ຜູ້ນໍາມາເລເຊຍ ສະເໜີ ອາຊຽນ ເພິ່ມການຄ້າຂາຍພາຍໃນກຸ່ມ

51

ນາຍົກລັດຖະມົນຕີມາເລເຊຍ ສະເໜີ ວ່າ “ຕອນນີ້ເປັນໂອກາດດີທີ່ສຸດ” ໃນການທີ່ອາຊຽນຈະເພິ່ມຄວາມຮ່ວມມືດ້ານເສດຖະກິດ ແລະ ການຄ້າຂາຍ ພ້ອມທັງຢືນຢັນ ວ່າ ອາຊຽນເປັນອົງກອນທີ່ບໍ່ເຄີຍຢຸດສະງັກ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ເມື່ອວັນຈັນ ທີ 24 ມິຖຸນາ ວ່າ ດຣ. ມະຫາເທ ໂມຮໍາໝັດ ນາຍົກລັດຖະມົນຕີຂອງມາເລເຊຍ ກ່າວພາຍຫຼັງ ສໍາເລັດການເຂົ້າຮ່ວມປະຊຸມຜູ້ນໍາສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ທີ່ກຣຸງເທບມະຫານະຄອນ ປະເທດໄທ ເມື່ອທ້າຍອາທິດ ຜ່ານມາ ວ່າ ຕອນນີ້ “ເປັນເວລາທີ່ເໝາະສົມທີ່ສຸດແລ້ວ” ໃນການທີ່ສະມາຊິກອາຊຽນ ຈະເພິ່ມການບູລະນະດ້ານການຄ້າ ແລະ ເສດຖະກິດພາຍໃນກຸ່ມ ໂດຍໜຶ່ງໃນແນວຄິດຂອງຜູ້ນໍາມາເລເຊຍຍັງກ່ຽວກັບການໃຫ້ອາຊຽນ “ຜະລິດລົດເອງ” ແທນການນໍາເຂົ້າສິນຄ້າແບບດຽວກັນຈາກຕ່າງປະເທດ. ທັງນີ້, ດຣ. ມະຫາເທ ມີແນວຄິດຮື້ຟື້ນໂຄງການຜະລິດລົດໃຫຍ່ແຫ່ງຊາດຍີ່ຫໍ້ “ໂປຣຕອນ” ທີ່ເປັນພາສາບາຮາຊາ ຫຍໍ້ມາຈາກ “Perusahaan Otomobil Nasional” ໝາຍຄວາມກົງຕົວວ່າ ບໍລິສັດລົດໃຫຍ່ແຫ່ງຊາດ.

ในภาพอาจจะมี หนึ่งคนขึ้นไป, รถยนต์ และสถานที่กลางแจ้ง

ຂະນະດຽວກັນ ດຣ. ມະຫາເທ ກ່າວວ່າ ຕົນສະໜັບສະໜຸນແນວຄິດອາຊຽນສະເໜີຕົວເປັນເຈົ້າພາບຈັດການແຂ່ງຂັນບານໂລກຮ່ວມກັນ ໃນປີ 2032 ຫຼື ອີກ 15 ປີຂ້າງໜ້າ ຕໍ່ສຽງວິຈານ ວ່າ ອາຊຽນເປັນອົງກອນທີ່ “ຢູ່ບ່ອນເກົ່າ” ຫຼື ບໍ່ມີການພັດທະນາ ຜູ້ນໍາມາເລເຊຍ ກ່າວວ່າ ຕົນບໍ່ຍອມຮັບກັບຄໍາວິຈານດັ່ງກ່າວ ເພາະຕະຫຼອດໄລຍະເວລາທີ່ຜ່ານມາ ສະມາຊິກອາຊຽນຮ່ວມມືກັນຢ່າງສຸດຄວາມສາມາດໃນການພັດທະນາພາກພື້ນໃຫ້ມີຄວາມຈະເລີນໃນທຸກດ້ານ ທຽບກັບອົງກອນ ຫຼື ຄວາມຮ່ວມມືລະດັບພາກພື້ນອື່ນແລ້ວ ໂດຍສ່ວນຕົວມີມຸມມອງວ່າ ອາຊຽນມີຄວາມຊ່ວຍເຫຼືອເກື້ອກູນລະຫວ່າງເພື່ອນສະມາຊິກຫຼາຍກວ່າທີ່ເຫັນໄດ້ຊັດເຈນ.

ກ່ຽວກັບປະເດັນເລື່ອງຜູ້ລີ້ໄພຊາວໂຣຮີນຈາທີ່ມາເລເຊຍຍອມຮັບວ່າ ຍັງມີຄວາມເຫັນຕ່າງກັບມຽນມາ ໂດຍ ດຣ. ມະຫາເທ ກ່າວວ່າ ເປັນເພາະທຸກຝ່າຍຍັງມີຄວາມກັງວົນກ່ຽວກັບສະຫວັດດິພາບ ແລະ ຄວາມປອດໄພ ຂອງຊາວໂຣຮີນຈາ ເມື່ອເດີນທາງກັບຈາກບັງກລາເທດໄປມຽນມາ ເຊິ່ງລັດຖະບານມຽນມາຍັງບໍ່ສາມາດໃຫ້ຄວາມເຊື່ອໝັ້ນໄດ້ຢ່າງຊັດເຈນ.