ກຽມຮັບມືອຸທົກກະໄພ ແຕ່ນີ້ຮອດເດືອນສິງຫາ ຈະມີຝົນຕົກໜັກໃນທຸກພາກ

87

ອຸຕຸແຈ້ງເຕືອນລ່ວງໜ້າ ໃຫ້ເຝົ້າລະວັງອຸທົກກະໄພທີ່ອາດເກີດຂຶ້ນເນື່ອງຈາກໄລຍະທ້າຍເດືອນ ມິຖຸນາ ຫາ ສິງຫາ 2019 ຈະມີຝົນຕົກຕິດຕໍ່ກັນຫຼາຍວັນ ເຊິ່ງຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນໍ້າຖ້ວມຊຸຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ ພ້ອມນີ້ສະພາບຝົນຕົກສະສົມຈະເຮັດໃຫ້ມີນໍ້າຖ້ວມອັ່ງ ແລະ ຖ້ວມຍື່ງໃນເຂດພາກກາງ ແລະ ພາກໃຕ້.

 

 

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກພາກສ່ວນຄວນມີສະຕິ ລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຍື່ງ ທີ່ອາດຈະເກີດໄດ້ໃນໄລຍະເດືອນ ມິຖຸນາ ຫາ ຕົ້ນເດືອນ ສິງຫາ 2019 ນີ້, ສະເພາະຜູ້ທີ່ຈະເດີນທາງ ຂໍໃຫ້ກວດສອບສະພາບອາກາດທຸກຄັ້ງກ່ອນອອກເດີນທາງ.

 

 

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະອາທິດທຳອິດຂອງເດືອນ ມິຖຸນາ 2019 ວ່າຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ລົງ ຫາພາກກາງ, ຈາກນັ້ນ, ອາທິດທີ 2 ຂອງເດືອນ ມິຖຸນາ ອາກາດຮ້ອນຫາຮ້ອນເອົ້າ ແລະ ມີຝົນຫຼຸດລົງ ເຊິ່ງສ່ວນໃຫຍ່ຈະຕົກໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຈົນມາຮອດອາທິດທີ 3 ຫາ ທ້າຍເດືອນ ມິຖຸນາ 2019 ຈະມີຝົນຕົກເພີ່ມຂຶ້ນ ເຊິ່ງຈະຕົກໃນລະດັບຄ່ອຍເປັນສ່ວນຫຼາຍ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

 

 

ຄາດຄະເນສະພາບອຸນຫະພູມໃນເດືອນ ມິຖຸນາ 2019 ຈະຮ້ອນສູງກວ່າເກນປົກກະຕິ, ສ່ວນສະພາບຝົນ ຈະມີຝົນຫຼຸດເກນປົກກະຕິເປັນສ່ວນຫຼາຍ ແຕ່ກໍ່ມີບາງແຂວງທີ່ຈະມີຝົນລິນເກນປົກກະຕິເລັກນ້ອຍເຊັ່ນ: ແຂວງ ຜົ້ງສາລີ, ນະຄອນຫຼວງວຽງຈັນ, ສາລະວັນ ແລະ ເຊກອງ.

ສຳລັບພະຍາກອນອາກາດໃນເດືອນ ກໍລະກົດ 2019 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນວ່າ ຮ່ອງຄວາມດັນອາກາດຕໍ່າ ຈະສືບຕໍ່ເຄື່ອນທີ່ພັດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ສົມທົບກັບມໍລະສຸມຕາເວັນຕົກສ່ຽງໃຕ້ຈະພັດປົກຄຸມດ້ວຍກຳລັງອ່ອນ ເຊິ່ງຈະເຮຫດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປາກາງ ຫາ ໜັກ ຢູ່ບາງທ້ອງຖິ່ນ.

 

 

ໄລຍະກາງ ຫາ ທ້າຍເດືອນ ກໍລະກົດ 2019 ຮ່ອງຝົນຈະສືບຕໍ່ພັດຜ່ານ ປ່ອງເຂົ້າໃສ່ພາຍຸໜູນເຂດຮ້ອນທີ່ຈະກໍ່ຕົວຢູ່ເຂດທະເລຈີນຕອນໃຕ້ ແລະ ຈະເຮັດໃຫ້ມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

 

 

ສະເພາະເດືອນ ສິງຫາ 2019 ສະພາບອາກາດໃນໄລຍະຕົ້ນ ຫາ ກາງເດືອນ ສິງຫາ 2019 ຮ່ອງຄວາມກົດດັນອາກາດຕໍ່າຈະສືບຕໍ່ເຄື່ອນທີ່ພັດຜ່ານ ເຂດພາກເໜືອ ແລະ ພາກກາງ ຂອງປະເທດລາວ ປ່ອງເຂົ້າໃສ່ພາຍຸໜູນເຂດຮ້ອນທີ່ຈະກໍ່ຕົວຢູ່ເຂດທະເລຈີນໃຕ້ ພ້ອມດຽວກັນ ກະແສລົມມໍລະສຸມຕາເວັນຕົກສ່ຽງຈະພັດປົກຄຸມດ້ວຍກຳລັງແຮງ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ລົງຫາ ພາກກາງ. ຈາກນັ້ນ, ໄລຍະທ້າຍເດືອນສິງຫາ ສະພາບລົມມໍລະສຸມຈະພັດປົກຄຸມດ້ວຍກຳລັງອ່ອນ ຈະເຮັດໃຫ້ມີຝົນຕົກຫຼຸດລົງໃນແຕ່ລະພາກ ເຊິ່ງຈະຕົກໃນລະດັບຄ່ອຍເປັນສ່ວນຫຼາຍ.

 

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ไม่มีคำอธิบายรูปภาพ