ຊ່ວຍ 2 ຊີວິດ! ຂະນະທີ່ ເຈົ້າແຂວງຍື່ນໃບລາອອກ ເພື່ອຮັບຜິດຊອບ ຈາກເຫດອາຄານຖະຫຼົ່ມ ໃນກຳປູເຈຍ

49

ໜ່ວຍກູ້ໄພກໍາປູເຈຍພົບຜູ້ລອດຊີວິດ 2 ຄົນ ເມື່ອວັນຈັນ ຈາກກ້ອງຊາກອາຄານຄອນໂດມິນຽມສູງ 7  ຊັ້ນ ທີ່ເປ້ເພລົງມາ ໃນເມືອງສີຫະນຸວິລ ຂະນະທີ່ ຈໍານວນຜູ້ເສຍຊີວິດເພິ່ມຂຶ້ນເປັນຢ່າງໜ້ອຍ 28  ຄົນ ບາດເຈັບ 26 ຄົນ ທາງດ້ານເຈົ້າແຂວງພຣະສີໜຸ ໄດ້ຍື່ນໃບລາອອກເພື່ອສະແດງຄວາມຮັບຜິດຊອບຕໍ່ເຫດການ.

ສໍານັກຂ່າວເອເອັຟພີ ແລະ ເອພີ ໄດ້ລາຍງານຈາກເມືອງສີຫະນຸວິລ ປະເທດກໍາປູເຈຍ ເມື່ອວັນຈັນ ທີ 24 ມິຖຸນາ ວ່າ ຈາກເຫດການຕຶກອາຄານຄອນໂດມິນຽມທີ່ກໍາລັງຢູ່ລະຫວ່າງການກໍ່ສ້າງໄດ້ເປ້ເພຖະຫຼົ່ມລົງມາ ເມື່ອໄລຍະເຊົ້າມືດຂອງວັນເສົາ ທີ 22 ມິຖຸນາ ຜ່ານມາ ທີ່ເມືອງແຄມທ່ານໍ້າສີຫະນຸວິລ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດກໍາປູເຈຍ ສົ່ງຜົນໃຫ້ກຸ່ມແຮງງານທີ່ໃຊ້ສະຖານທີ່ດັ່ງກ່າວເປັນບ່ອນພັກຫຼັບນອນເສຍຊີວິດ ແລະ ບາດເຈັບຈໍານວນຫຼາຍ ແລະ ເມື່ອວັນຈັນ ໜ່ວຍກູ້ໄພຊ່ວຍເຫຼືອແຮງງານຊາຍ 2 ຄົນ ອອກຈາກກ້ອງຊາກຕຶກ ໂດຍທັງສອງມີອາການອິດເມື່ອຍ ເນື່ອງຈາກຕິດຢູ່ໃນ ຊາກເປ້ເພມາກວ່າ 2 ວັນ ໂດຍບໍ່ມີອາຫານ ແລະ ນໍ້າ.

ในภาพอาจจะมี 2 คน, ไฟ และสถานที่กลางแจ้ง

ຈົນເຖິງວັນຈັນ ໜ່ວຍກູ້ໄພພົບຜູ້ເສຍຊີວິດແລ້ວ 28 ຄົນ ບາດເຈັບ 26 ຄົນ ແຮງງານຊາຍຍິງຄູ່ຫນຶ່ງ ເຊິ່ງເປັນຜົວເມຍກັນ ແລະ ລອດຊີວິດ ເຜີຍວ່າ ຂະນະເກີດເຫດມີແຮງງານຄົນອື່ນກໍາລັງຫຼັບນອນ ໃນອາຄານປະມານ 55-60 ຄົນ.

ในภาพอาจจะมี ผู้คนกำลังนั่ง และสถานที่กลางแจ้ง

ເຈົ້າໜ້າທີ່ເຜີຍວ່າ ອາຄານຄອນໂດມິນຽມຫຼັງນີ້ ເປັນຂອງຄົນຈີນດໍາເນີນການກໍ່ສ້າງໄປແລ້ວ ປະມານ 80% ເຈົ້າໜ້າທີ່ກໍາລັງເລັ່ງກວດສອບຫາສາເຫດການເປ້ເພຖະຫຼົ່ມທີ່ແທ້ຈິງ ໂດຍທາງດ້ານທ່ານສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກໍາປູເຈຍ ທີ່ເດີນທາງໄປກວດສອບສະຖານທີ່ເກີດເຫດ ເມື່ອຄືນວັນອາທິດ ໄດ້ສັ່ງການໃຫ້ກວດສອບຄວາມປອດໄພຂອງອາຄານທີ່ກໍາລັງກໍ່ສ້າງທັງໝົດໃນເມືອງສີຫະນຸວິລ ເຊິ່ງມີອາຄານປຸກຂຶ້ນເປັນຈໍານວນຫຼາຍ ເພື່ອຮອງຮັບການລົງທຶນຈາກຈີນ ລວມທັງຄາຊີໂນເປີດໃໝ່ຫຼາຍແຫ່ງ.

ในภาพอาจจะมี 5 คน, ผู้คนกำลังนั่ง, ตาราง และสถานที่ในร่ม

ຫຼັງເກີດເຫດ ເຈົ້າໜ້າທີ່ຄວບຄຸມຕົວຊາວຈີນ 3 ຄົນ ໃນຖານະຫຸ້ນສ່ວນເຈົ້າຂອງໂຄງການຄອນໂດ ແລະ ຊາວກໍາປູເຈຍ ເຈົ້າຂອງທີ່ດິນ 1 ຄົນ ໄປສອບປາກຄໍາ ຂະນະທີ່ ທ່ານຢັນ ມິນ ເຈົ້າແຂວງພຣະສີໜຸ ໄດ້ຍື່ນໃບລາອອກຈາກຕໍາແໜ່ງ ເມື່ອວັນຈັນ ເພື່ອສະແດງຄວາມຮັບຜິດຊອບຕໍ່ເຫດການ ໂດຍຕົນໄດ້ຍອມຮັບວ່າຕຶກທີ່ຖະຫຼົ່ມນັ້ນ ສ່ວນໜຶ່ງເກີດຈາກການບໍລິຫານວຽກ “ຜິດພາດ” ຂອງຕົນເອງ.