້າທີ່ຕົນນໍາມາຂາຍໃນແຕ່ລະຄັ້ງແມ່ນໄດ້ຊື້ນໍາຊາຍຄົນໜຶ່ງບໍ່ຮູ້ຊື່, ຊື້ຄັ້ງລະ 50-200 ເມັດ ສະຖານທີ່ຊື້ແມ່ນຢູ່ເຮືອນຂອງຊາຍຄົນດັ່ງກ່າວ ແລະ ບາງຄັ້ງກໍນັດສົ່ງກັນຢູ່ຕາມເສັ້ນທາງຕ່າງໆເຂດເມືອງປາກງື່ມ. ມາຮອດວັນທີ 27 ພຶດສະພາ 2019, ເວລາ 11:00 ໂມງຕົນແມ່ນໄດ້ໄປຊື້ຢາບ້ານໍາຊາຍຄົນນັ້ນຈໍານວນ 1 ຖົງ. ຈາກນັ້ນ ຕົນກໍໄດ້ເອົາຢາໄປຂາຍໃຫ້ກຸ່ມໄວລຸ້ນຢູ່ພາຍໃນບ້ານຈໍານວນ 19 ເມັດ, ມາຮອດເວລາ 13:00 ໂມງຂອງວັນທີ 29 ພຶດສະພາ 2019ຈຶ່ງຖືກເຈົ້າໜ້າທີ່ຈັບຕົວຢູ່ເຮືອນພ້ອມຂອງກາງຢາບ້າຈໍານວນ 181 ເມັດມາດໍາເນີນຄະດີ.

 

ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ສົ່ງສໍານວນຄະດີໃຫ້ໄອຍະການປະຊາຊົນ ພິຈາລະນາຖະແຫຼງຟ້ອງໃຫ້ສານຕັດສິນຕາມກົດໝາຍ

 

 

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ