ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ ປະ​ເທດໄທ ໄດ້ຮັບຮອງເອົາ 4 ເອກະສານສຳຄັນ

66

ໃນລະຫວ່າງວັນທີ 22-23 ມິຖຸນາ 2019, ພະນະທ່ານ ທອງລຸນ ສີສຸລິດ, ນາ​ຍົກລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ ບາງກອກ, ປະ​ເທດໄທ.

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 34 ແບບ​ຄົບ​ຄະ​ນະ ໄດ້​ເລີ່ມ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງວັນ​ທີ 22 ມິ​ຖຸ​ນາ 2019, ເຊິ່ງບັນດາຜູ້ນຳອາຊຽນໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງເສດຖະກິດຂະຫຍາຍຕົວໄປຄຽງຄູ່ກັບການພັດທະນາແບບຍືນຍົງ ແລະ ບໍ່ປະປ່ອຍຜູ້ໃດໄວ້ທາງຫລັງ ພາຍໃຕ້ຄຳຂວັນ: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ”. ໃນນີ້, ຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ ຮອດປີ 2025, ເຊິ່ງກວມເອົາສາມເສົາຄ້ຳ ຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ ແລະ ປຶກສາຫາລືກັນກ່ຽວກັບທິດທາງໃນຕໍ່ໜ້າຂອງອາຊຽນ. ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງກ່ຽວກັບຜົນສຳເລັດຂອງອາຊຽນໃນປີຜ່ານມາ ແລະ ສະເໜີໃຫ້ສືບຕໍ່ຜັນຂະຫຍາຍບັນດາບູລິມະສິດໃນການສ້າງປະຊາຄົມອາຊຽນ ເຊັ່ນ: ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການເຊື່ອມຈອດອາຊຽນ, ການກະກຽມຄວາມພ້ອມຮອບດ້ານເພື່ອຮອງຮັບຍຸກເສດຖະກິດີຈີຕອນ ແລະ ການປະຕິວັດອຸດສາຫະກຳ 4.0 ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ກອງປະຊຸມໄດ້ຮັບຮອງເອົາ 4 ເອກະສານສຳຄັນຄື: 1. ຖະແຫຼງການວິໄສທັດຂອງຜູ້ນຳອາຊຽນ ວ່າດ້ວຍ ການເປັນຄູ່ຮ່ວມເພື່ອຄວາມຍືນຍົງ; 2. ຖະແຫຼງການບາງກອກ ວ່າດ້ວຍ ການສະກັດກັ້ນຂີ້ເຫຍື້ອທະເລໃນພາກພື້ນອາຊຽນ; 3. ຖະແຫຼງການຂອງຜູ້ນໍາອາຊຽນ ວ່າດ້ວຍ ປີແຫ່ງວັດທະນະທໍຳອາຊຽນ 2019 ແລະ 4. ແນວຄວາມຄິດ ອິນໂດ-ປາຊີຟິກຂອງອາຊຽນ ເຊິ່ງທັງ 4 ເອກະສານນີ້ ຈະເປັນພື້ນຖານໃນການສືບຕໍ່ຮ່ວມມືກັນພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບຄູ່ເຈລະຈາ ແລະ ຮ່ວມມືພາຍນອກ ເພື່ອເຮັດແນວໃດເຮັດໃຫ້ຂົງເຂດອາຊຽນ ກາຍເປັນຂົງເຂດແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ ແລະ ຮັບຊາບເອກະສານຕ່າງໆອີກ 13 ສະບັບ.

ໃນວັນທີ 23 ມິຖຸນາ 2019, ພະນະທ່ານ ທອງລຸນ ສີສຸລິດ, ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງ​ທີ 34 ແບບວົງແຄບ. ບັນດາຜູ້ນຳອາຊຽນໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ບັນ ຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ. ໃນນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາບົນພື້ນຖານຍົກສູງບົດບາດນຳພາ ແລະ ຄວາມເປັນແກນກາງຂອງອາຊຽນ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມ. ຕໍ່ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ, ບັນດາຜູ້ນຳອາຊຽນໄດ້ແລກປ່ຽນຄວາມຄິດເຫັນນຳກັນ ໂດຍສະເພາະສິ່ງທ້າທາຍຮູບແບບໃໝ່ຂ້າມຊາຍແດນເຊັ່ນ: ຄວາມໝັ້ນຄົງໄຊເບີ, ຂ່າວທີ່ບໍ່ມີມູນຄວາມຈິງ, ການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ໄພພິບັດທຳມະຊາດ, ໂລກລະບາດ, ມົນລະພິດສິ່ງແວດລ້ອມ​ ​ແລະ ບັນຫາ​ອຶ່ນໆ.

ໃນຕອນຄ່ຳຂອງວັນດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນກຽດເຂົ້າຮ່ວມງານລ້ຽງ ຈັດໂດຍ ລັດຖະບານ​ໄທ, ສະຖາບັນຍຸດທະສາດ ຄິງສະລີ ຂອງ ມາເລເຊຍ ແລະ ຫ້ອງການ​ເສດຖະກິດ-ການ​ຄ້າ​ຮົງ​ກົງ, ​ແລະ ຂຶ້ນຮັບລາງວັນກຽດຕິຄຸນ, ເຊິ່ງເປັນລາງວັນສູງສົ່ງໜຶ່ງຂອງອາຊຽນ ໂດຍຍ້ອງຍໍສະເພາະລະດັບຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ. ຜ່ານມາບັນດາຜູ້ນຳອາຊຽນທີ່ໄດ້ຮັບລາງ ວັນກຽດຕິຄຸນນີ້ມີ ທ່ານ ລີ ກວນ ຢູ (ສິງກະໂປ), ທ່ານ ດຣ ມາຫາເທຍ ບິນໂມຮາແມັດ (ມາເລເຊຍ), ທ່ານ ຊູຊິໂລ ບຳບັງ (ອິນໂດເນເຊຍ), ທ່ານ ນ. ອອງຊານ ຊູຈີ (ມຽນມາ), ທ່ານ ສົມເດັດ ເຕໂຊ ຮຸນເຊັນ (ກຳປູເຈຍ), ແລະ ທ່ານ ໂກ ຈົກ ຕົງ (ສິງກະໂປ). ໃນປີນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານ ອານັນ ປັນຍາຣະຊຸນ (ອາດິດນາຍົກ ລັດຖະມົນຕີ ໄທ) ໄດ້ເປັນກຽດຮັບລາງວັນກຽດຕິຄຸນດັ່ງກ່າວ.

ໃນໄລຍະກອງປະຊຸມສຸດຍອດຄັ້ງນີ້, ບັນ​ດາ​ຜູ້​ນຳ​ອາ​ຊຽນ ຍັງ​ໄດ້​ພົບ​ປະກັບສະມັດຊາລັດຖະສະພາອາຊຽນ (AIPA), ສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC) ແລະ ຊາວໜຸ່ມອາຊຽນ, ເຊິ່ງ​ບັນ​ດາ​ຜູ້​ນຳໄດ້​ຕີລາຄາສູງຕໍ່ການປະກອບ ສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນຂອງ 3 ອົງການຈັດຕັ້ງດັ່ງກ່າວ ແລະ ໄດ້ສະເໜີໃຫ້ສືບຕໍ່.

ກອງປະຊຸມສຸດຍອດອາຊຽນຄັ້ງທີຕໍ່ໄປ ຈະຈັດຂຶ້ນໃນໄລຍະວັນທີ 31 ຕຸລາ ເຖິງ 4 ພະຈິກ 2019 ທີ່ ບາງກອກ, ປະເທດ ໄທ.

ທີ່ມາ:Lao National Radio