ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ

38

ທ່ານ ຫງວຽນ ຈີ ຢຸງ ກຳມະການສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມື ຫວຽດນາມ – ລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຊຽງ ຂວາງ ໃນລະຫວ່າງວັນທີ 20 – 21 ມິຖຸນາ 2019 ໃຫ້ກຽດຕ້ອນຮັບໂດຍ ທ່ານ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຊຽງ ຂວາງ ພ້ອມດ້ວຍຄະນະ ທີ່ໂຮງແຮມອານຸລັກແຄນລາວ.

ທ່ານຮອງເຈົ້າແຂວງຊຽງຂວາງ ໄດ້ລາຍງານການພັດທະນາເສດຖະກິດ – ສັງຄົມ ໃນປີ 2018 ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ບໍ່ຫຼຸດ 8%, ລວມຍອດຜະລິດຕະພັນພາຍໃນບັນລຸ 3.420 ຕື້ກີບ ສະເລ່ຍ 1.594 ໂດລາສະຫະລັດຕໍ່ຄົນຕໍ່ປີ, ແຂວງ ຊຽງຂວາງ ໄດ້ຮ່ວມມືກັບບັນດາແຂວງຂອງ ສສ ຫວຽດນາມ ໄດ້ແລກປ່ຽນບົດຮຽນ, ຂະຫຍາຍການຮ່ວມມື, ຄວາມສາມັກຄີພິເສດ ລາວ – ຫວຽດນາມ, ຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງ ແລະ ພັດທະນາຊັບພະຍາກອນມະນຸດ, ເອົາໃຈໃສ່ອຳນວຍ ຄວາມສະດວກຮ່ວມມືໃນການຂຸດຄົ້ນຊອກຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ແຂວງຊຽງ ຂວາງໃນປາງສົງຄາມ.

ໂອກາດນີ້, ຜູ້ແທນຝ່າຍຫວຽດນາມ ກໍໄດ້ມອບເງິນ ຈຳນວນ 10 ພັນໂດລາສະຫະລັດ ໃຫ້ແຂວງຊຽງຂວາງ ເພື່ອຈ່າຍເຂົ້າໃນການປະຕິບັດວຽກງານຂອງແຂວງຊຽງຂວາງ.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ວາງພວງມາລາຢູ່ອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ – ຫວຽດນາມ, ຕິດ  ຕາມ – ກວດກາການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງ ສສ ຫວຽດນາມ ທີ່ກຳລັງຈັດຕັ້ງປະຕິບັດກວດກາໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ – ຫວຽດນາມ 200 ຕຽງ ມູນຄ່າການກໍ່ສ້າງທັງໝົດ 22 ລ້ານກວ່າໂດລາສະຫະລັດ ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 23 ທັນວາ 2017 ມາເຖິງປັດຈຸບັນສຳເລັດແລ້ວ 66%, ກວດກາໂຄງການກໍ່ສ້າງໂຮງຮຽນພອນສະຫວັນ ມູນຄ່າການກໍ່ສ້າງ 6 ລ້ານກວ່າໂດລາສະຫະລັດ ຈັດຕັ້ງປະຕິບັດສຳເລັດແລ້ວ 53,3%, ຢ້ຽມຢາມສູນບໍລິການເຕັກນິກກະສິກຳຮ່ວມມື ລາວ – ຫວຽດນາມ, ທ່ຽວຊົມທົ່ງໄຫຫີນແຫ່ງທີ 1 ແລະ ຢ້ຽມຢາມຟາມງົວຂອງ ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຊຽງຂວາງ ຈຳກັດ.

[ ຂ່າວ: ບຸນມີ ແສງທຸມມີ ]