ບົ້ງຝູງສາລີ ສ້າງຄວາມເສຍຫາຍ 4 ພັນກວ່າເຮັກຕາ ຢູ່ແຂວງໄຊຍະບູລີ

91

ບົ້ງຝູງສາລີລະບາດຢູ່ 52 ບ້ານ ໃນ 10 ເມືອງຂອງແຂວງໄຊຍະບູລີ ຮອດປັດຈຸບັນເນື້ອທີ່ຖືກກະທົບແລ້ວ 4 ພັນກວ່າເຮັກຕາ ແລະ ຍັງມີເນື້ອທີ່ສ່ຽງອີກ 2 ພັນກວ່າເຮັກຕາ.

ທ່ານ ແສງອາທິດ ລາວເບຼຍຢາທໍ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ເປີດເຜີຍຜ່ານນັກຂ່າວທ້ອງຖິ່ນທ້າຍອາທິດຜ່ານມາ ວ່າ: ມາຮອດປັດຈຸບັນຝູງບົ້ງສາລີຍັງສືບຕໍ່ແຜ່ຂະຫຍາຍອອກເປັນວົງກວ້າງຂຶ້ນເລື້ອຍໆລວມເປັນ 10 ເມືອງທົ່ວແຂວງ ຄື: ເມືອງປາກລາຍ, ເມືອງພຽງ, ເມືອງໄຊຍະບູລີ, ເມືອງໄຊສະຖານ, ເມືອງແກ່ນທ້າວ, ເມືອງບໍ່ແຕນ, ເມືອງເງິນ, ເມືອງທົ່ງມີໄຊ, ເມືອງຊຽງຮ່ອນ ເຂດລະບາດດັ່ງກ່າວມີເນື້ອທີ່ປູກສາລີ 24.638 ກວ່າເຮັກຕາ, ມີເນື້ອທີ່ຖືກຜົນກະທົບ 4.478 ເຮັກຕາ ແລະ ຄາດຄະເນຍັງມີເນື້ອທີ່ສ່ຽງຕໍ່ຄວາມເສຍຫາຍ 2.260 ກວ່າເຮັກຕາ. ໃນນີ້, ມີ 52 ບ້ານ, ມີ 2.680 ຄອບຄົວ, ປັດຈຸບັນທາງວິຊາການທີ່ກ່ຽວຂ້ອງຍັງໄດ້ລົງສືບຕໍ່ເກັບກຳຂໍ້ມູນຢູ່ບັນດາບ້ານຕື່ມອີກ. ການລະບາດຂອງສັດຕູພືດບົ້ງຝູງກິນສາລີແມ່ນເລີ່ມມີການລາຍງານໃນວັນທີ 20 ພຶດສະພາ 2019 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກລາຍ ໄດ້ລາຍງານໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ຮັບຊາບວ່າໄດ້ເກີດມີການລະບາດຂອງແມງໄມ້ສັດຕູພືດທຳລາຍກັດກິນຕົ້ນສາລີຂອງປະຊາຊົນ ເມືອງປາກລາຍ ເຊິ່ງມີເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 2 ພັນກວ່າເຮັກຕາ ຄາດວ່າມີເນື້ອທີ່ເສຍຫາຍປະມານ 1.739 ກວ່າເຮັກຕາ ມີ 7 ບ້ານ ທີ່ໄດ້ຮັບຜົນກະທົບ ແຕ່ເຂດທີ່ມີຄວາມສ່ຽງດັ່ງກ່າວໄດ້ສີດຢາ ແລະ ສາມາດຄວບຄຸມໄດ້ລະດັບໜຶ່ງ,

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອຕອບໂຕ້ການລະບາດຂອງຝູງບົ້ງສາລີໃນຂອບເຂດທົ່ວແຂວງ ທາງພະແນກກະສິກຳ ແລະ ປ່າໄມ້ແຂວງເວົ້າລວມ, ເວົ້າສະເພາະກໍຄືຂະແໜງປູກຝັງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແນະນຳໃຫ້ຊາວກະສິກອນໃນການປ້ອງກັນ ແລະ ສະກັດກັ້ນໃນເຂດທີ່ບໍ່ທັນມີການລະບາດຢ່າງຮ້າຍແຮງ, ສຳລັບເຂດທີ່ມີການລະບາດຫຼາຍແມ່ນແນະນຳໃຫ້ນຳໃຊ້ສານເຄມີປະເພດແຊນອິມາແມັກ 5, ສີດພົ່ນໃນອັດຕາການໃຊ້ 10 ກຣາມຕໍ່ນ້ຳ 20 ລິດ, ສີດພົ່ນໃນຕອນເຊົ້າກ່ອນເວລາ 8 ໂມງເຊົ້າ ແລະ ຫຼັງເວລາ 4 ໂມງແລງແມ່ນໄດ້ຮັບຜົນ ແລະ ເໝາະສົມກັບບົ້ງຝູງຊະນິດນີ້, ແຕ່ໃນກໍລະນີເຂດທີ່ມີ ຄວາມເສຍຫາຍ 100% ໄດ້ແນະນຳໃຫ້ຊາວສວນໄຖດິນຕາກແດດສີດຢາກຳຈັດ ເພື່ອຕັດວົງຈອນຊີວິດຂອງບົ້ງຝູງສາລີ ແລະ ປູກພືດຄືນໃໝ່, ສ່ວນພື້ນທີ່ຍັງບໍ່ທັນປູກສາລີແມ່ນໃຫ້ເລື່ອນການປູກອອກໄປຈົນກວ່າສາມາດຄວບຄຸມສັດຕູພືດດັ່ງກ່າວໄດ້.

ແຂວງໄຊຍະບູລີ ມີແຜນການປູກສາລີໃນລະດູຝົນປີນີ້ 40.356 ເຮັກຕາ ຄາດຄະເນສະມັດຖະພາບສະເລ່ຍ 5,4 ໂຕນຕໍ່ເຮັກຕາ ຜົນຜະລິດທັງໝົດ 217.979 ກວ່າໂຕນ, ມາຮອດປັດຈຸບັນສາມາດປູກສາລີໄດ້ 24.638 ກວ່າເຮັກຕາ ເທົ່າກັບ 61,05% ຂອງແຜນການປີ, ປັດຈຸບັນພືດຜົນຜະລິດພວມຈະເລີນເຕີມໂຕ, ແຕ່ພັດມີຝູງບົ້ງສາລີແຜ່ລະບາດທຳລາຍກັດກິນຕົ້ນສາລີເຮັດໃຫ້ເສຍຫາຍ ແລະ ມີທ່າອ່ຽງຈະແຜ່ລາມອອກໄປທຸກເມືອງຂອງແຂວງໄຊຍະບູລີ.

( ຂ່າວ: ບຸນທີ )