ທາງການ! ທ່ານ ຄໍາພາ ແສງດາຣາ ຂຶ້ນເປັນປະທານສານປະຊາຊົນສູງສຸດ

127

ທ່ານ ຄຳພາ ແສງດາຣາ ຖືກແຕ່ງຕັ້ງເປັນປະທານສານປະຊາຊົນສູງສຸດ ( ຄົນໃໝ່ ) ແທນ ທ່ານ ຄຳພັນ ສິດທິດຳພາ ທີ່ຖືກຍົກຍ້າຍໄປເປັນເຈົ້າແຂວງວຽງຈັນ ກ່ອນໜ້ານີ້.

ໂດຍອີງຕາມຄຳສັ່ງເລກທີ 068/ກມສພ ລົງວັນທີ 23 ເມສາ 2019 ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍການນຳຂັ້ນສູງ; ອີງຕາມມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 84/ຄປຈ ລົງວັນທີ 23 ພຶດສະພາ 2019 ວ່າດ້ວຍການຍົກຍ້າຍປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ ແລະ ອີງຕາມມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 03/ສພຊ ລົງວັນທີ 7 ມິຖຸນາ 2019 ວ່າດ້ວຍການເລືອກຕັ້ງປະທານສານປະຊາຊົນສູງສຸດ.

ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2019 ທີ່ສໍານັກງານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ – ຮັບໜ້າທີ່ຂອງປະທານສານປະຊາຊົນສູງສຸດ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ຄໍາພາ ແສງດາຣາ ຜູ້ຮັກສາການເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ ແລະ ທ່ານ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ( ອະດີດປະທານສານປະຊາຊົນສູງສຸດ ) ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຜູ້ໃໝ່ ໄດ້ປະຕິຍານຕົນເອງ ວ່າ: ຈະຈົງຮັກພັກດີ ສັດຊື່ບໍລິສຸດຕໍ່ພັກ – ລັດຖະບານ ຕໍ່ບັນດາທ່ານຜູ້ນໍາຕໍ່ປະເທດຊາດ ແລະ ປະຊາຊົນ ພ້ອມແລ້ວທີ່ຈະເຮັດທຸກສິ່ງທຸກຢ່າງ ສຸມສະຕິປັນຍາ, ເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ການເມືອງອັນມີກຽດສູງສົ່ງນີ້ ດ້ວຍຄວາມຮັບຜິດຊອບສູງ, ດ້ວຍຄວາມກະຕືລືລົ້ນ ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ, ຈະເອົາໃຈໃສ່ປະຕິບັດໜ້າທີ່ຕາມລັດຖະທໍາມະນູນ, ກົດໝາຍມະຕິຕ່າງໆທີ່ພັກ – ລັດ ແລະ ສານປະຊາຊົນສູງສຸດທີ່ພັກ – ລັດມອບໝາຍໃຫ້ຢ່າງຖີ່ຖ້ວນ ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງໃນທາງທີ່ບໍ່ຖືກຕ້ອງ, ພ້ອມແກ້ໄຂຄະດີພາວະວິໄສຢ່າງຖືກຕ້ອງທ່ຽງທໍາ, ຍຸຕິທໍາ, ໂປ່ງໃສ, ຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທຸກດ້ານ ເພື່ອຍົກສູງດ້ານທິດສະດີການເມືອງ, ຮຽນຮູ້ຄຸນສົມບັດສິນທໍາປະຕິບັດຂອງບັນດາທ່ານຜູ້ນໍາ, ຄວາມຮູ້ຄວາມສາມາດ, ບົດຮຽນ, ປະສົບການໃຫ້ດີຍິ່ງຂຶ້ນ, ຈະສຸມໃສ່ຮ່ວມກັບບັນດາສະຫາຍໃນຄະນະພັກ ຄະນະນໍາຂອງບັນດາສານປະຊາຊົນສູງສຸດ, ສານປະຊາຂົນທ້ອງຖິ່ນ ຂອບເຂດທົ່ວປະເທດສາມັກຄີກັນແໜ້ນແຟ້ນໃນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມຕ່າງໆໃຫ້ປາກົດຜົນເປັນຈິງ.

ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ປະທານສານປະຊາຊົນສູງສຸດເອົາໃຈໃສ່ຫຼາຍບັນຫາສຳຄັນ ຄື: ສືບຕໍ່ປັບປຸງການຈັດຕັ້ງລະບົບສານໃຫ້ມີຄຸນນະພາບໃນແຕ່ລະຂັ້ນຢ່າງມີຈຸດສຸມ; ສືບຕໍ່ປັບປຸງຄຸນນະພາບໃນການປະຕິບັດໜ້າທີ່ວຽກງານຂອງຜູ້ພິພາກສາ; ປັບປຸງແບບແຜນວິທີເຮັດວຽກ, ປັບປຸງວຽກງານວິຊາສະເພາະ ເພື່ອເຮັດໃຫ້ຜູ້ພິພາກສາໄດ້ຮັບຄວາມເຊື່ອໝັ້ນຄວາມໄວ້ວາງໃຈ, ຄວາມເຄົາລົບນັບຖື ແລະ ເປັນທີ່ເພິ່ງອັນໜັກແໜ້ນຂອງປະຊາຊົນ.

 

( ຂ່າວ: ສົມລົດ )