ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ມອບເງິນພາສີຊັບພະຍາກອນແຮ່ທາດ ປະຈໍາໄຕມາດທີ 1 ປີ 2019 ກວ່າ 4 ລ້ານໂດລາ

170

ທ່ານ ພັນສອນ ວິພາວັນ ຫົວໜ້າພະແນກຄຸ້ມຄອງຊັບພະຍາກອນ, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຮັບ ເງິນຄ່າພາສີຊັບພະຍາກອນແຮ່ທາດ ຈາກການຜະລິດ-ຈຳໜ່າຍຂອງ ໄຕມາດທີ 1 ປີ 2019 ຈຳນວນ 4.432.284ໂດລາ, ມອບໂດຍ ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ຂອງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ.

ຕັ້ງແຕ່ເລີ່ມມີການຂຸດຄົ້ນ-ປຸງແຕ່ງ-ຜະລິດຄຳ-ທອງ ມາແຕ່ປີ 2003 ເປັນຕົ້ນມາ, ທາງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ໄດ້ປະກອບສ່ວນພັນທະຂອງຕົນທີ່ເປັນ ລາຍຮັບໂດຍກົງໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເປັນເງິນທັງໝົດປະມານ US$1,4 ຕື້ ລວມທັງ ຄ່າພາສີຊັບພະຍາກອນແຮ່ທາດທັງໝົດຫຼາຍກ່ວາ US$338 ລ້ານ.

ພິທີມອບເງິນໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ ກອງປະຊຸມປະຈຳໄຕມາດຄັ້ງທີ 26 ລະຫວ່າງ ຄະນະຄຸ້ມຄອງໂຄງການຄຳ-ທອງເຊໂປນ ແລະ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ໂດຍການເປັນປະທານຂອງ ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງສະຫວັນນະເຂດ; ແລະ ທ່ານ ພໍ ແຮຣິສ, ຜູ້ຈັດການໃຫຍ່ຂອງ ລຊມລ.

ກອງປະຊຸມດັ່ງກ່າວ ເປັນໂອກາດທີ່ດີໃຫ້ ຜູ້ເຂົ້າຮ່ວມຈາກ ເມືອງວິລະບູລີ, ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ໄດ້ ປຶກສາຫາລື ຜົນສຳເລັດຂອງໂຄງການ, ຄວາມຄືບຫ້າ ແລະ ບັນຫາຄົງຄ້າງ ກ່ຽວກັບ ການດຳເນີນງານຂອງໂຄງການຄຳ-ທອງເຊໂປນ ລວມທັງ ດ້ານການປະຕິບັດງານ, ວຽກງານຊຸມຊົນ ແລະ ດ້ານສິ່ງແວດລ້ອມ.