ປະຫວັດສາດຈີນ! ຊະນະເລືອກຕັ້ງຜູ້ອໍານວຍການອົງການອາຫານ ແລະ ການກະເສດ ຢູເອັນ

92

ທ່ານຊວີ່ ຕົງຫຍູ ລັດຖະມົນຕີຊ່ວຍວ່າການກະຊວງການກະເສດຈີນ ສ້າງປະຫວັດສາດເປັນຊາວຈີນ ຄົນທໍາອິດທີ່ໄດ້ຮັບການເລືອກຕັ້ງໃຫ້ເຮັດໜ້າທີ່ຜູ້ອໍານວຍການອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຣມ ປະເທດອິຕາລີ ເມື່ອວັນຈັນ ທີ 24 ມິຖຸນາ ວ່າ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຈັດການປະຊຸມວາລະພິເສດ ເມື່ອວັນອາທິດ ເພື່ອລົງມະຕິສຽງເລືອກຕັ້ງຜູ້ອໍານວຍການຄົນທີ 9 ແທນ ທ່ານໂຮເຊ ກຣາເຊຍໂນ ດາຊິລວາ ຊາວບຣາຊິລ ເຊິ່ງກໍາລັງຈະພົ້ນຈາກຕໍາແໜ່ງ ຫຼັງຢູ່ໃນວາລະຄົບ 4 ປີແລ້ວ ໂດຍຜົນການລົງຄະແນນ ຈາກສະມາຊິກ ເຊິ່ງເຂົ້າຮ່ວມການປະຊຸມ 194 ປະເທດ ປະກົດວ່າ ທ່ານຊວີ່ ຕົງຫຍູ ລັດຖະມົນຕີຊ່ວຍວ່າການກະຊວງການກະເສດຂອງຈີນ ອາຍຸ 55 ປີ ໄດ້ຮັບຄະແນນສຽງສະໜັບສະໜຸນຫຼາຍທີ່ສຸດ 108 ຄະແນນ ຕາມດ້ວຍ ທ່ານນາງແຄເທີຣີນ ເກສແລັງ – ລາເນລ ຜູ້ແທນເຈລະຈາດ້ານການກະເສດຂອງກະຊວງການກະເສດຝຣັ່ງ 71 ຄະແນນ ແລະ ທ່ານດາວິຕ ເຄີວາລິດເຊ ອະດີດລັດຖະມົນຕີວ່າການກະຊວງການກະເສດຈໍເຈຍ 12 ຄະແນນ ທັງນີ້, ໃນບັນດາຜູ້ສະໝັກທັງ 3 ຄົນນັ້ນ ສະຫະລັດສະໜັບສະໜຸນ ທ່ານເຄີວາລິດເຊ.

ในภาพอาจจะมี 1 คน, กำลังยิ้ม, ชุดสูท และสถานที่กลางแจ้ง

ດ້ານ ທ່ານຊວີ່ ເຊິ່ງສ້າງປະຫວັດສາດເປັນຊາວຈີນຄົນທໍາອິດທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງຜູ້ອໍານວຍການຂອງເອັຟເອໂອ ກ່າວຫຼັງການປະກາດຜົນນັບຄະແນນຢ່າງເປັນທາງການຂອບໃຈທຸກສຽງສະໜັບສະໜຸນຈາກສະມາຊິກ ແລະ ກ່າວວ່າ ຈະໃຊ້ປະສົບທີ່ສັ່ງສົມມາ 30 ປີ ໃນການສຶກສາ ແລະ ພັດທະນາເທັກໂນໂລຢີດ້ານການກະເສດ ໃນການມຸ່ງໝັ້ນກໍາຈັດຄວາມອຶດຢາກ ແລະ ຄວາມທຸກຍາກຂອງພົນລະເມືອງໂລກໃຫ້ໄດ້ຫຼາຍທີ່ສຸດ ຕະຫຼອດໄລຍະເວລາທີ່ດໍາລົງຕໍາແໜ່ງ ຄວບຄູ່ໄປກັບການປະຕິຮູບການພັດທະນາພື້ນທີ່ຜະລິດດ້ານການກະເສດ ດ້ວຍການນໍາເທັກໂນໂລຢີເຂົ້າມາມີສ່ວນຮ່ວມໃນການຫຼຸດຄວາມເສື່ອມໂຊມ ແລະ ຄວາມແຫ້ງແລ້ງຂອງທີ່ດິນ ເພື່ອໃຫ້ໄດ້ຜົນຜະລິດທີ່ດີ ແລະ ມີຄຸນນະພາບຍິ່ງຂຶ້ນ.

ในภาพอาจจะมี 5 คน

ນອກຈາກນີ້, ທ່ານຊວີ່ ປະຕິເສດຂໍ້ຂ້ອງໃຈຂອງກຸ່ມປະເທດຕາເວັນຕົກບາງແຫ່ງທີ່ຄາດ ວ່າ ການບໍລິຫານວຽກງານຂອງເອັຟເອໂອ ນັບຈາກນີ້ ຈະຢູ່ພາຍໃຕ້ “ການຊີ້ນໍາ” ຈາກລັດຖະບານປັກກິ່ງ ໂດຍກ່າວວ່າ ຈີນເປັນສະມາຊິກທີ່ປະຕິບັດຕາມກົດລະບຽບຂອງເອັຟເອໂອຢ່າງເຄັ່ງຄັດມາຕະຫຼອດ ແລະ ໂດຍເນື້ອແທ້ ຕົນບໍ່ແມ່ນ “ນັກການເມືອງ” ແຕ່ເປັນ “ນັກວິທະຍາສາດ” ທັງນີ້ ວາລະການດໍາລົງຕໍາແໜ່ງຂອງທ່ານຊວີ່ ຈະມີຜົນຢ່າງເປັນທາງການ ຕັ້ງແຕ່ວັນທີ 1 ສິງຫານີ້ ເປັນຕົ້ນໄປ.