ນະຄອນຫຼວງວຽງຈັນ ກຽມເດີນໜ້າໂຄງການບໍາບັດນໍ້າເປື້ອນ

71

ຄວາມໜາແໜ້ນຂອງປະຊາກອນໃນນະຄອນຫຼວງວຽງຈັນ ເພີ່ມຂຶ້ນນັບມື້, ບັນຫາຮ່ອງ, ຄອງນ້ຳຕ່າງໆມີເສດອາຫານ ແລະ ຂີ້ເຫຍື້ອຍ້ອນຄວາມມັກງ່າຍຂອງບາງຄົນ ຄວາມເປີເປື້ອນຕາມແມ່ນ້ຳລຳຄອງອາດເປັນທີ່ມາຂອງພະຍາດຕ່າງໆຕາມລະດູເຂົ້າສູ່ຮ່າງກາຍຂອງຄົນ ເພື່ອເປັນການປ້ອງກັນໄລຍະຍາວ ນະຄອນຫຼວງວຽງຈັນ ຈະເອົາໃຈໃສ່ດຳເນີນໂຄງການບຳບັດນ້ຳເປື້ອນຢ່າງຈິງຈັງໃຫ້ໄປຕາມທິດ 6 ສ ຂອງນະຄອນຫຼວງວາງອອກໃຫ້ສຳເລັດ.

ບໍລິສັດ ລາວໂປຼເຈັກ ຮ່ວມກັບ ຫ້ອງວ່າການນະຄອນຫຼວງວຽງຈັນ ຈັດສໍາມະນາກ່ຽວກັບໂອກາດ ແລະ ຄວາມທ້າທາຍຂອງການບໍາບັດນໍ້າເປື້ອນໃນນະຄອນຫຼວງວຽງຈັນພາຍໃຕ້ໂຄງການບໍາບັດນໍ້າເປື້ອນຂອງນະຄອນຫຼວງວຽງຈັນ ຂຶ້ນວັນທີ 28 ມິຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີ ທ່ານ ເອີວິນ ອິມເຮ ຄິສ ( Ervin Imre kiss ) ປະທານ ບໍລິສັດ ລາວໂປຼເຈັກ ທັງເປັນປະທານໂຄງການບໍາບັດນໍ້າເປື້ອນຂອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ສະຖາບັນ, ພະແນກການ, ເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການສໍາມະນາຄັ້ງນີ້ເປັນກິດຈະກໍາໜຶ່ງທີ່ຢູ່ພາຍໃຕ້ງານອຸດສາຫະກໍານໍ້າ ແລະ ນໍ້າເປື້ອນສາກົນ ( LAO WATHER 2019 ) ເຊິ່ງໂຄງການບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ຂອງນະຄອນຫຼວງວຽງຈັນ ທີ່ໄດ້ຮັບເງິນກູ້ບໍ່ມີດອກເບ້ຍຈໍານວນ 100 ລ້ານໂດລາສະຫະລັດ ຫຼື ປະມານ 800 ຕື້ ກວ່າກີບ ຈາກລັດຖະບານ ຮົງກາຣີ ກໍາລັງຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດວຽກງານການສໍາຫຼວດອອກແບບ ເພື່ອແກ້ໄຂບັນຫານໍ້າເປື້ອນຂອງນະຄອນຫຼວງວຽງຈັນ ແນໃສ່ໃຫ້ສໍາເລັດຕາມແຜນການທີ່ວາງໄວ້ຄືເລີ່ມກໍ່ສ້າງໃນປີ 2020 ແລະ ໃຫ້ສໍາເລັດໃນປີ 2023. ປັດຈຸບັນນໍ້າເປື້ອນໃນຕົວເມືອງ ໂດຍສະເພາະນະຄອນຫຼວງວຽງຈັນ ການລະບາຍນໍ້າອອກຈາກຕົວເມືອງແມ່ນລະບາຍແບບລວມໃນທໍ່ດຽວ ເຮັດໃຫ້ຍາມແລ້ງມີແຕ່ນໍ້າເປື້ອນທີ່ໄຫຼຕາມຮ່ອງສາທາລະນະຕ່າງໆເກີດມີກິ່ນເໜັນ ເຮັດໃຫ້ປະຊາຊົນຜູ້ທີ່ຢູ່ໃກ້ຄຽງພົບຄວາມຫຍຸ້ງຍາກ ບັນຫາດັ່ງກ່າວການນໍານະຄອນຫຼວງວຽງຈັນ ແລະ ພະແນກການທີ່ກ່ຽວຂ້ອງໄດ້ຊອກຫາວິທີການແກ້ໄຂຕະຫຼອດມາ.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນວ່າ: ໂຄງການດັ່ງກ່າວເປັນໂຄງການບຸລິມະສິດຂອງລັດຖະບານກໍຄືອົງການປົກຄອງນະຄອນຫຼວງວຽງຈັນ ທີ່ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ໂດຍຫວັງຢ່າງຍິ່ງວ່າໂຄງການດັ່ງກ່າວຈະແກ້ໄຂບັນຫານໍ້າເປື້ອນໃນຕົວເມືອງ, ແກ້ໄຂບັນຫາສິ່ງແວດລ້ອມທາງນໍ້າໃນຂອບເຂດນະຄອນຫຼວງວຽງຈັນ ໂດຍສະເພາະບັນຫາດ້ານກິ່ນເໝັນຕາມແຄມຮ່ອງລະບາຍນໍ້າສາທາລະນະ ແລະ ເພື່ອສ້າງໃຫ້ຕົວເມືອງກາຍເປັນຕົວເມືອງທີ່ໜ້າຢູ່ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຄື: ຮັບປະກັນການເຂົ້າເຖິງການຊົມໃຊ້ນໍ້າ ແລະ ການຄຸ້ມຄອງນໍ້າແບບຍືນຍົງສຳລັບໝົດທຸກຄົນ ( SDG: 6 ) ແລະ ການສ້າງສິ່ງແວດລ້ອມທີ່ດີໃນຕົວເມືອງ ແລະ ການຕັ້ງຖິ່ນຖານຂອງປະຊາກອນຢ່າງກວ້າງ ຂວາງ, ປອດໄພ, ສະຫງົບ ແລະ ໝັ້ນຄົງ ( SDG: 11 ).

ອີງຕາມການລາຍງານຂອງຄະນະຮັບຜິດຊອບ ເຫັນວ່າປັດຈຸບັນໂຄງການແມ່ນມີຄວາມຄືບໜ້າໃນການສໍາຫຼວດລະອຽດກ່ຽວກັບລະບົບຮ່ອງລະບາຍນໍ້າແຄມທາງໃນຂອບເຂດໂຄງການ 53 ບ້ານ ການສໍາຫຼວດ ແລະ ລວບລວມບັນດາຂໍ້ມູນກ່ຽວກັບລະບົບພື້ນຖານໂຄງລ່າງຕົວເມືອງ ເຊັ່ນ: ລະບົບສາຍທໍ່ນໍ້າປະປາ, ລະບົບສາຍໂທລະສັບ, ໂທລະຄົມ ແລະ ບັນດາຂໍ້ມູນການປ່ອຍນໍ້າເປື້ອນຈາກປະເພດການຊົມໃຊ້ຕ່າງໆ ການປະເມີນ ແລະ ຄັດເລືອກຈຸດພື້ນທີ່ຕັ້ງໂຮງງານບໍາບັດນໍ້າເປື້ອນ ແລະ ສໍາເລັດບົດສຶກສາຄວາມເປັນໄປໄດ້ໃນການກໍານົດຮູບແບບເຕັກນິກໂຮງງານບໍາບັດ, ການກໍານົດແລວສາຍທໍ່ນໍ້າເປື້ອນ ແລະ ຈຸດທີ່ຕັ້ງສະຖານີສູບສົ່ງນໍ້າເປື້ອນ ແລະ ສໍາເລັດການສຳຫຼວດ – ອອກແບບລະບົບຂະຫຍາຍໂຮງງານນໍ້າປະປາດົງບັງຕື່ມອີກ 20.000 ແມັດກ້ອນຕໍ່ມື້.

ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ສໍາເລັດ ແລະ ມີປະສິດທິຜົນແກ້ໄຂໄດ້ບັນຫານໍ້າເປື້ອນຢູ່ນະຄອນຫຼວງວຽງຈັນ ເຊິ່ງທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບ ກໍຄືບໍລິສັດຕ້ອງໄດ້ສຸມໃສ່ເອົາໃຈໃສ່ຈັດຕັ້ງປະຕິບັດຕາມແຜນການຂອງໂຄງການໃຫ້ສໍາເລັດຜົນຕາມຄາດໝາຍຢ່າງມີປະສິດທິຜົນ ແລະ ມີຄວາມປອດໃສໄປພ້ອມກັນນັ້ນກໍໃຫ້ເອົາໃຈໃສ່ໃນການກຽມພ້ອມດ້ານພະນັກງານ, ກົນໄກ ແລະ ຄູ່ມືການຄຸ້ມຄອງນໍາໃຊ້ ແລະ ການຕິດຕາມກວດກາບັນດາລະບົບບໍາບັດຕ່າງໆນັ້ນ ພາຍຫຼັງສໍາເລັດກໍ່ສ້າງໃຫ້ສາມາດດຳເນີນການບຳບັດໄດ້ຢ່າງຕໍ່ເນື່ອງຢ່າງມີປະສິດທິຜົນ. ນອກນັ້ນ, ເຫັນວ່າການປະສານງານກັບພະແນກການກ່ຽວຂ້ອງພາຍໃນນະຄອນຫຼວງ ແລະ ກະຊວງຕ່າງໆຍັງເປັນຂອດສໍາຄັນທີ່ຈະຕ້ອງເອົາໃຈໃສ່ ເພື່ອພ້ອມກັນຮ່ວມມື ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ 6 ສ ຂອງນະຄອນຫຼວງວຽງຈັນ ໃຫ້ປາກົດຜົນເປັນຈິງ.

( ຂ່າວ – ຮູບ: ສຸລິນ )